Breaking News

ຍອດຂາຍ Huawei P9 ຫຼາຍກວ່າ 9 ລ້ານໜ່ວຍແລ້ວທົ່ວໂລກ

ແບ່ງປັນ

ຫົວເຫວີຍ ປະກາດຄວາມສຳເລັດຫຼ້າສຸດກັບ ສະມາດທ໌ໂຟນຮຸ່ນທ໋ອບ Huawei P9 ທີ່ເປີດໂຕ ແລະວາງຈໍາໜ່າຍທົ່ວໂລກໃນເດືອນເມສາທີ່ຜ່ານມາ, ຫຼ້າສຸດນີ້ ກໍ່ສາມາດເຮັດຍອດຂາຍໄດ້ເກີນ 9 ລ້ານໜ່ວຍໄປແລ້ວ, ໂດຍໂຕເລກດັ່ງກ່າວ ເພີ່ມຂຶ້ນຈາກ 6 ລ້ານໜ່ວຍ ທີ່ເປັນຍອດຂາຍສະມາດທ໌ໂຟນ Huawei P9 ທີ່ ບັນທຶກໄວ້ເມື່ອເດືອນກັນຍາ (3 ລ້ານໜ່ວຍທີ່ເຫຼືອ ຖືກຈຳໜ່າຍພາຍໃນ ເວລາພຽງ 2 ເດືອນ)

ຄວາມສຳເລັດຄັ້ງນີ້ເປັນອີກໜຶ່ງກ້າວສຳຄັນຂອງ Huawei ບໍລິສັດ ສັນຊາດ ຈີນ ທີ່ໃຊ້ເວລາຫຼາຍສົມຄວນໃນໄລຍະເລີ່ມຕົ້ນແຂ່ງຂັນກັບຜູ້ຜະລິດລາຍອື່ນ ກ່ອນທີ່ຈະສາມາດມີຊື່ສຽງໃນສະມາດໂຟນ ທີ່ເປັນທີ່ຮູ້ຈັກກັນທົ່ວໂລກ.

ຄາດວ່າ Huawei ຈະສາມາດເຮັດຍອດຂາຍຂອງ Huawei P9 ໄດ້ເກີນ 10 ລ້ານໜ່ວຍພາຍໃນປີນີ້, ຈາກນັ້ນກໍຈະເປັນໄລຍະເວລາຂອງ Huawei Mate 9 ສະມາດທ໌ໂຟນຮຸ່ນທ໋ອບ ຈໍໃຫຍ່ທີ່ມາພ້ອມກ້ອງເລັນຄູ່ ຮຸ່ນທີສອງ ເຊິ່ງເປັນ ຜົນງານການຮ່ວມມືກັບແບຣນກ້ອງຖ່າຍຮູບ Leica.

http://news.siamphone.com/news-28840.html

ແບ່ງປັນ