Breaking News

ຕ້ອນຮັບປີທ່ອງທ່ຽວລາວ 2018 “ພາທ່ຽວ ແລະ ສຳຜັດມົນສະເໜ່ເມືອງເກົ່າ ແຂວງ ສະຫວັນນະເຂດ”

ແບ່ງປັນ

“ສຳຜັດມົນສະເໜ່ເມືອງເກົ່າ ວິຖີຊີວິດຕາມລ້ອງແມ່ນໍ້າຂອງ ທີ່ເມືອງ ໄກສອນ ພົມວິຫານ”

ການທ່ອງທ່ຽວຖືວ່າເປັນອີກທາງເລືອກໜຶ່ງໃນການພັກຜ່ອນສຳລັບຄົນໃນຍຸກປັດຈຸບັນ ໃນຍຸກທີ່ການນຳໃຊ້ໂລກໂຊຊ້ຽວເປັນສື່ກາງອັນດັບຕົ້ນໆ ແລະ ສິ່ງທີ່ຂາດບໍ່ໄດ້ຄືການຖ່າຍຮູບເພື່ອອັບຂື້ນໂລກໂຊຊ້ຽວບໍ່ວ່າເປັນ Facebook ແລະ Instagram ແລະອື່ນໆ ສະແດງເຖິງ life style ຂອງແຕ່ລະຄົນເພື່ອຖ່າຍທອດເລື່ອງລາວຜ່ານຮູບຖ່າຍ.

ຂວັນໃຈ ຈະພາທຸກຄົນໄປຄົ້ນພົບມຸມມອງໃໝ່ໆທີ່ແປກຕາ ແລະ ມົນສະເໜ່ຂອງເມືອງເກົ່າ, ອາຫານທ້ອງຖິ່ນຕາມລ່ອງແມ່ນ້ຳຂອງທີ່ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ.

ຄວາມຮຸ່ງເຮືອງໃນອະດີດ

“ຖ້າຢາກຮູ້ເລື່ອງລາວໃນອະດີດຂອງແຕ່ລະຍຸກ ແຕ່ລະສະໄໝ ໃຫ້ເບິ່ງຈາກເຮືອນຊານບ້ານຊ່ອງ ເຄື່ອງໃຊ້ຂອງຊ້ອຍ”

ຄວາມໂດດເດັ່ນຂອງຕົວເມືອງໄກສອນພົມວິຫານ ໃນອີກມຸມໜຶ່ງທີ່ຫຼາຍໆຄົນອາດຈະຍັງບໍ່ຄ່ອຍຮູ້ແມ່ນຄວາມງົດງາມທາງດ້ານສະຖາປັດຕະຍະກຳແບບຕາເວັນຕົກແບບ “Colonial” ໃນສະໃໝທີ່ຝຮັ່ງປົກຄອງ ເຊິ່ງອາຄານຕ່າງໆເຫຼົ່ານີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງວັນເວລາທີ່ລ່ວງເລີຍມາເທົ່ານັ້ນ ຫາກແຕ່ຍັງໃຫ້ເຫັນເຖິງຄວາມສີວິໄລ ແລະ ຈະເລີນຮຸ່ງເຮືອງໃນອະດີດອີກດ້ວຍ.

ສຳລັບເຮືອນເກົ່າທີ່ເບິ່ງແລ້ວສະດຸຕາສຸດໆກໍ່ຄົງຈະເປັນຮ້ານ Souksavan cafe & Brito ເປັນຮ້ານນ້ອຍໆ ໜ້າຮັກຕົກແຕ່ງດ້ວຍເຄື່ອງໃຊ້ຂອງສອຍໃນອາດີດເຂົ້າກັບບັນຍາກາດຕຶກເກົ່າຂອງຮ້ານ ທີ່ໂດດເດັ່ນເລີຍຄືຝາພະຫນັງຂອງຮ້ານທີ່ເປັນກຳແພງປູກແຕກລະແຫງຈົນເຫັນດິນຈີ່ທາງໃນ ຖືວ່າເປັນຈຸດແລນມາກເລີຍກໍ່ວ່າໄດ້ທີ່ໃຜມາກໍ່ຕ້ອງມາຖ່າຍຮູບຫີບສະເຕີຢູ່ຝານີ້

ຕະຫຼາດລາຕີ ຈຸດນັດພົບຍາມຄ່ຳຄືນ

ຫຼັງຈາກຂັບລົດເລາະເບິ່ງຕາເວັນຕົກແຄມຂອງແລ້ວກິດຈະກຳຍອດຮິດ ຂອງຄົນເມືອງໄກສອນອີກໜຶ່ງຢ່າງກໍ່ຄືການນັດພົບກັນທີ່ຕະຫລາດລາຕີ ທີ່ຜູ້ຄົນມາຈັບຈ່າຍໃຊ້ສອຍຫາອາຫານກິນ ມີທັງເດັກນ້ອຍ ໄວລຸ້ນ ຜູ້ໃຫຍ່ ໄປຈົນເຖິງຊາວຕ່າງະເທດ ເປັນພາບທີມີໃຫ້ເຫັນໃນທຸກໆແລງ ຖືວ່າມີສະເໜ່ກັບ​ເຂົ້າ​ກັບບັນຍາກາດທີ່ອ້ອມຮອບດ້ວຍເຮືອນຊານບ້ານຊ່ອງແລະຕືກເກົ່າ ແລະ ອາຫານທ້ອງຖິ່ນທີ່ນັ່ງກິນກັບໂຕະນ້ອຍໆຕາມພື້ນດ້ວຍເນື້ອທີ່ອັນຈຳກັດ ເບິ່ງແລ້ວກໍ່ອົບອຸ່ນໄປແບບ

ບຶງວະ

ລອງປ່ຽນບັນຍາກາດຂັບລົດອອກຈາກຕົວເມືອງບໍ່ທໍ່ໃດກີໂລກໍ່ຈະພົບບຶງກວ້າງທີ່ຖືວ່າເປັນແຫຼ່ງທ່ອງທ່ຽວໃກ້ຕົວເມືອງ ເຊິ່ງງ່າຍສຳລັບຜູ້ທີ່ຢາກປ່ຽນບັນຍາກາດນັ່ງພັກຜ່ອນຮັບລົມແຄມບຶງ ເຊິ່ງໃນບໍລິເວນອ້ອມແກ້ມແຄມບຶງເພິ່ນຈະມີຮ້ານອາຫານເປັນເຮືອນແພຢັ່ງຢາຍກັນຢູ່ຕະຫຼອດແຄມບຶງ ອາຫານທີ່ໃຜມາບຶງວະແລ້ວຕ້ອງສັງແມ່ນຕົ້ມຫອຍປັງ ກັບກຸ້ງເຕັ້ນ ຖ້າບໍ່ໄດ້ກິນຖືວ່າມາບໍ່ຮອດ

ເປັນຈັ່ງໃດແດ່ ກັບການພາທ່ຽວສະຫວັນນະເຂດຂອງພວກເຮົາໃນຄັ້ງນີ້ ຫວັງຢ່າງຍິ່ງວ່າຄົງຈະຊຶມຊັບກັບມົນສະເໜ່ເມືອງເກົ່າແຫ່ງນີ້ບໍ່ຫຼາຍກໍ່ໜ່ອຍ ຄົງຈະສ້າງແຮງບັນດານໃຈໃຫ້ກັບນັກທ່ອງທ່ຽວຍຸກໃໝ່ໄດມີອີກທາງເລືອກໜື່ງສຳຫຼັບຈຸດປາຍປາຍທາງ ທີ່ຢາກລອງມາໃຊ້ຊີວິດແບບຊ້້າສຳພາດກັບຄວາມສຸກທີ່ໃກ້ໆຕົວ ສະຫວັນນະເຂດກໍ່ເປັນອີກທາງເລືອກໜຶ່ງທີ່ສົນໃຈທີ່ພວກເຮົາຢາກແນະນຳ.

ຂໍບອກເດີ້ວ່າອາຫານກໍໜ້າແຊບຫຼາຍ ໃຜທີ່ໄປແລ້ວຕ້ອງລອງ!!!

(ເຂົ້າປຽກໝູກອບ ສະຫວັນນະເຂດ ເຫັນແລ້ວຫິວເລີຍ 555)

(ເຂົ້າຈີ່ປາເຕ້ ສະຫວັນນະເຂດ ໄປຮອດແລ້ວຕ້ອງລອງ)

(ແໜມເນື່ອງ ສະຫວັນນະເຂດ ເປັນຕາແຊບກະດໍ້)

(ສະເຕັກ ໄຂ່ດາວ ເປັນຕາແຊບແທ້ເດ) 

(ຂະໜົມ ປາກໝໍ້ ຫຼືວ່າ ບັນກວນ)

ທີ່ມາ: (ວາລະສານ ຂວັນໃຈ ສະບັບ 114)

ແບ່ງປັນ