Breaking News

ໂພສຜິດຊີວິດປ່ຽນ! Check ຈັກໜ້ອຍ 10 ການສະແດງອອກທາງໂລກ Online ທີ່ເຮັດໃຫ້ເຮົາເບິ່ງ “ໂງ່” ໃນສາຍຕາຄົນອື່ນ!!!

ແບ່ງປັນ

ໂພສຜິດຊີວິດປ່ຽນ!!! ລວມ 10 ການສະແດງອອກໃນໂລກ Online ທີ່ບໍ່ເປັນຕາເຮັດທີ່ສຸດ!!!

ສາວໆຈະໂພສຫຍັງແຕ່ລະເທື່ອ ກໍຕ້ອງຄິດໜ້າຄິດຫຼັງກ່ອນເດີ່ ບໍ່ດັ່ງນັ້ນຈະກາຍເປັນຄົນໂງ່ໂດຍບໍ່ຮູ້ຕົວ!!! ບົດຄວາມຕໍ່ໄປນີ້ຈະມາພ້ອມກັບສາລະ ແລະສິ່ງທີ່ຄວນຮູ້ໃນການສະແດງອອກຜ່ານ ໂລກ Online ແນ່ນອນວ່າສາວໆຍຸກໄຊເບີ່ຄືເຮົາ ຈະໃຫ້ຄວາມສໍາຄັນ ແລະໃຊ້ເວລາຢູ່ໃນໂລກອອນລາຍຄ້ອນຂ້າງຫຼາຍເລີຍແຫຼະ! ເນື່ອງຈາກວ່າມັນສະດວກ ໄວວາ ທັນຕໍ່ເຫດການ ແຕ່ສາວໆຮູ້ບໍ່ວ່າເຈົ້າສິ່ງນີ້ມັນສາມາດທໍາລາຍຊີວິດຂອງ ຫຼືເຮັດໃຫ້ສາວໆຖືກເບິ່ງບໍ່ດີໃນສາຍຕາຂອງຄົນອື່ນໄດ້ຖ້າບໍ່ລະວັງ! ດັ່ງນັ້ນ ສາວໆຈົ່ງຮີບມາ Check ໃຫ້ໄວວ່າຕົນເອງມີພຶດຕິກໍາຫຍັງແດ່? ທີ່ຈະເຮັດໃຫ້ສາວໆເບິ່ງເປັນຄົນສວຍໄສແຕ່ໄຮ້ສະໝອງ! ເລື່ອນນໍາມາເລີຍ!!!

  1. ເພີ້ເຖິງແຟນເກົ່າ ແລະພ້ອມທີ່ຈະເຜົາບ້ານແຟນໃໝ່ສະເໝີ

ເຂົ້າໃຈວ່າເວລາ ອົກຮັກ ມັນຮູ້ສຶກບໍ່ດີຂະໜາດໃດ ແລະທາງອອກທີ່ດີຂອງເລື່ອງກໍຄືການລະບາຍ ແຕ່ແອັດຂໍເຕືອນສາວໆໄວ້ເລີຍວ່າ ໂລກ Online ມັນບໍ່ແມ່ນພື້ນທີ່ສ່ວນຕົວ ແຕ່ມັນເປັນພື້ນທີ່ສ່ວນລວມ ດັ່ງນັ້ນ ການທີ່ສາວຈະມາໂພສເພີ້ເຖິງແຟນເກົ່າ ມັນຈະເຮັດໃຫ້ຄຸນຄ່າຂອງສາວໆນັ້ນຫຼຸດລົງຢ່າງຂັ້ນສຸດ ສະແດງເຖິງການບໍ່ມີວຸດທິພາວະທາງດ້ານອາລົມ ບໍ່ຕ້ອງເວົ້າເຖິງການໂພສດ່າແຟນໃໝ່ເຂົານໍາເດີ່! ບອກເລີຍວ່າເປັນພຶດຕິກໍາທີ່ບໍ່ດີສຸດໆ ທາງທີ່ດີສາວໆຄວນອອກໄປໂອ້ລົມ ຫຼືລະບາຍກັບໝູ່ເພື່ອນຈະດີທີ່ສຸດຈ່າ ໃຫ້ຄົນທີ່ໄວ້ໃຈຄອຍຮັບຟັງບັນຫາຂອງເຮົາ ດີກວ່າເອົາໄປລະບາຍໃຫ້ພວກສອດຮູ້ສອດເຫັນຟັງ!

  1. Share ຮູບຕອນກໍາລັງຮ້ອງໄຫ້ຜ່ານໂລກ Online

ສືບເນື່ອງມາຈາກປະເດັນທໍາອິດ ເປັນເລື່ອງປົກກະຕິຂອງຄົນທີ່ມີອາລົມອ່ອນໄຫວ ທີ່ຢາກຈະໄດ້ກໍາລັງໃຈ ແລະຄວາມເຫັນໃຈຈາກຄົນອື່ນ ແຕ່ການທີ່ໂພສຮູບຮ້ອງໄຫຜ່ານໂລກ Online ນັ້ນ ເບິ່ງຈະເປັນການທີ່ຮຽກຮ້ອງຄວາມສົນໃຈຫຼາຍເກີນໄປຈັກໜ້ອຍ ເພາະມັນໝາຍຄວາມວ່າເຈົ້າບໍ່ສາມາດຈັດການກັບອາລົມຂອງຕົວເອງໄດ້ ແລະຢ່າຫວັງວ່າເຮັດແບບນີ້ແລ້ວຄົນສ່ວນໃຫຍ່ຈະເຫັນໃຈ ເພາະພວກເຂົາຈະຄິດວ່າເຈົ້ານັ້ນຊ່າງເປັນເດັກນ້ອຍເຫຼືອເກີນ

  1. ໂພສແຕ່ຄໍາວ່າ “ໂສດ” ໂປຼໂມດຕົວເອງຢູ່ຕະຫຼອດ

ການທີ່ໂປຼໂມດຕົວເອງວ່າ “ໂສດ” ມັນບໍ່ໄດ້ເຮັດໃຫ້ເຈົ້າເປັນຕາຈີບ ຫຼືເບິ່ງແພງຂຶ້ນມາໄດ້ເລີຍ! ພັດກົງກັນຂ້າມ! ເພາະມັນສະແດງອອກມາວ່າເຈົ້າຢາກຈະມີແຟນຈົນໂຕສັ່ນ ເຖິງກັບຕ້ອງບອກໃຫ້ໂລກຮູ້! ແລະອີກຢ່າງມັນເປັນການສະແດງອອກເຖິງຄົນທີ່ບໍ່ມີຄວາມໝັ້ນໃຈໃນຕົວເອງ ຖ້າຢາກໃຫ້ຜູ້ຊາຍສົນໃຈ ເຈົ້າຕ້ອງເຮັດຕົວໃຫ້ມີສະເໜ ແລະໜ້າຄົ້ນຫາ ຄົງບໍ່ຕ້ອງບອກເນາະວ່າການໂປຼໂມດຕົວເອງໃຫ້ໜ້າຄົ້ນຫາຕ້ອງເຮັດແບບໃດ?

  1. ອວດຜູ້… ໃຫ້ໂລກຮູ້

ຂໍ້ນີ້ເຫັນມາຫຼາຍແລ້ວ ມີແຟນປຸ໊ບຕ້ອງພາອອກສື່ປັ໊ບ! ທໍາອິດກໍອາດຈະເປັນທີ່ຮືຮາ ແລະຕື່ນຕາຕື່ນໃຈຊາວ Social ຢູ່ດອກ ແຕ່ຖ້າມັນຫຼາຍເກີນໄປຄົງບໍ່ມີໃຜທີ່ຢາກຈະເບິ່ງຄວາມໜ້າຮັກຂອງພວກເຈົ້າທັງສອງແລ້ວແຫຼະ! ແຕ່ຈະກາຍເປັນຄວາມໜ້າເບື່ອຫຼາຍກວ່າ ບາງຄູ່ເຖິງຂັ້ນລົງຮູບ ກອດຈູບ ລູບຄໍາ ແອັດຢາກຈະໃຫ້ຄິດອີກເທື່ອໜຶ່ງວ່າ ເທິງໂລກ Online ບໍ່ໄດ້ມີແຕ່ເຈົ້າກັບແຟນໃດ໋ ບາງເທື່ອຊີວິດສ່ວນຕົວຂອງເຈົ້າ ຖ້າປ່ອຍໃຫ້ມັນເປັນເລື່ອງສ່ວນຕົວ ມັນໜ້າຈະດີກວ່າບໍ່?

  1. ຈົ່ມເລື່ອງຮູບຮ່າງ ຫວັງໃຫ້ມີຄົນມາຍ້ອງ

ອີກພຶດຕິກໍາໜຶ່ງທີ່ສະແດງອອກເຖິງຄວາມບໍ່ໝັ້ນໃຈແບບຂັ້ນສຸດກໍຄື ການຖ່າຍຮູບແລ້ວາບັນລະຍາຍຈຸດບົກຜ່ອງຂອງຕົວເອງ ທັ້ງທີ່ມັນບໍ່ໄດ້ເບິ່ງບໍ່ດີຂະໜາດນັ້ນ (ແຕ່ງຮູບມາເວີ້ກວ່າໂຕຈິງແລ້ວອີກ) ໂດຍຈຸດປະສົງຄື… ຕ້ອງການໃຫ້ໝູ່ເຂົ້າໄປຄອມເມັ້ນໃຫ້ກໍາລັງໃຈ ແລ້ວບອກວ່າມັນກະງາມຢູ່ແລ້ວ! ມັນໝາຍຄວາມວ່າເຈົ້າຕ້ອງອາໃສ ຄອມເມັ້ນຂອງຄົນອື່ນເພື່ອເຮັດໃຫ້ຕົວເອງຮູ້ສຶກດີ ນະຈຸດນີ້ແອັດຈະບໍ່ເວົ້າຫຍັງຫຼາຍ ແຕ່ຈະບອກພຽງວ່າ ແມ່ຍິງທີ່ມີຄວາມໝັ້ນໃຈ ແລະສະຫຼາດເຂົາຈະບໍ່ເຮັດແບບນີ້ເດັດຂາດ

  1. ຄອມເມັ້ນແຮງໆ ແຕ່ແຝງໄປດ້ວຍຄວາມໝັ້ນໃຈ

ຄວາມເປັນ ສາທາລະນະ ໃນໂລກ Online ເຮັດໃຫ້ຄົນເຮົາສະແດງພຶດຕິກໍາ ແລະທັດສະນະຄະຕິທີ່ບໍ່ດີອອກມາໂດຍຮູ້ຕົວ ແລະບໍ່ຮູ້ຕົວ! ໂດຍການຄອມເມັ້ນຄົນທີ່ບໍ່ສົມບູນແບບ (ຕາມຄວາມຄິດຂອງຕົວເອງ) ຫຼືຄົນທີ່ມີຄວາມຄິດແຕກຕ່າງຈາກຕົວເອງແບບເສຍໆຫາຍໆ ແລ້ວຕົບທ້າຍດ້ວຍຖ້ອຍຄໍາທີ່ໝັ້ນໃຈຄື ຄວາມຄິດເຫັນສ່ວນຕົວເດີ່, ດ່າໄດ້ແຕ່ຢ່າແຮງ, ດ່າມາດ່າກັບ ແລະອື່ນໆອີກ ການສະແດງຄວາມຄິດເຫັນເປັນເລື່ອງທີ່ດີກໍແມ່ນ ແຕ່ຕ້ອງສະແດງອອກໃຫ້ຖືກບ່ອນ ຖືກເວລາ ແລະຖືກກາລະເທສະນໍາ ໃຜທີ່ມີພຶດຕິກໍາແບບນີ້ຢູ່ຄວນເຊົາໃຫ້ໄວ! ກ່ອນທີ່ຈະກາຍເປັນບຸກຄົນທີ່ໜ້າລັງກຽດຂອງສັງຄົມ

  1. ຕອບໂຕ້ໜັກ ຫວັງໃຫ້ແຕກຫັກກັນໄປຂ້າງໜຶ່ງ

ການຄອມເມັ້ນ ຫຼືສະແດງຄວາມຄິດເຫັນໃນໂລກ Online ເປັນອິດສະຫຼະ ນີ້ແຫຼະຈຶ່ງເປັນທີ່ມາຂອງປະເດັນໂຕ້ແຍ້ງຕ່າງໆທີ່ເຮົາມັກຈະພົບຢູ່ເປັນປະຈໍາ ເນື່ອງຈາກຕ່າງຄົນຕ່າງມີຄວາມຄິດເປັນຂອງຕົວເອງ ແລະສາມາດສະແດງອອກມາໄດ້ທັນທີດ້ວຍ ປາຍນິ້ວມື ເຮັດໃຫ້ເລື່ອງນ້ອຍໆກາຍເປັນເລື່ອງໃຫຍ່ໄດ້ ແລະແນ່ນອນວ່າມັນຈະເປັນເລື່ອງມ່ວນ ຂອງພວກຄົນເຜືອກທັງຫຼາຍທີ່ສຸດ

  1. ຕິດຄໍາຄົມ ຈົນບໍ່ມີຄວາມຄິດເປັນຂອງຕົວເອງ

ການມີຄໍາຄົມປະຈໍາໃຈເປັນເລື່ອງທີ່ດີ ແຕ່ຖ້າມັນຫຼາຍເກີນໄປຈົນກາຍເປັນຄົນທີ່ບໍ່ມີຄວາມຄິດເປັນຂອງຕົວເອງກໍບໍ່ໄຫວເດີ່! ເອົາເປັນວ່າແຊຣພໍປະມານກໍພໍແລ້ວ ຢ່າໃຫ້ຄົນອື່ນມາດູຖູກໄດ້ວ່າ ເຮົາເປັນຄົນທີ່ບໍ່ໝັ້ນໃຈໃນຄວາມຄິດຂອງຕົວເອງເລີຍ ຄໍາຄົມດີໆມັນຈະເປັນແຮງຊຸກຍູ້ໃຫ້ເຮົາ ແຕ່ຢ່າລືມວ່າສິ່ງສໍາຄັນທີ່ສຸດຄືຕົວເຮົາເອງ ຈົ່ງໝັ້ນໃຈໃນຕົວເອງ ໝັ້ນໃຈໃນຄວາມຄິດຂອງຕົວເອງ ແລ້ວເຈົ້າຈະກາຍເປັນຄົນທີ່ມີຄວາມສຸກທີ່ສຸດໃນໂລກ!

  1. ເອົາເລື່ອງພາຍໃນ ມາປ່າວປະກາດໃຫ້ໂລກຮູ້

ບໍ່ວ່າຈະເປັນເລື່ອງໝູ່ ເລື່ອງແຟນ ເລື່ອງຄອບຄົວ ຫຼືໃນບໍລິສັດກໍຕາມແຕ່ ການເອົາມາປະຈານໃຫ້ໂລກຮູ້ ບໍ່ໄດ້ຊ່ວຍໃຫ້ບັນຫາໝົດໄປ ມີແຕ່ຈະເປັນການສ້າງບັນຫາໃຫ້ໃຫຍ່ຂຶ້ນຫຼາຍກວ່າ! ດັ່ງນັ້ນ ຈົ່ງຊອກວິທີຈັດການທີ່ເໝາະສົມ ເພາະຖ້າໂພສຫຍັງຜີດໄປ ອາດຈະເຮັດໃຫ້ຊີວິດປ່ຽນໄດ້ງ່າຍໆ ແລະທີ່ສໍາຄັນມັນຍັງບົ່ງບອກໄດ້ວ່າເຈົ້າບໍ່ມີຄວາມສາມາດທີ່ຈະຈັດການກັບບັນຫາຕ່າງໆ ຫຼືແມ່ນແຕ່ອາລົມຂອງຕົວເອງໄດ້!

  1. ຄໍາຫຍາບຄື My habit

ໄວລຸ້ນສະໄໝນີ້ມັກເຂົ້າໃຈວ່າ ການສະແດງຄໍາຫຍາບ ເປັນເລື່ອງທີ່ເທ່ຄູລ ຂ້ອຍນີ້ແຫຼະຄົນຈິງ! ແຕ່ເຈົ້າຮູ້ບໍ່ວ່ານັ້ນໝາຍເຖິງເຈົ້າກໍາລັງສະແດງຄວາມອ່ອນແອ ແລະຄວາມບໍ່ໝັ້ນໃຈອອກມາໃຫ້ໂລກຮູ້ ເພາະຖ້າເປັນຄົນຈິງແທ້ເຂົາຈະລົງມືເຮັດ ໂດຍບໍ່ໃຊ້ຄໍາເວົ້າແຮງໆພວກນີ້ມາສ້າງກະແສໃນໂລກ Online ໃຫ້ຕົວເອງເບິ່ງເທ່ ຫຼືຫຍັງທັງນັ້ນ ມີແຕ່ຄົນທີ່ຕ້ອງການຮຽກຮ້ອງຄວາມສົນໃຈເທົ່ານັ້ນທີ່ຈະເຮັດແບບນີ້ ຮູ້ບໍ່?

ເປັນແນວໃດສາວໆ ກັບ 10 ສິ່ງທີ່ນໍາສະເໜີໄປ! ຖ້າໃຜທີ່ຫຼົງເຮັດສິ່ງໃດທີ່ສິ່ງໜຶ່ງໄປກໍເຊົາເຮັດໄດ້ແລ້ວເດີ່ ຖ້າບໍ່ຢາກເບິ່ງ “ໂງ່” ໃນສາຍຕາຄົນອື່ນໂດຍສະເພາະໃນໂລກ Online

ແບ່ງປັນ