Breaking News

ຊ່ວງເຊົ້າມັນກໍຈະວຸ້ນໆແດ່! “ຕື່ນມາແລ້ວງາມເລີຍ” ມັນເປັນແບບນີ້ໆເອງ!!!

ແບ່ງປັນ

8 ເຄັດລັບທີ່ເຮັດໃຫ້ງາມ ປະຢັດເວລາໃນຕອນເຊົ້າ ເຖິງຈະຕື່ນສວາຍກໍໜ້າເປະ ຜົມງາມໄດ້ພ້ອມທີ່ຈະອອກນອກເຮຶອນໄດ້ຢ່າງໝັ້ນໃຈ

ໃນຕອນເຊົ້າເປັນໄລຍະເວລາທີ່ຮີບດ່ວນ ໂດຍສະເພາະຢ່າງຍິ່ງກັບສາວໆທີ່ຕ້ອງແຕ່ງໜ້າ ແຕ່ງຕົວ ແລະ ເຮັດຜົມໃຫ້ຕົວເອງດູດີກ່ອນອອກຈາກເຮືອນ ແຖມຕ້ອງເພື່ອເວລາໃຫ້ກັບການຈາລະລາຈອນທີ່ຕິດຂັດອີກ ເຮັດໃຫ້ສາວໆຫຼາຍຄົນເລືອກທີ່ຈະຕື່ນແຕ່ເຊົ້່າ ແລະ ໃຊ້ເວລາເປັນຊົ່ວໂມງໃນການກຽມຕົວກ່ອນອອກຈາກເຮືອນ ດ້ວຍສາເຫດນີ້ເຮົາຈຶ່ງນໍາເອົາ 8 ເຄັດລັບທີ່ຈະຊ່ວຍປະຢັດເວລາສາວໆໃນຕອນເຊົ້າມາຝາກກັນ ຮັບຮອງເລີຍວ່າມັນຈະເຮັດໃຫ້ເວລາຂອງສາວໆເຫຼືອຫຼາຍ ໂດຍບໍ່ຕ້ອງຮີບດ່ວນໄປໃສເລີຍລະ!!!

  1. ໃຊ້ເວລານອນໃຫ້ເຕັມທີ່

ຖ້າສາວໆຢາກມີຜິວໜ້າທີ່ງາມສົດໄສຕ້ອນຮັບວັນໃໝ່ ແຕ່ຈະໃຫ້ທາຄຼີມບໍາລຸງໃນຕອນເຊົ້າກໍເບິ່ງຈະເປັນການເສຍເວລາໄປຫຼາຍພໍສົມຄວນ ດັ່ງນັ້ນສາວໆຄວນທາຄຼີມບໍາລຸງຕ່າງໆກ່ອນນອນ ເພາະເວລານອນເປັນໄລຍະພັກຜ່ອນຂອງຮ່າງກາຍ ສະພາບຜິວຂອງເຮົາຈະຟື້ນຟູສ້ອມແຊມສ່ວນທີ່ຫຼຸ້ຍຫ້ຽນ ຄຼີມຕ່າງໆຈະຊືມຊັບ ແລະ ເຮັດວຽກໄດ້ຢ່າງເຕັມປະສິດຕິພາບທີ່ສຸດໃນຊ່ວງທີ່ເຮົານອນ

  1. ເອົາໄດເປົ່າຜົມມາເປົ່າໃບໜ້າ

ສາວໆທີ່ໃຊ້ຄຼີມບໍາລຸງມ້ອຍເຈີ້ໄຣເຊີ ຊະນິດເຂັ້ມຂຸ້ນກ່ອນນອນ ເຮັດໃຫ້ຕື່ນມາໜ້າເດັ້ງ ເບິ່ງມີນໍ້າມີນວນ ຈົນບໍ່ສາມາດລົງຮອງພື້ນ ຫຼື ກັນແດດເພື່ອແຕ່ງໜ້າໄດ້ ຖ້າເປັນແບບນັ້ນສາວໆລອງເອົາໄດເປົ່າຜົມມາເປົ່າໃຫ້ ມ້ອຍເຈີ້ໄຣເຊີ ເທິງໜ້າເຮົາແຫ້ງລອງເບິ່ງ ແຕ່ຢ່າລືມວ່າຕ້ອງໃຊ້ລົມເຢັນນໍາເດີ້ ບໍ່ດັ່ງນັ້ນຜິວໜ້າຂອງເຮົາອາດຈະແຫ້ງຈົນເກີນໄປ

  1. ຫຼຸດຂັ້ນຕອນການແຕ່ງໜ້າດ້ວຍ ບີບີ ຄຼີມ

ບີບີຄຼີມຄືຄໍາຕອບຂອງການຫຼຸດຂັ້ນຕອນການແຕ່ງໜ້າ ແລະ ຊ່ວຍປະຢັດເວລາໄດ້ຢ່າງແທ້ຈິງ ເພາະບີບີຄຼີມຄືການຮວມຕົວຂອງຮອງພື້ນ ເມັກອັບເບສ ແລະ ລວມໄປເຖິງຄຼີມບໍາລຸງໜ້າບໍ່ຕ້ອງມີຫຼາຍຂັ້ນຕອນໃຫ້ຫຍຸ້ງຍາກພຽງແຕ່ຫຼອດດຽວກໍເອົາຢູ່

  1. ໜ້າເປະໄດ້ໃນຫຼອດດຽວ

ຖ້າມື້ໃດທີ່ສາວໆຕື່ນສວາຍ ຈົນບໍ່ມີເວລາແຕ່ງໜ້າແຕ່ງຕົວ ແຕ່ກໍຢ່າຟ້າວກະວົນກະວາຍໄປ ເຮົາສາມາດແຕ່ງໜ້າໂດຍໃຊ້ເວລາພຽງໜ້ອຍດຽວ ພຽງແຕ່ມີ ຄຼີມບຣັສ ສີທີ່ໝັ້ນໃຈຈັກຫຼອດ ຫຼື ຈັກກັບ ກໍສາມາດເອົາມາທາແກ້ມ ຮີມສົບ ແລະ ເປືອກຕາໄດ້ ພຽງແຕ່ເທົ່ານີ້ສາວໆກໍພ້ອມທີ່ຈະອອກຈາກເຮຶອນໂດຍທີ່ໃບໜ້າບໍ່ຈືດຈົນເກີນໄປແລ້ວ

  1. ສະໂມກີ້ອາຍງ່າຍໆ ບໍ່ຮອດ 1 ນາທີ

ສໍາລັບສາວໆທີ່ມັກແຕ່ງຕາແບບສະໂມກີ້ອາຍ ການທາອາຍເຊໂດ້ຊໍ້າໄປຊໍ້າມາ ເຮົາສາມາດຫຼຸດເວລາຂັ້ນຕອນນີ້ໄດ້ໂດຍການຂີດອາຍໄລເນີ້ເສັ້ນໜາໆ ແບບບໍ່ຕ້ອງປານີດຫຼາຍ ແລ້ວໃຊ້ນິ້ວມືຂອງເຮົານີ້ລະເຂ່ຍໃຫ້ກະຈາຍອອກ ພຽງເທົ່ານີ້ສາວໆກໍຈະໄດ້ສະໂມກີ້ອາຍແບບບໍ່ຕ້ອງສິ້ນເປຶອງເວລາອີກຕໍ່ໄປ

  1. ສະເປສະຜົມແຫ້ງອີກໜຶ່ງຕົວຊ່ວຍສໍາຄັນ

ມື້ທີ່ສາວໆຂີ້ຄ້ານສະຜົມ ເພາະວ່າຈະສະຜົມ ນວດ ຊົ່ວຈະເປົ່າຜົມແຫ້ງ ແຖມຍັງຈະຕ້ອງມາຫວີຜົມຈັດຊົງຫຼາຍຢ່າງ ຂັ້ນຕໍ່າເສຍເວລາບໍ່ໜ້ອຍກວ່າເຄີ່ງຊົ່ວໂມງແລ້ວ ດັ່ງນັ້ນສາວໆລອງຫັນມາໃຊ້ສະເປສະຜົມແຫ້ງ ຫຼື Dry Shampoo  ເພາະນອກຈາກຈະສະດວກໄວວາແລ້ວຍັງເຮັດໃຫ້ຜົມຂອງສາວໆມີກິ່ນຫອມຄືກັບສະຜົມມາໃໝ່ໆເລີຍລະ

  1. ຜົມເປັນລອນງາມໃນມື້ຮີບດ່ວນ

ນອກຈາກໃບໜ້າແລ້ວຊົງຜົມກໍມີຄວາມສໍາຄັນບໍ່ແພ້ກັນ ເຊິ່ງຖ້າສາວໆເບື່ອທີ່ຈະປ່ອຍຜົມຊື່ຍາວ ຢາກມ້ວນເປັນລອນແນ່ແຕ່ຢ້ານເສຍເວລາກໍບໍ່ຕ້ອງກັງວົນໄປ ພຽງແຕ່ມັດຜົມສູງເປັນຫາງມ້າ ແລ້ວແບ່ງຊໍ່ຜົມຈາກຫາງມ້າຄ່ອຍໆໃຊ້ອັນລອນຜົມມ້ວນໄປເທື່ອລະຊໍ່ ຈົນຄົບແລ້ວກໍປ່ອຍຜົມລົງ ສະບັກຫົວໃຫ້ຜົມກະຈາຍອອກຈັກໜ້ອຍພຽງເທົ່ານີ້ສາວໆກໍຈະມີຜົມງາມເປັນລອນແບບທໍາມະຊາດໄດ້ງ່າຍໆ

  1. ລອນຟູເກ໋ໆ ດ້ວຍການເປຍຜົມກ່ອນນອນ

ຖ້າມື້ໃດຕ້ອງການໃຫ້ຜົມຟູເປັນລອນນ້ອຍ ກໍພຽງແຕ່ເປຍຜົມອ້ອມເທິງຫົວກ່ອນນອນປະໄວ້ຂ້າມຄືນຕື່ນມາກໍແກ້ຢາງອອກ ໃຊ້ມືສາງຈັດຊົງໃຫ້ຮຽບຮ້ອຍກໍຈະໄດ້ຜົມລອນຟູງາມ ໂດຍບໍ່ຕ້ອງເສຍເວລາມານັ່ງລອນຜົມແລ້ວ

ຮູ້ແບບນີ້ແລ້ວກໍລອງເອົາໄປປັບປ່ຽນກິດຈະວັດປະຈໍາວັນເບິ່ງເດີ້ ເພາະມັນຈະຊ່ວຍປະຢັດເວລາຂອງສາວໆໄປໄດ້ຫຼາຍເລີຍລະ ຕໍ່ໄປນີ້ບໍ່ວ່າຕອນເຊົ້າມື້ໃດກໍມີເວລາເຫຼືອເຟືອໄປເຮັດວຽກແນວອື່ນໂດຍບໍ່ຕ້ອງກັງວົນວ່າຈະຊ້າອີກຕໍ່ໄປແລ້ວ.

ແບ່ງປັນ