Breaking News

ສະເຫຼີຍ!!! 6 ສາເຫດທີ່ເຮັດໃຫ້ແມ່ຍິງຕັດສິນໃຈ “ບອກເລີກແຟນ” ທີ່ຄົບກັນມາດົນແລ້ວ… (ແທນທີ່ຈະຈົບລົງດ້ວຍງານແຕ່ງ)

ແບ່ງປັນ

ສະເຫຼີຍ!!! 6 ສາເຫດທີ່ເຮັດໃຫ້ແມ່ຍິງຕັດສິນໃຈ ບອກເລີກແຟນ ທີ່ຄົບກັນມາດົນແລ້ວ…

ຄູ່ຮັກຫຼາຍຄູ່ທີ່ຄົບກັນມາດົນຈົນຄົນພາຍນອກເບິ່ງກັນວ່າ ແນ່ນອນຄູ່ນີ້ຕ້ອງຈົບລົງດ້ວຍການແຕ່ງງານ! ແຕ່ເຫດການກັບກົງກັນຂ້າມ ເມື່ອຄູ່ຮັກນັ້ນໆເລືອກທີ່ຈະຈົບລົງດ້ວຍການ ເລີກກັນໄປ ຈົນມີຄົນມາເວົ້າກ່ຽວກັບ ອາຖັນກັນໄປຕ່າງໆນາໆ ແຕ່ຄວາມຈິງແລ້ວມັນເກີດຂຶ້ນຈາກສາເຫດໃດນັ້ນ ມື້ນີ້ Kuanjai ຈຶ່ງຂໍມາໄຂຂໍ້ຂ້ອງໃຈດ້ວຍການສະເຫຼີຍ 6 ສາເຫດທີ່ເຮັດໃຫ້ແມ່ຍິງຕັດສິນໃຈ ບອກເລີກແຟນ ທີ່ຄົບກັນມາດົນໄດ້ໝົດຂໍ້ຂ້ອງໃຈກັນ! ໄປເບິ່ງເລີຍ!!!

  1. ຄວາມຮັກໝົດໄປແລ້ວ

ຄູ່ຮັກທີ່ຄົບກັນມາດົນບໍ່ໄດ້ມີແຕ່ຄວາມຮັກ ແຕ່ຍັງມີຄວາມຜູກພັນ ແລະຄວາມຊົງຈໍາດີໆທີ່ມີຮ່ວມກັນ ເຊິ່ງບາງຄັ້ງຄວາມຮັກໝົດລົງໄປແລ້ວ ຈາກສິ່ງທີ່ເຄີຍເພິ່ງພໍໃຈກັບມາເປັນບໍ່ພໍໃຈ ບໍ່ຕ້ອງຊອກສາເຫດໃດເພື່ອມາຕອບວ່າເປັນຍ້ອນຫຍັງດອກ ເພາະຄໍາຕອບຫຼັກໆກໍຄື ມັນໝົດຮັກໄປແລ້ວນັ້ນເອງ ບາງຄູ່ເມື່ອຮູ້ສຶກແບບນີ້ກໍຍັງບໍ່ກ້າທີ່ຈະບອກເລີກເພາະເສຍດາຍເວລາທີ່ຄົບກັນມາ ແຕ່ເຊື່ອເທາະວ່າ ເຖິງເຈົ້າຢາກຈະຖ່ວງເວລາໄວ້ຫຼາຍປານໃດ ແຕ່ສຸດທ້າຍແລ້ວມັນກໍໄປບໍ່ລອດຢູ່ດີເພາະ ໝົດຮັກກັນໄປແລ້ວ

  1. ມີຄົນໃໝ່ແລ້ວ

ສືບເນື່ອງມາຈາກຂໍ້ທີໜຶ່ງ ຄືເມື່ອຄວາມຮັກໝົດໄປແລ້ວ ຖ້າມີໃຜຄົນອື່ນເຂົ້າມາໃນຊີວິດ ແລະມາຕຶ່ມເຕັມໄດ້ຫຼາຍກວ່າ ກໍ່ຍ່ອມຕ້ອງເລືອກຄົນທີ່ເຂົ້າມາໃໝ່ ແລະບອກລາຄົນເກົ່າໄປ ເຊິ່ງເປັນບັນຫາທີ່ສຶບເນື່ອງມາຈາກການໝົດຮັກຄົນປັດຈຸບັນ ແລະຍັງດື້ທີ່ຈະຖ່ວງດຶງຄວາມສໍາພັນຕໍ່ໄປຈົນມີຄົນທີ່ມແມ່ນກວ່າເຂົ້າມາແຊກກາງ ຈຶ່ງມັກເກີດຂໍ້ປຽບທຽບລະຫວ່າງຄົນທີ່ມາໃໝ່ກັບຄົນປັດຈຸບັນ ແລະເຮັດໃຫ້ຕັດສິນໃຈບອກເລີກຄົນເກົ່າໃນທີ່ສຸດ

  1. ຍິ່ງຄົບຍິ່ງເບິ່ງບໍ່ເຫັນອານາຄົດ

ເບິ່ງຄືຄວາມສໍາພັນທີ່ເປັນຢູ່ເປັນການຄົບຜ່ານໆໄປໃນແຕ່ລະມື້ ບໍ່ເຫັນອານາຄົດຮ່ວມກັນ ຄິດພາບບໍ່ອອກວ່າແຕ່ງງານໄປຈະເປັນແນວໃດ ຄືຍັງບໍ່ຮູ້ສຶກໝັ້ນໃຈໃນຕົວຜູ້ຊາຍວ່າສາມາດເບິ່ງແຍງເຮົາໄດ້ໃນອານາຄົດ ກັບມາເບິ່ງປັດຈຸບັນກໍຍັງບໍ່ເຫັນຄວາມປ່ຽນແປງ ເຖິງຈະຍັງຮັກ ແລະຜູກພັນແຕ່ກໍມີແມ່ຍິງຫຼາຍຄົນທີ່ຕັດສິນໃຈເລືອກທີ່ຈະບອກເລີກດີກວ່າ!

  1. ທັດສະນະຄະຕິບໍ່ກົງກັນ

ຟັງຄືເຫດຜົນນໍ້າເນົ່າ ແຕ່ມັນກໍເປັນເຫດຜົນຫຼັກໆທີ່ເຮັດໃຫ້ຄູ່ຮັກທີ່ຄົບກັນມາດົນເລີກກັນໄປຫຼາຍຄູ່ ເຊິ່ງຫຼາຍຄົນອາດຈະຖຽງວ່າ ຖ້າຄວາມຄິດເຫັນບໍ່ກົງກັນແລ້ວຄົບກັນມາດົນປານນີໄດ້ແນວໃດ ເຫດຜົນກໍຄົງໜີບໍ່ພົ້ນຄວາມຮັກນັ້ນເອງ ເມື່ອຮັກໃຜຈັກຄົນຫຼາຍໆເຮົາກໍເລືອກທີ່ຈະຫຼັບຫູຫຼັບຕາເບິ່ງຂ້າມຈຸດດ້ອຍຂອງອີກຝ່າຍໄປ ແຕ່ເມື່ອຄົບກັນໄປເຖິງຈຸດໜຶ່ງ ຫາກທັງສອງບໍ່ໄດ້ມີເປົ້າໝາຍດຽວກັນແລ້ວ ຍ່ອມເຮັດໃຫ້ເກີດການຜິດຖຽງກັນຕາມມາ ແລະຕັດສິນໃຈເລີກກັນໄປໃນທີ່ສຸດ

  1. ຍິ່ງຄົບຍິ່ງເມື່ອຍ

ສືບເນື່ອງມາຈາກທັດສະນະຄະຕິບໍ່ກົງກັນ ຄົນໜຶ່ງໄປທາງຊ້າຍ ອີກຄົນໄປທາງຂວາ ການປັບຈູນກັນເກືອບບໍ່ໄດ້ຊ່ວຍຫຍັງເລີຍ ເພາະສຸດທ້າຍແລ້ວຕ່າງຄົນກໍຕ່າງກັບໄປເປັນຕົວຂອງຕົວເອງ ການຜິດກັນເລື່ອງເກົ່າໆ ຊໍ້າໄປຊໍ້າມາຍ່ອມເຮັດໃຫ້ຕ່າງຝ່າຍຕ່າງເມື່ອຍ ເຊິ່ງຄວາມສໍາພັນທີ່ອີລາກອີ່ເລືອນີ້ສຸດທ້າຍກໍຕ້ອງຈົບລົງໃນທີ່ສຸດ

  1. ມີແຟນ ຫຼືບໍ່ມີກໍບໍ່ຕ່າງຫຍັງ

ແມ່ຍິງເຮົາເມື່ອມີແຟນກໍຢາກຈະໄດ້ຮັບການເບິ່ງແຍງ ເອົາໃຈໃສ່ ແລະເປັນທີ່ປຶກສາເປັນຄູ່ຄິດໄດ້ ແຕ່ເມື່ອມີແຟນແລ້ວຍັງຕ້ອງພະເຊີນໜ້າກັບເລື່ອງຮ້າຍໆພຽງລໍາພັງ ຫັນໜ້າໄປປຶກສາໃຜກໍບໍ່ໄດ້ ຫຼືຍັງຕ້ອງເບິ່ງແຍງຕົວເອງທຸກຢ່າງຄືເປັນໂສດ ຈະມີແຟນ ຫຼືບໍ່ມີກໍບໍ່ໄດ້ຕ່າງຫຍັງປານໃດ ດັ່ງນັ້ນ ບອກເລີກໄປຊີວິດກໍຄົງບໍ່ໄດ້ປ່ຽນປານໃດດອກເນາະ!

ຫວັງວ່າ ຄົງໝົດຂໍ້ຂ້ອງໃຈກັນແນ່ແລ້ວເນາະ! ວ່າເປັນຫຍັງແມ່ຍິງຈຶ່ງຕັດສິນໃຈບອກເລີກແຟນທີ່ຄົບກັນມາດົນ ແຕ່ທ້າຍທີ່ສຸດແລ້ວການເລີກລາກັນໄປ ແມ່ນວ່າຈະສ້າງຄວາມເຈັບປວດໃຫ້ທັງສອງຝ່າຍ ແຕ່ດີກວ່າການຖ່ວງດຶງຄວາມສໍາພັນໄປເລື້ອຍໆໃຫ້ເສຍເວລາຕໍ່ທັງຄູ່ ແລະສຸດທ້າຍກໍເຈັບໜັກກວ່າເກົ່າ ເອີ້ນວ່າ ເຈັບແຕ່ຈົບດີກວ່າ!!!

ແບ່ງປັນ