Breaking News

(ບໍ່ມີສາມີ ບໍ່ໄດ້ໝາຍຄວາມຈະມີລູກບໍ່ໄດ້) ເປີດເຜີຍຊີວິດຈິງຂອງ Vanhthida Super Single Mommy

ແບ່ງປັນ

“ຄວາມຮັກລະຫວ່າງແມ່ລູກ ກໍເປັນຄວາມຮັກຈາກສາຍເລືອດ ທີ່ເປັນນິລັນດອນ ກວ່າຄວາມຮັກຈາກຄູ່ຄອງ”

ຂໍນຳສະເໜີເລື່ອງລາວຂອງແມ່ລ້ຽງດ່ຽວອີກໜຶ່ງທ່ານມາໃຫ້ທຸກໆຄົນໄດ້ເບິ່ງ ໄດ້ອ່ານເພື່ອເປັນກຳລັງໃຈ ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ເຈົ້າຄົນດຽວທີ່ກຳລັງພົບເຈິບັນຫາຢູ່, ເວົ້າເລື່ອງເນື້ອຄູ່ ຫາກຄູ່ກັນແລ້ວ ແນວໃດກໍຕ້ອງໄດ້ຢູ່ນຳກັນ ແຕ່ຫາກມັນບໍ່ແມ່ນ ຈະຝືນແນວໃດກໍບໍ່ໄດ້ ເຖິງຈະຄົບກັນດົນປານໃດ ກໍຕ້ອງມີເຫດໃຫ້ພັດພາກຈາກກັນ ເຊັ່ນດຽວກັບເລື່ອງລາວຂອງ ເອື້ອຍດາ ວັນທິດາ Super Working Woman ຄວາມສາມາດສູງຂອງເຮົາໃນມື້ນີ້ ນາງບອກວ່າ “ຊີວິດເລືອກບໍ່ໄດ້ທຸກຢ່າງ” ເອື້ອຍດາ ເຄີຍມີແຟນມາແລ້ວຫຼາຍແບບ ທັງຄົນທໍາມະດາ ຄົນມີຄວາມຮູ້ສູງ ຫຼື ນັກທຸລະກິດ ຄົບແບບໄລຍະຍາວ ແລະໄລຍະສັ້ນ ແຕ່ກໍຕ້ອງມີເຫດໃຫ້ຈົບກັນໄປ ຫຼື ບໍ່ສາມາດກາຍມາເປັນຄູ່ຊີວິດກັນໄດ້, ແຕ່ແທນທີ່ນາງຈະມານັ່ງລໍຖ້າໃຫ້ມີສາມີກ່ອນ ຈຶ່ງມີລູກ ເອື້ອຍດາ ກັບເລືອກທີ່ຈະມີລູກກ່ອນ ເລື່ອງສາມີເອົາໄວ້ຕາມຫຼັງ

 ບໍ່ມີສາມີ ບໍ່ໄດ້ໝາຍຄວາມຈະມີລູກບໍ່ໄດ້  

       ເມື່ອເກີດເປັນແມ່ຍິງແລ້ວ ຄວາມປາຖະໜາອັນສູງສຸດ ກໍຄືການໄດ້ “ເປັນແມ່” ເອື້ອຍດາ ກໍເຊັ່ນກັນ ແຕ່ເນື່ອງຈາກປະຫວັດສະມາຊິກຄອບຄົວຂອງ ນາງສ່ວນໃຫຍ່ແມ່ນມີລູກຍາກໝົດ ບໍ່ວ່າຈະເປັນ ເອື້ອຍອ້າຍທີ່ແຕ່ງງານໄປເປັນສິບປີ ກໍຍັງບໍ່ມີລູກ ສະນັ້ນ ເມື່ອ 3 ປີກ່ອນ ຕອນອາຍຸໄດ້ 38-39 ປີ ເອື້ອຍດາ ຈຶ່ງຕັດສິນໃຈວ່າຕ້ອງມີລູກແລ້ວ ເພາະຫາກຈະໃຫ້ຖ້າດົນກວ່ານີ້ ຫຼື ອາຍຸກາຍ 40 ປີ ແມ່ກໍຍິ່ງມີຄວາມສ່ຽງຫຼາຍທີ່ສຸດ ຫຼືອາດບໍ່ມີໂອກາດມີລູກໄດ້ເລີຍ ແຕ່ກໍລະນີຂອງ ເອື້ອຍດາ ກໍຖືວ່າໂຊກດີ ທີ່ສາມາດມີ ນ້ອງຟ້າ ລູກສາວສຸດໜ້າຮັກ ເຊິ່ງກາຍເປັນແກ້ວຕາດວງໃຈຂອງ ເອື້ອຍດາ ຕອນນີ້ເລີຍກໍວ່າໄດ້ ສ່ວນທີ່ມາ ຫຼື ວິທີການຖືພາຂອງເອື້ອຍດາ ນາງບໍ່ຂໍເປີດເຜີຍ ເອົາເປັນວ່າ ເອື້ອຍດາ ເລືອກທີ່ຈະມີລູກກ່ອນ ສ່ວນເນື້ອຄູ່ອາດຈະມາຕາມຫຼັງກໍບໍ່ວ່າກັນ ຕອນນີ້ຂໍເປັນ Single Mom ໄປກ່ອນວ່າຊັ້ນ ເພາະແນວໃດຄວາມຮັກລະຫວ່າງແມ່ລູກ ກໍເປັນຄວາມຮັກຈາກສາຍເລືອດ ທີ່ເປັນນິລັນດອນ ກວ່າຄວາມຮັກຈາກຄູ່ຄອງ

ຄວາມຈິງຄືຄວາມຈິງ ບໍ່ຄິດປິດບັງລູກ

ເອື້ອຍດາ ເປັນແມ່ທີ່ລ້ຽງລູກແບບສາຍບຸນເລີຍ ຈະພາລູກເຂົ້າວັດ ເຮັດບຸນເລື້ອຍໆ ສອນໃຫ້ລາວຮູ້ຈັກຄຸນງາມຄວາມດີ ເພື່ອໃຫ້ມີພູມຄຸ້ມກັນທາງຈິດໃຈ ໃຫ້ລາວເຂັ້ມແຂງ ເພາະ ເອື້ອຍດາ ຈະບໍ່ປິດບັງຄວາມຈິງຂອງລູກ ທີ່ມາທີ່ໄປຍ້ອນຫຍັງ ເຫດແລະຜົນ ເປັນຫຍັງແມ່ຈຶ່ງຕັດສິນໃຈແບບນີ້ ມັນເປັນເລື່ອງປົກກະຕິທີ່ສຸດ ສະນັ້ນ ຢາກໃຫ້ພູມໃຈທີ່ລູກໄດ້ມີຊີວິດຂຶ້ນມາ ພູມໃຈທີ່ຍັງມີແມ່ຢູ່ຄຽງຂ້າງເຊິ່ງເປັນສິ່ງທີ່ປະເສີດທີ່ສຸດ (ເພາະບາງຄົນເຂົາເກີດມາເປັນກໍາພ້າທັງພໍ່-ແມ່ກໍມີຫຼາຍ) ລູກເກີດມາເພື່ອສ້າງຄວາມດີຮ່ວມກັບແມ່ ແລະລາວກໍຕ້ອງສ້າງຄວາມດີດ້ວຍຕົນເອງ ແລະຊ່ວຍເຫຼືອສັງຄົມໃນພາຍພາກໜ້າ ອີກຢ່າງ ການໄດ້ເຮັດບຸນ ມັນເຮັດໃຫ້ຈິດໃຈເຮົາໜັກແໜ້ນເຂັ້ມແຂງ ບໍ່ເພີ້ຝັນ ເຂົ້າໃຈສິ່ງທີ່ເກີດຂຶ້ນວ່າເປັນສັດຈະທໍາ ຄວາມບໍ່ທ່ຽງ ທຸກໄດ້ກໍສຸກໄດ້ ແລະ ບໍ່ຄິດວ່າຕົນເອງມີປົມດ້ອຍ ແຕ່ກັບຮູ້ສຶກວ່າຕົນເອງມີຄວາມສຸກທີ່ເປັນແມ່ລ້ຽງດ່ຽວ

ສິ່ງທ້າທາຍຂອງການເປັນ Single Mom  

       ດັ່ງທີ່ບອກໄປໃນຕອນຕົ້ນວ່າ ເອື້ອຍດາ ເປັນ Super Working Woman ເປັນຄົນເຮັດວຽກຫຼາຍຢ່າງ ຈົນເອີ້ນໄດ້ວ່າ ບ້າວຽກ ພຸ້ນແຫຼະ ສະນັ້ນ ເມື່ອນາງມີລູກ ສິ່ງທ້າທາຍໃຫຍ່ທີ່ສຸດ ກໍຄື “ເວລາໃຫ້ລູກບໍ່ພໍ” ເພາະຕື່ນຂຶ້ນມານາງກໍຕ້ອງແລ່ນໄປວຽກໂລດ ຖ້າປຸກລູກບໍ່ຕື່ນນອນກໍຕ້ອງຝາກລຸງ ຝາກເອື້ອຍລ້ຽງ ຊ່ວຍຈັດການໃຫ້ ແລ້ວໄປສົ່ງໂຮງຮຽນ ອີກຢ່າງ ວຽກບໍລິສັດທົວ ກໍບໍ່ຄ່ອຍເລີກເປັນໂມງປານໃດ ອີງຕາມລູກທົວ ແລະແຂກ ສະນັ້ນ ໜ້າທີ່ໄປຮັບລູກຕອນແລງ ກໍຕົກເປັນຂອງ ລຸງ-ປ້າ ຫຼືເອື້ອຍລ້ຽງອີກເຊັ່ນກັນ ແຕ່ທຸກເຫື່ອແຮງທີ່ທຸ່ມເທໄປ ເອື້ອຍດາ ບອກວ່າເພື່ອສ້າງພື້ນຖານທາງວັດຖຸໄວ້ໃຫ້ລູກ

ເປັນ Single Mom ຄືຄວາມໂຊກດີ

ການເລືອກເປັນ Single Mom ຂອງເອື້ອຍດາ ນາງຖືວ່າເປັນຄວາມໂຊກດີຢ່າງໜຶ່ງ ທີ່ບໍ່ຕ້ອງພົບກັບບັນຫາໃນການໃຊ້ຊີວິດຄູ່ໃຫ້ເຈັບຫົວ ກັບເລື່ອງ ການນອກໃຈ-ນອກກາຍ ການຍຶດເອົາເປັນເຈົ້າຂອງຊີວິດກັນຫຼັງແຕ່ງງານ ຊຶ່ງເລື່ອງເຫຼົ່ານີ້ຫາກເກີດຂຶ້ນກັບໃຜແລ້ວແມ່ນບໍ່ເປັນອັນທໍາມາຫາກິນ ຄິດແຕ່ເລື່ອງຜົວຢູ່ນັ້ນແຫຼະ ເພາະບາງຄູ່ກະອາດບໍ່ແມ່ນ “ຄູ່ຄອງ ແຕ່ເປັນ ຄູ່ເວນຄູ່ກຳ” ແຕ່ລະມື້ມີຫຼາຍເລື່ອງໃຫ້ຄິດພໍແລ້ວເຊັ່ນ ເລື່ອງຄອບຄົວພໍ່ແມ່ ເລື່ອງການລ້ຽງລູກ ທຸລະກິດ ແຕ່ຫາກມື້ໃດພົບຄົນທີ່ແມ່ນຄູ່ແທ້ ເອື້ອຍດາ ເຊື່ອວ່າກໍຈະຝຶນບໍ່ໄດ້ ແຕ່ກໍຂໍໃຫ້ແມ່ນຄູ່ທີ່ຢູ່ດ້ວຍຄວາມເຂົ້າໃຈ ໂອບອ້ອມ ຊ່່ວຍເຫຼືອເກື້ອກູນ ໃຫ້ກຽດເຊິ່ງກັນແລະກັນ ແຕ່ອັນນີ້ກໍສຸດແລ້ວແຕ່ວາດສະໜາທີ່ສ້າງຮ່ວມກັນມາ

ຢາກເຂັ້ມແຂງແບບ ເອື້ອຍດາ ຕ້ອງເຮັດແນວໃດ?

ເອື້ອຍດາ ແນະນຳວ່າ ຫາກສາວໆຢາກເເຂັ້ມແຂງ ໜຶ່ງຕ້ອງດຸໝັ່ນ ສູ້ວຽກ ຢ່າເປັນຄົນຂີ້ຂໍ ຂໍຫຍັງກໍຢ່າ ເມື່ອໃດທີ່ເຮົາເລີ່ມຂໍ ຄວາມອ່ອນແອມັນຈະມາຢູ່ໃນໃຈເຈົ້າໂລດ ເຈົ້າຈະຊອກແຕ່ບ່ອນເພິ່ງພິງ ເອື່ອຍອີງ ບໍ່ຄິດແກ້ໄຂບັນຫາ ສະນັ້ນ ຢ່າຂໍ ພະຍາຍາມເຮັດເອົາເອງໃຫ້ຫຼາຍທີ່ສຸດ ບໍ່ມີເຂົ້າກິນກໍຕ້ອງດິ້ນຮົນໃຫ້ມີເຂົ້າກິນ ເພາະສັງຄົມທຸກມື້ນີ້ ມັນໂຄດທັນສະໄໝ ເຮັດຫຍັງກໍໄດ້ເງິນ ຫາກເຈົ້າບໍ່ມີຄວາມຮູ້ ກໍໄປຮັບຈ້າງເຊົ້າ-ແລງ ເປັນແມ່ເຮືອນກໍໄດ້ ທີ່ສຳຄັນຢ່າຂີ້ຄ້ານ ຢ່າດູຖູກຕົນເອງ ຢ່າໝິ່ນເງິນນ້ອຍ ຢ່າຄອຍວາດສະໜາ ເອື້ອຍດາ ເຊື່ອວ່າ ແມ່ຍິງທຸກຄົນລ້ຽງລູກໄດ້ ແລະລ້ຽງໄດ້ດີອີກ ສາມາດໃຫ້ຄວາມຮັກ ໃຫ້ເຫດແລະຜົນ ເພາະແມ່ຍິງທຸ່ນທ່ຽງ ເຖິງວ່າຊິມີເວລາແດ່ ຫຼືບໍ່ມີເວລາແດ່ ຍ້ອນເຮົາຕ້ອງເຮັດວຽກຫຼາຍຢ່າງ ແຕ່ແມ່ຍິງກໍສອນລູກໃຫ້ເປັນຄົນດີໄດ້

ຝາກທ້າຍ:

 “ການເປັນ Single Mom ບໍ່ແມ່ນເລື່ອງໜ້າລັງກຽດ ແຕ່ມັນແມ່ນເລື່ອງຄວາມກ້າຫານ ກ້າຕັດສິນໃຈ ກ້າທຸ່ມເທຊີວິດຂອງຕົນເອງ ເພື່ອລ້ຽງລູກໃຫ້ໄດ້ດີ ແລະກ້າຢືນຢູ່ໃນສັງຄົມແບບພາກພູມໃຈ ສະນັ້ນ ສັງຄົມຄວນຍ້ອງຍໍ ແລະຕົບມືໃຫ້”

FB: Vanhthida mkp

(ສາມາດຕິດຕາມເລື່ອງລາວຕໍ່ໄປຂອງ Single Mom ຄົນຕໍ່ໄປໄດ້ໄວໆນີ້…)

ແບ່ງປັນ