Breaking News

ມາຮູ້ຈັກ! ກຸ້ງ ເປນີ ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນ!!!

ແບ່ງປັນ

ມາຮູ້ຈັກ! ເປນີ ລາດພູມີ (ກຸ້ງ)  ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນຂວັນໃຈຫຼາຍໆຄົນ ນາງແບບໜ້າໃໝ່  ເຊິ່ງສາວ ກຸ້ງ ຄົນນີ້ກໍເອີ້ນໄດ້ວ່າມີຄົນຕິດຕາມທາງເຟສບຸກບໍ່ແມ່ນໜ້ອຍ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ ບໍ່ເວົ້າໃຫ້ຍືດຍາວລອງມາຮູ້ຈັກກັບສາວ ກຸ້ງ ເປນີ ຄົນນີ້ລອງເບິ່ງຮັບຮອງ ຕ້ອງຕົກຫຼຸມຮັກນາງແນ່ນອນ!!!

  • ສະບາຍດີ ຊ່ວຍແນະນຳຕົວເອງໃຫ້ແຟນໆ ຂວັນໃຈ ຮູ້ຈັກແດ່?

ສະບາຍດີຊື່ ເປນີ ລາດພູມີ (ກຸ້ງ) ອາຍຸ 27 ປີ ເດີ້ ຮຽນຈົບແພດຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ສາຂາທັນຕະແພດ

  • ນິດໃສສ່ວນຕົວຂອງ ກຸ້ງ ເປັນແນວໃດ?

ກຸ້ງຈະເປັນຄົນທີ່ມັກຍິ້ມ ຫຼັກໆເລີຍ ປະມານວ່າມັກຫົວມັກຍິ້ມ ເປັນຄົນອາລົມດີ ແຕ່ກໍເປັນຄົນຄຽດງ່າຍໜ້ອຍໜຶ່ງ ແລະ ເຊົາໄວ ແຕ່ກໍບໍ່ມີຫຍັງດອກຕາມແບບນິດໃສແມ່ຍິງທົ່ວໄປ (ຫົວ)

  • ຄິດວ່າຈຸດເດັ່ນ ແລະ ພອນສະຫວັນຂອງຕົວເອງແມ່ນຫຍັງ? ຈຸດອ່ອນເດມີບໍ່?

ຈຸດເດັ່ນໃນຕົວກຸ້ງຫວາ ໜ້າຈະເປັນ ຜິວພັນ ແລະ ການແຕ່ງໂຕທີ່ແບບສະບາຍໆ ແຕ່ກຸ້ງກໍຍັງມີອີກຈຸດໜຶ່ງທີ່ເວົ້າໄດ້ວ່າຍັງເປັນຈຸດອ່ອນຂອງກຸ້ງເລີຍກໍວ່າໄດ້ນັ້ນກໍຄື ບາງຄັ້ງກຸ້ງຍັງບໍ່ໝັ້ນໃຈໃນຕົວເອງ ເຮັດໃຫ້ຍັງບໍ່ກ້າຕັດສິນໃຈ ບໍ່ແນ່ໃຈໃນຕົວເອງ

  • ແລ້ວມີວິທີແກ້ໄຂແນວໃດກັບສິ່ງທີ່ເຮົາຍັງບໍ່ມີຄວາມໝັ້ນໃຈ?

ສ່ວນຫຼາຍກໍໄປຖາມຄົນນັ້ນຄົນນີ້ຄົນອ້ອມຂ້າງຕົວກຸ້ງວ່າຕ້ອງເຮັດແນວໃດ ສ່ວນຫຼາຍເຂົາເຈົ້າກໍໃຫ້ກໍາລັງໃຈ ປະມານວ່າ (ໃຫ້ລອງເຮັດໂລດບໍ່ຕ້ອງຢ້ານຫຍັງ ຖ້າເຮົາບໍ່ລອງກໍບໍ່ຮູ້) ຈະໄປຢ້ານເຮັດຫຍັງ ພະຍາຍາມໝັ້ນໃຈໃນຕົວເອງເຂົ້າໄວ້ ແລະ ໄດ້ຍິນຄຳເວົ້າແບບນີ້ເຮົາກໍຮູ້ສຶກມີກຳລັງໃຈ ແລະ ເຮົາກໍຈະພະຍາຍາມເຮັດໃນສິ່ງທີ່ເຮົາເຄີຍຢ້ານ ເຄີຍບໍ່ໝັ້ນໃຈຈົນສຳເລັດ

 

 

  • ຕໍ່ຈາກນີ້ໄປ ກຸ້ງມີວາງແຜນວຽກງານໃນຊີວິດແນວໃດແດ່?

ມີໆ ກໍມີວາງແຜນໄວ້ ເພາະເປັນຄົນມັກເຮັດ Bakery ມັກເຮັດ ກາເຟ ຢາກເຮັດຮ້ານ Cafe ເພາະເປັນຄວາມຝັນໆຢາກມີຮ້ານ ກາເຟ ນັ່ງຫຼິ້ນ ສະບາຍໆ ດຽວນີ້ກໍກຳລັງສຶກສາ ແລະ ຄິດວ່າເຮົາຈະເຮັດມັນອອກມາໃນທາງໃດ ສຳຫຼວດຕະຫຼາດ ແລະ ກໍຕ້ອງລໍເວລາວ່າຈະເປັນແນວໃດຕໍ່ໄປ (ຍິ້ມ)

  • ສຸດທ້າຍນີ້ໃຫ້ ກຸ້ງ ຊ່ວຍຝາກຫຍັງຫາແຟນໆແດ່ດຸຫັ້ນ…

ໂດຍຂໍຝາກແຟນໆ  ຂວັນໃຈ ຕິດຕາມ ແລະ ເປັນກຳລັງໃຈໃຫ້ກຸ້ງແດ່ເດີ້ ກຸ້ງກໍຢາກຂອບໃຈຫຼາຍໆເດີ້. ຝາກເປັນກຳລັງໃຈໃຫ້ກຸ້ງແດ່ເດີ້ທຸກຄົນ!!!

FB: Koung Peney

ແບ່ງປັນ