Breaking News

Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ! ງາມໆໂສດໆ No ສົນ No Care!!!

ແບ່ງປັນ

Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ!

ມາເບິ່ງກັນວ່າມີເລື່ອງຫຍັງແດ່ ທີ່ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍກັບມັນເລີຍ! ງາມໆໂສດໆ No ສົນ No Care!

She ຈ໋າ ນີ້ມັນປີ 2018 ແລ້ວໃດ໋! ຢ່າຄິດວ່າຊີວິດນີ້ຈະຕ້ອງເພິ່ງພາຄົນອື່ນຕະຫຼອດເວລາ ແລະ ຢ່າຄິດວ່າການຢູ່ຄົນດຽວເປັນເລື່ອງເປັນຕາຢ້ານ ເພາະການຢູ່ຄົນດຽວຈະເຮັດໃຫ້ເຮົາໄດ້ສຶກສາໃຫ້ຮູ້ຄວາມຕ້ອງການ ໄດ້ເຮັດໃນສິ່ງທີ່ຕົນເອງມັກຢ່າງເຕັມທີ່ ແລະ ໄດ້ໃຊ້ເວລາເພື່ອພັດທະນາຕົວເອງ! ສໍາລັບໃຜທີ່ບໍ່ມັກຢູ່ຄົນດຽວ ຄວນເຝິກໄວ້ເດີ່ ແລ້ວຈະຮູ້ວ່າ ຄວາມສຸກທີ່ແທ້ຈິງນັ້ນເປັນແນວໃດ? ອ່າວ! ຖ້າຍັງບໍ່ເຊື່ອກໍລອງມາອ່ານ 10 ເລື່ອງ ທີ່ຄົນມັກຢູ່ຄົນດຽວທີ່ເຮັດໃຫ້ເຂົາບໍ່ຄິດຫຼາຍ!!! ໄປອ່ານເບິ່ງ!

  1. ບໍ່ຕ້ອງກັງວົນວ່າຈະເປັນແນວໃດໃນສາຍຕາຄົນອື່ນ:

ນະຈຸດນີ້ ນາງໆຈະບໍ່ສົນວ່າໃຜຈະເບິ່ງແນວໃດ ຈະຖືກວິພາກວິຈານແນວໃດກ່ຽວກັບຮູບລັກສະນະ ຫຼືການກະທໍາ ຂອງຕົວເອງ ແຕ່ຟ້າວກ່ອນ! ອັນນີ້ບໍ່ໄດ້ໝາຍຄວາມວ່າຈະຕ້ອງຫຼຸດໂລກ ບໍ່ມີກາລະເທສະເລີຍເດີ່… ແຕ່ພວກນາງຈະເຮັດໃນສິ່ງທີ່ມັກຢ່າງເຕັມທີ່ໂດຍບໍ່ສົນໃຈຄໍາວິພາກວິຈານໃນແງ່ລົບມາຄິດ ນັ້ນເອງ.

  1. ບໍ່ຈໍາເປັນຕ້ອງເປັນທີ່ຍອມຮັບໃນສັງຄົມ:

ພວກນາງບໍ່ຈະບໍ່ຈໍາເປັນຕ້ອງປ່ຽນແປງຕົວເອງ ຫຼືຊຸກຍູ້ຕົວເອງເພື່ອໃຫ້ເປັນທີ່ຍອມຮັບໃນສັງຄົມ ເນື່ອງຈາກພວກນາງມີຄວາມເປັນຕົວຂອງຕົວເອງສູງຄື ເຮັດຫຍັງແລ້ວມີຄວາມສຸກກໍຈະຢູ່ກັບສິ່ງນັ້ນ ໂດຍບໍ່ສົນໃຜ!! ກະຂ້ອຍມີຄວາມສຸກໃນໂລກຂອງຂ້ອຍຈົບບໍ່!

  1. ບໍ່ຕ້ອງເສຍເວລາກັບສິ່ງທີ່ບໍ່ມັກ:

ເປັນຫຍັງຕ້ອງທົນຢູ່ກັບສິ່ງທີ່ບໍ່ມັກ? ເປັນຄໍາຖາມທີ່ມັກເກີດຂຶ້ນໃນຫົວຂອງນາງໆກຸ່ມນີ້ ອາດຈະຟັງເບິ່ງຄືຄົນເອົາແຕ່ໃຈທີ່ເລືອກຈະຫັນຫຼັງທຸກຢ່າງໃຫ້ກັບສິ່ງທີ່ຕົວເອງບໍ່ມັກ ແຕ່ລອງມາຄິດດີໆວ່າ ຖ້າເຮົາຕ້ອງທົນຢູ່ກັບສິ່ງນັ້ນໆດ້ວຍຄວາມຝືນໃຈ ແລະ ບໍ່ຄິດວ່າຈະເກີດປະໂຫຍດຫຍັງກັບຕົວເອງ ສູ້ເອົາເວລາເຫຼົ່ານັ້ນມາພັດທະນາ ແລະ ຄົ້ນຫາຕົວເອງບໍ່ດີກວ່າບໍ່??

  1. ບໍ່ມີຄວາມກົດດັນໃນວົງສົນທະນາ:

ຈະເວົ້າເລື່ອງຫຍັງດີ? ຕອນນີ້ກະແສຫຍັງກໍາລັງມາແຮງ? ແລະ ອື່ນໆ ບໍ່ສົນຈ໋າ! ບໍ່ມີຄໍາຖາມພວກນີ້ຢູ່ໃນຫົວ ເພາະພວກນາງບໍ່ຕ້ອງໄປແກ້ງເຮັດສິ່ງໃດເພື່ອໃຫ້ຄົນອື່ນປະທັບໃຈ ເປັນຕົວຂອງຕົວເອງດີທີ່ສຸດແລ້ວ ເຖິງວ່າດົນໆຈຶ່ງໄດ້ພົບປະກັບເພື່ອນຟູງກໍບໍ່ກັງວົນ ບໍ່ຕ້ອງກຽມຕົວໃດໆທັງໝົດ

  1. ບໍ່ຕ້ອງກັງວົນສິ່ງທີ່ເວົ້າອອກມາ:

ເນື່ອງຈາກພວກນາງມັກຢູ່ຄົນດຽວ ດັ່ງນັ້ນ ການທີ່ຈະອອກໄປພົບປະສັງສັນກັບໃຜໄດ້ ຈະຕ້ອງເປັນຄົນທີ່ມີຄວາມສະໜິດ ຫຼືສໍາຄັນຫຼາຍ ເໝາະສົມກັບທີ່ນາງຕ້ອງຍອມເສຍເວລາອັນມີຄ່າເພື່ອອອກໄປຫາ! ດັ່ງນັ້ນ ນາງໆຈຶ່ງບໍ່ຕ້ອງມານັ່ງຄິດວ່າ ຄໍາເວົ້າທີ່ເວົ້າອອກໄປຈະມີຜົນກະທົບຫຍັງ? ເນື່ອງຈາກນາງໄດ້ວິເຄາະຢ່າງຖີ່ຖ້ວນແລ້ວ ວ່າບຸກຄົນນັ້ນເໝາະສົມທີ່ນາງຈະໃຊ້ເວລາຢູ່ນໍາ ແລະ ເຂົ້າໃຈໃນສິ່ງທີ່ນາງຕ້ອງການສື່

  1. ບໍ່ກັງວົນວ່າຈະພາດສິ່ງໃດໄປ:

ໃນເມື່ອການຢູ່ຄົນດຽວເປັນສິ່ງທີ່ດີທີ່ສຸດແລ້ວ ເປັນຫຍັງຈະຕ້ອງກັງວົນວ່າຂ້ອຍເຮັດຜິດພາດເລື່ອງໃດໄປແດ່? ເຊັ່ນ: ມື້ວານໝູ່ນັດໄປນັ່ງຊິວທີ່ຄາເຟ່ ມີເລື່ອງຫຍັງ Up date ຫຼືບໍ່? No no no ຂ້ອຍບໍ່ມີເວລາໄປສົນໃຈເລື່ອງຂອງຄົນອື່ນດອກ ຈົບບໍ່?

  1. ບໍ່ຕ້ອງກັງວົນວ່າຕ້ອງການເວລາສໍາລັບຄິດເລື່ອງຕ່າງໆ:

ໃນເມື່ອພວກນາງຢູ່ກັບຕົວເອງສະເໝີ ຈຶ່ງມີເວລາຫຼວງຫຼາຍຢູ່ແລ້ວທີ່ຈະຄິດ ຫຼືວາງແຜນເລື່ອງຕ່າງໆ ບໍມີດອກທີ່ຈະມີເຫດການແບບ “ຂ້ອຍຄວນມີເວລາຈັກໜ້ອຍ ເພື່ອຄິດທົບທວນເລື່ອງຕ່າງໆໃກ້ດີ” ບໍ່ເລີຍ! ຂ້ອຍມີເວລາໃຫ້ກັບຕົວເອງທຸກມື້ ແລະ ໄດ້ຄິດຕຶກຕອງທຸກຢ່າງໄວ້ຮຽບຮ້ອຍແລ້ວ.

  1. ບໍ່ຕ້ອງຕົວະ ຫຼືເວົ້າເກີນຄວາມຈິງ:

ເພາະຂ້ອຍກໍຄືຂ້ອຍ ບໍ່ຈໍາເປັນຕ້ອງຕົວະເພື່ອປົກປິດຄວາມຊົ່ວຮ້າຍ! ຫຼືເວົ້າເກີນຄວາມຈິງເພື່ອສ້າງພາບໃຫ້ຕົວເອງດູດີຂຶ້ນ ເພາະພວກນາງບໍ່ຕ້ອງການໃຫ້ໃຜໆມາຍ້ອງຍໍ ໃຜບໍ່ມັກກໍຕາມໃຈ I don’t care!

  1. ບໍ່ຕ້ອງກັງວົນວ່າຕ້ອງເປັນໂສດ:

ໂສດແລ້ວແນວໃດ ໃຜ Care! ນິຍາມຂອງຄໍາວ່າຮັກທີ່ແທ້ຈິງຄື ການຮັກຕົວເອງ ບາງຄົນເອົາເວລາໄປແລ່ນນໍາແຕ່ຄວາມຮັກ ທັ້ງທີ່ຍັງບໍ່ຮູ້ຈັກຮັກຕົວເອງ ພວກນາງກຸ່ມນີ້ຄິດວ່າ ຄວາມຮັກຈະເກີດຂຶ້ນບໍ່ໄດ້ພຽງເພາະມີໃຜບາງຄົນເຂົ້າມາໃນຊີວິດ ແລະ ທີ່ສໍາຄັນຄືພວກນາງຈະບໍ່ຍອມສູນເສຍເວລາຂອງຕົວເອງໄປລ້າໆນັ້ນເອງ!

  1. ບໍ່ຢ້ານວ່າສຸດທ້າຍຈະຕ້ອງຢູ່ຄົນດຽວ:

ແນ່ນອນວ່າ ໃນເມື່ອພວກນາງມີພູມຕ້ານທານການຢູ່ຄົນດຽວໄປແລ້ວ ຈະຕ້ອງຢ້ານເຮັດຫຍັງວ່າສຸດທ້າຍແລ້ວ ຂ້ອຍຈະຕ້ອງໄດ້ຢູ່ຄົນດຽວ ຫຼືບໍ່? ພວກນາງບໍ່ເຄີຍພະຍາຍາມທີ່ຈະເຮັດໃຫ້ໃຜມາຮັກ ເພາະວ່າຢ້ານຈະໄດ້ຢູ່ຄົນດຽວ ແຕ່ກໍບໍ່ແມ່ນວ່າຈະປິດກັ້ນຕົວເອງດອກ ພຽງແຕ່ຍັງບໍ່ພົບຄົນທີ່ແມ່ນສໍາລັບນາງ ຖ້າຈະຕ້ອງຄົບກັບຄົນທີ່ບໍ່ແມ່ນ ກໍເລືອກທີ່ຈະຢູ່ຄົນດຽວດີກວ່າ!

ແບ່ງປັນ