ຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!
ການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ.
- ເປັນຄົນເບິ່ງແຍງຕົນເອງ
ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ
- ບໍ່ເວົ້າຟຸມເຟືອຍ
ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ
- ແຕ່ງກາຍແບບລຽບງ່າຍ
ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ
- ຕາຈ້ອງຕາ
ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ
- ໝັ້ນໃຈໃນຕົວເອງ
ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ
- ມີຄວາມເປັນສ່ວນຕົວ
ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ
- ເຮັດຕົວມີຄວາມລັບ
ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ