Breaking News

ໂອະ ໂອ່ຍ…ຫວານແທ້ເດ້! ບາບີ້ ປິຍະມາດ- ອາເລັກ (LOG) ຈັດທິບພັກຜ່ອນຍ້ອນຫຼັງປີໃໝ່ທີ່ ຊຽງຄານ

ແບ່ງປັນ

ອີກໜຶ່ງຄູ່ຮັກວົງການບັນເທີງ ບາບີ້ ປິຍະມາດ ແລະ ອາເລັກ (LOG) ທີ່ວຸ້ນໆວຽກໃນຊ່ວງທ້າຍປີ 2017 ແດ່, ພໍເຄຍວຽກໄດ້ກໍຈັດທິບທ່ອງທ່ຽງທີ່ ຊຽງຄານ ຈັງຫວັດ ເລີຍ (ປະເທດໄທ) ຍ້ອນຫຼັງປີໃໝ່, ຂໍບອກເລີຍເດີ້ ວ່າຄົນທີ່ຍັງໂສດພໍໄດ້ເຫັນກໍຈະມີເຄືອງໆກັນແດ່ຈັກໜ້ອຍ ເພາະທັງສອງຫຼິ້ນອອກແນວຫວານຜ່ານສື່ ທັງໂພສຜ່ານສື່ອອນລາຍ ທັງຖ່າຍຮູບໃຫ້ກັນ ທັງຖ່າຍຮູບຄູ່ກັນອີກ ແຖມແຄັບຊັ່ນມາໃນທຳນອງຫວານໆ ເບິ່ງແລ້ວມີຄວາມໜ້າຮັກຕາມສະຕາຍຂອງທັງສອງ ໂອະ ໂອ່ຍ…ຊ່າງມາຫວານແທ້ເດ້! (ອີຕົນຄົນໂສດແດ່ເດີ້ ອິອິ)

“ຖະໜົນຄົນຍ່າງ ພາລິງມາຍ່າງເລາະ ເລີ້ມເລາະກ່ອນເລີ້ມລຸຍວຽກ ^^”

“ໂຫມດຜັກຜ່ອນໄດ້ປິດລົງ?
ເລີ່ມເປີດໂຫມດເຮັດວຽກເຕັມທີ່ ເຂົ້າມາຫຼາຍໆເດີ້ວຽກເອີ້ຍຍຍ??
?:ແຟນໂຕດຳ Aleqs Log ?”

“ເດັກດອຍໃຈດີ”

“ເຂົາຢູ່ນິເດີ້” @ຊຽງຄານ

“ຮູບຄັບເວີ້ 2 ປີປ່ຽນເທື່ອໜຶ່ງ ປະໄວ້ດົນຈົນຖືກດ່າ ຮາຮາຮາ”

ເປັນຄູ່ຮັກທີ່ຫວານ ແລະ ໜ້າຮັກຫຼາຍ, ຢ່າງໃດກໍຂໍໃຫ້ເລິບໆກັນໄປດົນໆ ເພາະຄວາມຮັກງົດງາມສະເໝີເນາະ  ແລະ ຍັງມີຮູບໜ້າຮັກໆຂອງຄູ່ນີ້ມາຝາກອີກເດີ້!!!

ຮູບພາບ: Aleqs Log , B’Bie Piyamarth

 

ແບ່ງປັນ