Breaking News

ຮູ້ຈັກກັບ!!! ຈູລ່າ ສາວໝັ້ນຄົນເກັ່ງ… “ຕົ້ນທຶນຊີວິດທີ່ດີກໍມີສ່ວນຊຸກຍູ້ໃຫ້ເຮົາກ້າວໜ້າໄດ້ໄວກວ່າຄົນອື່ນ ແຕ່ການຮຽນຮູ້ ແລະຄວາມພະຍາຍາມຕ່າງຫາກທີ່ຊຸກຍູ້ໃຫ້ເຮົາກ້າວໄປຂ້າງໜ້າ”

ແບ່ງປັນ

ຄໍລໍາ: Chic Working Women

“ຕົ້ນທຶນຊີວິດທີ່ດີກໍມີສ່ວນຊຸກຍູ້ໃຫ້ເຮົາກ້າວໜ້າໄດ້ໄວກວ່າຄົນອື່ນ ແຕ່ການຮຽນຮູ້ ແລະຄວາມພະຍາຍາມຕ່າງຫາກທີ່ຊຸກຍູ້ໃຫ້ເຮົາກ້າວໄປຂ້າງໜ້າ” ສາວ Chic Working Women ຄົນສຸດທ້າຍຂອງປີ 2017 ໄດ້ບອກໄວ້… ສໍາລັບສາວໆຄົນໃດທີ່ກໍາລັງທໍ້ກັບບັນຫາຕ່າງໆທີ່ພົບຢູ່ບໍ່ວ່າຈະເປັນເລື່ອງຂອງການໃຊ້ຊີວິດ, ເລື່ອງວຽກ ຫຼືເລື່ອງຄວາມຮັກຕ່າງໆກໍຕາມແຕ່… ຢາກບອກສາວໆວ່າເມື່ອທໍ້ຢ່າຟ້າວຖອຍພະຍາຍາມຊອກຫາຫົນທາງລຸກຂຶ້ນມາຕໍ່ສູ້ກັບມັນໃຫ້ໄດ້ ແຕ່ຖ້າຍັງຊອກບໍ່ເຫັນຢາກໃຫ້ມາຟັງຂໍ້ຄິດຈາກສາວໝັ້ນຄົນເກັ່ງຄົນນີ້ ຈູລ່າ ວັນເພັງ ນໍຣະສິງ ຜູ້ບໍລິຫານ, ຜູ້ຈັດການ ບໍລິສັດ ອີຊຸຊຸລາວ ວີເອສເອ ເຊິ່ງກ່ອນຈະມາເປັນລະດັບຜູ້ບໍລິຫານແບບນີ້ ຈູລ່າເອງກໍຕ້ອງໄດ້ເລີ່ມຕົ້ນເຮັດວຽກຈາກສູນ ເລີ່ມຈາກການເປັນພະນັກງານຫ້ອງການທົ່ວໄປມາກ່ອນ ເຖິງວ່າມີ Degree ເປັນລູກສາວຫຼ້າເຈົ້າຂອງບໍລິສັດກໍຕາມ ເພາະຈູລ່າເຊື່ອສະເໝີວ່າ “ກ່ອນຈະເປັນຫົວໜ້າຄົນໄດ້ ເຮົາຕ້ອງຮຽນຮູ້ການເປັນລູກນ້ອງກ່ອນ” ສະນັ້ນແລ້ວສາວໆ ບໍ່ມີໃຜທີ່ຈະປະສົບຄວາມສໍາເລັດຖ້າບໍ່ຮູ້ຈັກການເລີ່ມຕົ້ນ ທຸກຢ່າງລ້ວນແຕ່ຕ້ອງມາການລອງຜິດລອງຖືກທັງໝົດ ຄົນທີ່ບໍ່ຮູ້ຈັກກັນການນັບສູນ ຫຼືບໍ່ຮູ້ຈັກການເລີ່ມຕົ້ນຈະບໍ່ສາມາດປະສົບຄວາມສໍາເລັດໄດ້ເລີຍ…

ສໍາລັບແຮງໃຈດີໆສະບັບເຕັມຈາກ ຈູລ່າ ແມ່ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ທັນວາ 2017 (125) ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ