Breaking News

ເປັນຫຍັງ? ປູ ໄປຍາ ຈຶ່ງກ້າວຂຶ້ນມາເປັນດາລາໄອດໍ້ຂອງໃຜຫຼາຍໆຄົນ (ມີຄຳຕອບ)

ແບ່ງປັນ

ປູ ໄປຍາ ລຸ້ນເບີຣກ  ດາລາສາວຈາກປະເທດເພື່ອນບ້ານ ອາຍຸ 28 ປີ ລູກຊອດ ໄທ-ສະວີເດັນ ເລີ່ມກ້າວເຂົ້າວົງການບັນເທີງໂດຍໄດ້ຮັບບົດນາງເອກ ແລະ ຈະມີເອກະລັກເຊິ່ງເປັນຄົນທີ່ເວົ້າບໍ່ຂອດ ແລະ ຫຼາຍໆຄົນກໍຈະຈື່ລຸກຂອງນາງນັ້ນກໍຄືເປັນຄົນແຮງ ຄົນກົງໄປກົງມາ ໂດຍສະເພາະການໃຫ້ສຳພາດກັບນັກຂ່າວ ບອກເລີຍວ່າແຮງຊັດຈັດເຕັມ ລວມໄປເຖິງຂ່າວທັງດີ ແລະ ບໍ່ດີຕ່າງໆ ເຮັດໃຫ້ເກີດກະແສເອັນຕີ້ ປູ ໄປຍາ ຢູ່ໄລຍະໜຶ່ງ ຕໍ່ຈາກນັ້ນເຮັດໃຫ້ນາງເດີນທາງໄປຮຽນຕໍ່ທີ່ ປະເທດ ອັງກິດ ແຕ່ກໍຍັງມີໂອກາດບິນກັບມາຮັບງານໃນວົງການຢູ່ເປັນບາງເວລາ

ຈຸດປ່ຽນທີ່ເຮັດໃຫ້ດາລາສາວຄົນນີ້ຕ້ອງຫັນກັບມາຄິດທົບທວນກັບຕົວນາງເອງຢ່າງຈິງຈັງ ເກີດຂຶ້ນຫຼັງຈາກທີ່ນາງກັບໄປເບິ່ງຄລິບສຳພາດກັບນັກຂ່າວໃນເລື່ອງຕ່າງໆໃນໄລຍະທີ່ຜ່ານມາ ຈົນເຮັດໃຫ້ຮູ້ສຶກບໍ່ດີ ແລະ ກັບມາຄິດວ່າເປັນຫຍັງຈຶ່ງຕອບຄຳຖາມກັບສື່ໄປແບບນັ້ນ ແລະ ຍັງບໍ່ພຽງແຕ່ເລື່ອງການສຳພາດເທົ່ານັ້ນ ສາວປູຍັງເບິ່ງເຫັນຂໍ້ບົກພ່ອງຂອງຕົວເອງກໍຄືການບໍ່ເບິ່ງແຍງຕົວເອງ ປ່ອຍໃຫ້ຕົວເອງຕຸ້ຍ ແລະ ຮ່າງກາຍຊຸດໂຊມຢ່າງໜັກ

ເມື່ອຄິດໄດ້ແບບນັ້ນ ປູຈຶ່ງບໍ່ລໍຖ້າທີ່ຈະລຸກຂຶ້ນມາຈັດການກັບຊີວິດ ດ້ວຍການຫັນມາເບິ່ງແຍງສຸຂະພາບ ຮູບຮ່າງ ຈົນເປັນທີ່ຮືຮາເພາະນາງເຮັດໄດ້  ແຖມມີຊິກແພກງາມໆຢູ່ໜ້າທ້ອງຂອງນາງ ລວມໄປເຖິງການປ່ຽນແປງທັດສະນະຄະຕິ ຖິ້ມຄວາມຄິດດ້ານລົບອອກໄປ ເປັນປູຄົນໃໝ່ທີ່ມີທັດສະນະຄະຕິຕໍ່ໂລກທີ່ດີ (ຄິດບວກ) ທັງໝົດນີ້ເກີດຂຶ້ນຈາກໄວອາຍຸ ແລະ ປະສົບການຕ່າງໆ ຕໍ່ມາຈຶ່ງເປັນທີ່ຍອມຮັບ ແລະ ເຮັດໃຫ້ປູຖືກຍົກໃຫ້ເປັນໄອດໍ້ ທຸກຄົນບອກເປັນສຽງດຽວກັນວ່າ ນາງມີຄວາມສົມບູນແບບ ທັງຮູບຮ່າງ ໜ້າຕາ ການສຶກສາ ແລະ ມຸມມອງຄວາມຄິດ, ດ້ວຍເຫດນັ້ນຈຶ່ງເຮັດໃຫ້ ປູ ໄປຍາ ກັບມາມີຊື່ສຽງ ແລະ ເປັນຊື່ສຽງໃນທາງທີ່ດີ ແຖມເປັນໄອດໍ້ໃຫ້ຫຼາຍໆຄົນໄດ້ເບິ່ງເປັນແບບຢ່າງອີກດ້ວຍ

ແຕ່ເຖິງຈະມອບຕຳແໜ່ງ ແລະ ຍົກຍ້ອງໃຫ້ເປັນຄົນທີ່ສົມບູນແບບພຽງໃດ ແຕ່ ປູ ໄປຍາ ກໍບອກກັບທຸກຄົນສະເໝີວ່າ ນາງບໍ່ໄດ້ເພີເຟັກ ແຕ່ນາງພຽງໃຫ່ຍຂຶ້ນ ອາຍຸຫຼາຍຂຶ້ນ ການທີ່ມີໂອກາດເຮັດວຽກ ຫຼິ້ນລະຄອນ ຫາເງິນ ຕັ້ງແຕ່ອາຍຸຍັງນ້ອຍໆ ເຮັດໃຫ້ນາງເຂົ້າໃຈໂລກໄດ້ຫຼາຍກວ່າຄົນທີ່ຢູ່ໃນໄວດຽວກັນ ສັດຕູທີ່ໜ້າຢ້ານທີ່ສຸດ ບໍ່ແມ່ນຄົນອື່ນແຕ່ເປັນຕົວເຮົາເອງ ນາງໃຫ້ຄຸນຄ່າກັບທຸກສິ່ງທີ່ຢູ່ໃນຊີວິດ ເພາະບາງເລື່ອງບາງຢ່າງທຳມະດາສຳລັບເຮົາເຊັ່ນ: ການມີແຂນ-ມີຂາ ການມີພໍ່ແມ່ ກັບເປັນເລື່ອງພິເສດທີ່ສຸດຂອງຄົນອີກຫຼາຍຄົນທີ່ບໍ່ເຄີຍມີ ແລະ ສູນເສຍໄປ

ຄວາມຈິງແລ້ວຍັງມີອີກຫຼາຍເລື່ອງລາວຂອງ ປູ ໄປຍາ ທີ່ຕ້ອງຂໍຊົມເຊີຍ ບໍ່ວ່າຈະເປັນການຟິດຮ່າງກາຍລົງແລ່ນມາລາທອນ, ເປັນຈິດອາສາຊ່ວຍເຫຼືອຜູ້ດ້ອຍໂອກາດ ຈົນໄດ້ຮັບເລືອກໃຫ້ເປັນທູດສັນທະໄມຕີຄົນທຳອິດຂອງ ປະເທດ ໄທ ແລະ ຂອງພູມມິພາກອາຊີຕາເວັນອອກສຽງໃຕ້, ໄດ້ຮັບເລືອກໃຫ້ເປັນ Friends of Swarovski’  ຄົນທຳອິດໃນອາຊີຕາເວັນອອກສຽງໃຕ້ ຈາກກຸ່ມຕົວແທນແມ່ຍິງສະໄໝໃໝ່ ແລະ ຫຼ້າສຸດ ປູ ໄປຍາ ເຂົ້າຕາເອເຈນຊີ່ຕ່າງປະເທດ ຖືກທາບທາມ ແລະ ໄດ້ເຊັນສັນຍາກັບເອເຈນຊີ່ລະດັບໂລກ The Society Management ໃນນິວຍອກ (USA) ແລະ ໃນເວລານີ້ ປູ ໄປຍາ ລຸ້ນເບີຣກ ກໍກຳັລງໂກອິນເຕີແລ້ວເປັນທີ່ແນ່ນອນ.

ຮູບພາບ: prayalundberg

ທີ່ມາ: https://women.mthai.com/amazing-women/295109.html

 

 

ແບ່ງປັນ