Breaking News

ຈັນປະສິດ ຄົນລາວຜູ້ສ້າງປະຫວັດສາດໃຫ້ກັບວົງການ ກ໊ອຟ ດ້ວຍການຄວ້າແຊັມ ກ໊ອຟ FLC Group ທີ່ປະເທດຫວຽດນາມ!!!

ແບ່ງປັນ

ຈັນປະສິດ ຄົນລາວສ້າງປະຫວັດສາດໃຫ້ກັບວົງການກ໊ອຟ ຄວ້າແຊັມ ກ໊ອຟ FLC Group ທີ່ປະເທດຫວຽດນາມ!!!

ເລື່ອງທີ່ຢາກຈະນໍາສະເໜີໃນມື້ນີ້ ກໍເປັນເລື່ອງດີໆທີ່ອາດຈະເຮັດໃຫ້ແຟນໆຂວັນໃຈ ແລະຄົນລາວທຸກຄົນໄດ້ພາກພູມໃຈໃນຄວາມເປັນລາວເພີ່ມຍິ່ງຂຶ້ນ ເພາະວ່າສິ່ງທີ່ຈະນໍາສະເໜີຕໍ່ໄປນີ້ເປັນອີກສິ່ງໜຶ່ງທີ່ກາລັນຕີຢັ້ງຢືນໄດ້ວ່າ ຄົນລາວເຮົາເກັ່ງບໍ່ໄດ້ດ້ອຍກວ່າປະເທດໃດເລີຍ!!! ເອົາເທາະຕອນນີ້ເຮົາໄປເຂົ້າເລື່ອງກັນເລີຍດີກວ່າ!!! ວົງການວິລາບ້ານເຮົານັບມື້ນັບກວ້າງອອກ ແລະຖືກຍອມຮັບຈາກສາກົນຫຼາຍຂຶ້ນ ແລະເມື່ອບໍ່ດົນມານີ້ລາວເຮົາໄດ້ສົ່ງນັກກິລາ ນັ້ນກໍຄື ທ້າວ ຈັນປະສິດ ອຸນາພົມ ນັກກ໊ອຟທີມຊາດລາວ ທີ່ເປັນຕົວແທນໃຫ້ກັບຄົນທັງປະເທດເຂົ້າຮ່ວມແຂ່ງຂັນ ກ໊ອຟ ຄັ້ງທີ 7 ຢູ່ທີ່ສະໜາມ Som son Golf & Resort ປະເທດ ສສ ຫວຽດນາມ ລະຫວ່າງວັນທີ 1-3 ມັງກອນ 2018 ທີ່ຜ່ານມາ ເຊິ່ງຜົນການແຂ່ງຂັນປາກົດວ່າ ຈັນທະພອນ ນັກກິລາທີມຊາດລາວເຮົາ ສາມາດສ້າງຊື່ສຽງໃຫ້ກັບປະເທດໄດ້ດ້ວຍການ ຄວ້າແຊັມກ໊ອຟໃນລາຍການ FLC Group ໄດ້ ຈາກນັກກິລາທີ່ເຂົ້າຮ່ວມທັງໝົດ 1.500 ຄົນ ມາຈາກ ຫວຽດນາມ, ສ ເກົາຫຼີ, ຍີ່ປຸ່ນ, ຣັດເຊຍ ແລະລາວ (ລາວເຂົ້າຮ່ວມພຽງຄົນດຽວ)

ຫຼັງຈາກຈົບການແຂ່ງຂັນ ຈັນປະສິດ ອຸນາພົມ ໄດ້ກ່າວວ່າ: “ດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມໃນງານແຂ່ງຂັນຄັ້ງນີ້ ແລະສາມາດຍາດເອົາລາງວັນຊະນະເລີດ ເຊິ່ງເປັນສິ່ງທີ່ພາກພູມໃຈໃກ້ແກ່ຕົນເອງ ທີ່ສາມາດຄວ້າຂັນກຽດຕິຍົດດັ່ງກ່າວ ແລະພູມໃຈຫຼາຍຕອນທີ່ໄດ້ຍິນຜູ້ປະກາດຂ່າວຂອງລາຍການແຈ້ງວ່າ ຜູ້ຊະນະເລີດ ແມ່ນຄົນລາວ”

ລວມລາງວັນທີ່ ຈັນປະສິດ ໄດ້ຮັບໃນຄັ້ງນີ້ແມ່ນມີ:

  • ຂັນຊະນະເລີດ ແລະສະຫຼັກຊື່ຕິດຂັນແຊັມ
  • ໄດ້ເປັນສະມາຊິດ FLC 35 ປີ
  • ບັດທ່ອງທ່ຽວຜັກພ່ອນ Resort ຈາກ FLC ທົ່ວປະເທດ ມູນຕ່າ 100 ລ້ານດົງ
  • ຜະລິດຕະພັນເຄື່ອງຊຸດ vest Maria ມູນຄ່າ 1000 ໂດລາ
  • ປີ້ຍົນຈາກຫວຽດນາມ Airline ໄປກັບ 2 ບ່ອນນັ່ງມູນຄ່າ 10 ລ້ານດົງ
  • ທ່ອງທ່ຽວຂີ່ເຮືອສໍາລານ ທີ່ຮາລ່ອງ ຫວຽດນາມ ມູນຄ່າ 2.200 ໂດລາ ແລະລາງວັນອື່ນໆຈາກຜູ້ສະໜັບສະໜູນ.

ຂໍຂອບໃຈຂໍ້ມູນຈາກ: LAOS Update

 

 

ແບ່ງປັນ