Breaking News

ເຈາະເລິກ!!! ຊີວິດ ນັດ (ບົວສີ) ນາງເອກສາວຂວັນໃຈໄວລຸ້ນ “ເພາະການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ”

ແບ່ງປັນ

ເຈາະເລິກ!!! ຊີວິດ ກຸນລະນັດ ຟອງສະຫວັນ (ນັດ) ນາງເອກສາວຂວັນໃຈໄວລຸ້ນ

ຄໍລໍາ: Entertainment Lao

ສໍາພາດ ກຸນລະນັດ ຟອງສະຫວັນ (ນັດ)  ອາຊີບ ນັກຮຽນ ນັກສະແດງ ທີ່ຖືກຍົກໃຫ້ເປັນ ນາງເອກສາວຂວັນໃຈໄວລຸ້ນ ທີ່ຫຼາຍຄົນຮູ້ຈັກກັນດີໃນຊື່ຂອງ “ບົວສີ” ນາງເອກສາວນ້ອຍຈາກຮູບເງົາເລື່ອງ “ຮັກນີ້ສີບົວ” ນັ້ນເອງ!

ເຊິ່ງນ້ອງນັດກໍໄດ້ມາເປີດໃຈເຖິງເລື່ອງລາວຊີວິດທີ່ແສນເສົ້າ ເພາະພໍ່ແມ່ແຍກທາງກັນຕັ້ງແຕ່ນັດຍັງນ້ອຍ ເຮັດໃຫ້ນັດຕ້ອງສູ້ຊີວິດຫາເງິນສົ່ງຕົວເອງມາແຕ່ຈື່ຄວາມໄດ້ ຈົນປັດຈຸບັນກໍໃກ້ຈະຈົບຊັ້ນມັດທະຍົມແລ້ວ!!! ໃນເລື່ອງຂອງການສະແດງນ້ອງນັດກໍໄດ້ມີຂໍ້ຄິດດີໆມາຕ້ອນສໍາລັບຄົນທີ່ຢາກຈະເປັນນັກສະແດງເກັ່ງໆແບບນ້ອງເພາະດ້ວຍຄວາມສາມາດທີ່ຕີບົດ “ບົວສີ” ໃນຮູບເງົາ “ຮັກນີ້ສີບົວ” ແບບແຕກກະຈຸຍກໍຍ້ອນວ່ານ້ອງນັດຄິດສະເໝີວ່າ “ການສະແດງຄືການຮຽນແບບທໍາມະຊາດ ເມື່ອເຮົາເອົາມາທຽບກັບຊີວິດຈິງ ເຮົາຈະສະແດງອອກມາໄດ້ເປັນທໍາມະຊາດທີ່ສຸດ” ວ້າວໆໆໆ ໜ້າສົນໃຈຫຼາຍສໍາລັບສາວນ້ອຍຄົນນີ້!

ແຕ່ເອົາເປັນວ່າພໍສໍ່ານີ້ສາກ່ອນເນາະ! ແຕ່ຖ້າໃຜທີ່ຢາກຈະຮູ້ຈັກກັບສາວນ້ອຍຄົນນີ້ແບບເຈາະເລິກກວ່ານີ້ ກໍສາມາດໄປທໍາຄວາມຮູ້ຈັກກັນໄດ້ໃນ ວາລະສານຂວັນໃຈ ສະບັບທີ 125 ປະຈໍາເດືອນ ທັນວາ 2017 ຕາມ U Express M Point Mart ແລະ Jeffy Mart ທຸກສາຂາເດີ່!!!

 

ແບ່ງປັນ