Breaking News

ຮ້ານອາຫານ 3 ສາວ (3 Sao Hotpot) ບໍລິການດີເລີດ ສຸດແສນປະທັບໃຈ

ແບ່ງປັນ

ອາຫານ ແຊບຈົນຕ້ອງບອກຕໍ່! ການບໍລິການດີເລີດ ສຸດແສນປະທັບໃຈ ບັນຍາກາດດີ ແອເຢັນສະບາຍ ສະອາດສົດໃຫມ່ ມີໃຫ້ເລືອກຫລາກຫລາຍເມນູ.

ວາລະສານຂວັນໃຈ ສະບັບນີ້ ຂໍແນະນຳ ຮ້ານອາຫານ 3 ສາວ Hotpot ຮ້ານອາຫານປະເພດຈຸ່ມ ສຸກີ້ ເປັນຮ້ານອາຫານໃໝ່ ສຳລັບໃຜທີ່ຕ້ອງການກິນຈຸ່ມຮ້ອນໆແຊບໆ ຕ້ອງໄປກິນໃຫ້ໄດ້!  ບອກໄດ້ເລີຍວ່າ ຈຸດພິເສດແມ່ນຢູ່ທີ່ ນໍ້າຊຸບ 3 ຣົດຊາດຄື: ນໍ້າຊຸບມາລ້າ (ນໍ້າຊຸບເຄື່ອງເທດຈີນ), ນໍ້າຊຸບສາມສາວ (ນໍ້າຊຸບໃສ, ນໍ້າຕົ້ມຜັກ), ນໍ້າຊຸບປາແຫ້ງ ນອກຈາກຈະຂື້ນຊື່ເລື່ອງນໍ້າຊຸບແລ້ວ ນໍ້າແຈ່ວກະບໍ່ໄດ້ນ້ອຍໜ້າມີ 3 ຣົດຊາດໃຫ້ເລືອກ ຖືວ່າມາຮ້ານດຽວມີທັງອາຫານເພື່ອສຸຂະພາບ ແບບກິນເຈ ຫຼື ສຳລັບໃຜທີ່ມັກຣົດຊາດເດັດເຜັດຮ້ອນ ເຊິ່ງມີຄົບໝົດທຸກຣົດຊາດໃຫ້ທ່ານສາມາດເລືອກກິນໄດ້ຕາມຄວາມມັກ.

ຈຸດພິເສດອີກຢ່າງໜຶ່ງຂອງຮ້ານແມ່ນການຕົກແຕ່ງ, ບັນຍາກາດພາຍໃນຮ້ານ ແມ່ນອີງໃສ່ໃຫ້ເປັນບັນຍາກາດຂອງຮ້ານຈຸ່ມສຸກີ້ ຮູບແບບລັກສະນະໃຫ້ມັນແທດເໝາະ ບໍ່ວ່າຈະເປັນອຸປະກອນ, ໂຕະຕັ່ງ ທີ່ມີຄວາມສະດວກສະບາຍໃຫ້ກັບລູກຄ້າທີ່ມາກິນ. ໂລໂກ້, ສີສັນຂອງຮ້ານເຂົ້າກັນໄດ້ຢ່າງລົງຕົວເບິິ່ງແລ້ວສົດໃສສະບາຍໆຕາ ສົດຊື່ນ ເມືອໄດ້ມານັ່ງຢູ່ພາຍໃນຮ້ານ 3 Sao Hotpot.

ສ່ວນປະເພດອາຫານ ກໍມີໃຫ້ເລືອກຫລາກຫລາຍຢ່າງ ບໍ່ວ່າຈະເປັນປະເພດຊີ້ນຫມູ, ຊີ້ນງົວ, ອາຫານທະເລ, ຜັກຫຼາກຫຼາຍຊະນິດ ທີ່ນຳເຂົ້າຈາກຕ່າງປະເທດ ເຊິ່ງມີຫລາຍແບບໃຫ້ລູກຄ້າເລືອກຕາມຄວາມມັກຂອງແຕ່ລະຄົນໄດ້. ນອກນີ້, ຍັງມີເປັນແບບຊຸດໃຫຍ່ສຸດຄຸ່ມເມນູໃໝ່ ຂອງທາງຮ້ານ ບໍ່ວ່າຈະເປັນຊຸດລວມຊີ້ນໝູ, ງົວຊັ້ນນອກ, ລວມທະເລ….ມີຫຼາກຫຼາຍຢ່າງໃນຊຸດດຽວຄຸ່ມຄ່າກວ່າແນ່ນອນ.

ພິເສດນອກຈາກ, ຈະກິນອິ່ມແລ້ວ ທາງຮ້ານຍັງມີກິດຈະກຳ ໃຫ້ຫມູນກົງລໍ້ເພື່ອລຸ້ນກິນຟຣີ ແລະ ລຸ້ນຮັບຂອງຂວັນຈາກທາງຮ້ານນຳອີກ. ນອກຈາກນີ້, ຖ້າທ່ານໄດ້ບໍ່ຢາກກິນຈຸ່ມ ທ່ານຍັງສາມາດສັ່ງຕິ່ມຊຳແຊບໆຈາກຮ້ານໂຊກດີຕິ່ມຊຳມານັ່ງກິນຢູ່ນີ້ໄດ້ອີກ ມີຫລາກຫລາຍເມນູໃຫ້ທ່ານເລືອກຕື່ມ.  ສຳລັບເຄື່ອງດື່ມປະຈຳພາຍໃນຮ້ານກໍມີ 2 ຢ່າງຄື: ນໍ້າເກັກຮວຍ, ນໍ້າຊາຂຽວ ແລະ ມີເຄື່ອງດື່ມ, ຂອງຫວານອື່ນໆອີກຫຼາຍຢ່າງມາໄວ້ບໍລິການທຸກທ່ານອີກ.

ສະຖານທີ່ : ຕັ້ງຢູ່ຊັ້ນສອງຂອງຮ້ານອາຫານໂຊກດີຕິມຊຳ ແຖວຕະຫລາດວັງທອງ 450 ປີ (ຮ້ານລ້າງລົດເກົ່າ born to be) ເວລາເປີດປິດ : 11:00am – 2:00pm / 5:00pm – 10:00pm ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ ແລະ ຈອງໂຕະ : 020 2922 2992 & 021 253122 ສາມາດເຂົ້າໄປເບິ່ງບັນຍາກາດ ແລະ ລາຍລະອຽດເພີ່ມຕື່ມຂອງຮ້ານ 3 ສາວໄດ້ທີ Facebook Page: 3 Sao Hotpot.

ແບ່ງປັນ