Breaking News

ເລີກດ່ວນ… ຖ້າບໍ່ຢາກມີນໍ້າຕາ! 7 ປະເພດຜູ້ຊາຍທີ່ບໍ່ຄວນອອກຫ່າງໃຫ້ໄກທີ່ສຸດ ຄົບແລ້ວຈະຊໍ້າໃຈຈົນມື້ຕາຍ!!!

ແບ່ງປັນ

ເລີກດ່ວນ… ຖ້າບໍ່ຢາກມີນໍ້າຕາ! 7 ປະເພດຜູ້ຊາຍທີ່ບໍ່ຄວນຄົບ ຄົບແລ້ວຈະຊໍ້າໃຈຈົນມື້ຕາຍ

ສະບາຍດີສາວໆ ມື້ນີ້ກໍເປັນອີກມື້ໜຶ່ງທີ່ອາກາດດີ໋ດີ (ດີຈົນຕົວສັ່ນ) ແລະແນ່ນອນວ່າມາພົບກັນໃນມື້ນີ້ ຕ້ອງມີຫຍັງດີໆມາຝາກມາຕ້ອນສາວໆກັນແນ່ນອນ ມື້ນີ້ເຮົາຈະພາສາວໆມາທໍາຄວາມຮູ້ຈັກກັບ ຜູ້ຊາຍ 7 ປະເພດ! ທີ່ສາວໆຄວນເອົາຕົວອອກຫ່າງ ຢ່າພາດເອົາມາເປັນຄູ່ຊີວິດເດັດຂາດ ບໍ່ດັ່ງນັ້ນເຈົ້າອາດຈະຕ້ອງເສຍໃຈ ເສຍນໍ້າຕາໄປຈົນຮອດມື້ຕາຍແນ່ນອນແຫຼະ! ນໍາມາເບິ່ງກັນດີກວ່າວ່າມີຜູ້ຊາຍປະເພດໃດແດ່ ຈະໄດ້ຫຼີກກັນຖືກ!!!

  1. ເຈົ້າຊູ້ບໍ່ຮູ້ຈັກພໍ

ຜູ້ຊາຍບໍ່ເຈົ້າຊູ້ຄືງູບໍ່ມີພິດ ແຕ່ຖ້າພິດງູມັນຮຸນແຮງຈົນຕອດເຈົ້າໃຫ້ເຈັບໄປທັງໃຈ ພິດຈະແລ່ນຕາມກະແສເລືອດອາດຈະເຖິງຕາຍໄດ້ ກໍຄວນ Stop!! ບໍ່ສາວໆ ຜູ້ຊາຍເຈົ້າຊູ້ເບິ່ງແລ້ວມີສະເໜ່ ແຕ່ຈະເອົາຜູ້ຊາຍແບບນີ້ມາເປັນຄູ່ຊີວິດແທ້ໆ ຄົງຕ້ອງຄິດໜັກຈັກໜ້ອຍ ຖ້າເຂົາຢຸດບໍ່ໄດ້ ບໍ່ພໍຈັກເທື່ອ ສາວໆຕ້ອງຊໍ້າໃຈໄປຕະຫຼອດຊີວິດແນ່ນອນ

  1. ເປັນຜູ້ນໍາໃຫ້ເຮົາບໍ່ໄດ້

ສາວໆເຮົາເມື່ອມີແຟນ ຫຼືຄູ່ຊີວິດ ກໍຄົງຈະຢາກໄດ້ຄົນທີ່ພ້ອມຈະເປັນຜູ້ນໍາຂອງຄອບຄົວເຮົາໄດ້ແມ່ນບໍ່? ແຕ່ແບບທີ່ວ່າແມ່ນຫຍັງກໍເຮົາເປັນຫຼັກ ແມ່ນຫຍັງກໍເຮົາຕັດສິນໃຈ ບັນຫາຫຍັງກໍຕ້ອງແມ່ນເຮົາເປັນຄົນແກ້ ອັນນີ້ຄົງບໍ່ໄຫວ ຖ້າເຂົາບໍ່ມີຄວາມໝັ້ນໃຈໃນການຕັດສິນໃຈຫຍັງຈັກຢ່າງ ແລ້ວເຈົ້າຄິດວ່າຖ້າຢູ່ນໍາກັນໄປເຂົາຈະສາມາດເບິ່ງແຍງເຈົ້າໄດ້ບໍ່?

  1. ຜູ້ຊາຍຫຼົງຕົວເອງ

ຜູ້ຊາຍທີ່ເອົາແຕ່ຂີ້ໂມ້ໂອ້ອວດ ມີອີໂກ້ຢູ່ເພດານ ເຊື່ອໝັ້ນໃນຕົວເອງເຫຼືອເກີນ ຄົນແບບນີ້ເຂົາຈະບໍ່ເຊື່ອໃຜນອກຈາກຄວາມຄິດຂອງຕົວເອງ ບໍ່ມີໃຜເຮັດຫຍັງດີໄປກວ່າລາວອີກແລ້ວ ບອກເລີຍວ່າຄົນແບບນີ້ມີແຕ່ຈະກົດເຈົ້າໃຫ້ຕໍ່າກວ່າລາວສະເໝີ ເຊື່ອເທາະວ່າຄົນແບບນີ້ມີແຕ່ຈະເຮັດໃຫ້ເຈົ້າເສຍໃຈ ຖອຍອອກມາກ່ອນຈະສາຍເດີ່ສາວໆ

  1. ບໍ່ມີແຜນການໃນອານາຄົດ

ຜູ້ຊາຍທີ່ແຕ່ລະມື້ເອົາແຕ່ລອຍໄປລອຍມາ ບໍ່ມີແຜນການໃນອານາຄົດ ຄົນແບບນີ້ບໍ່ບອກກໍຮູ້ວ່າຝາກຊີວິດໄວນໍາບໍ່ໄດ້ແນ່ນອນ ເພາະຖ້າເຂົາຮັກເຮົາແທ້ເຂົາຄວນຈະວາງແຜນອານາຄົດໄວ້ແດ່ ເພື່ອບໍ່ໃຫ້ເຮົາລໍາບາກ ແລະເປັນຫຼັກປະກັນໃນຊີວິດຄູ່ລະຫວ່າງເຈົ້າກັບລາວ ບໍ່ໍແມ່ນປ່ອຍໃຫ້ເຈົ້າມານັ່ງມະໂນແບບລົມໆແລ້ງໆ ເຖິງອານາຄົດຂອງເຈົ້າກັບລາວຢູ່ຝ່າຍດຽວແມ່ນບໍ່?

  1. ຂີ້ໃຈຮ້າຍ ອາລົມຮ້ອນງ່າຍ

ຖ້າພົບຜູ້ຊາຍປະເພດນີ້ຄວນເອົາຕົວຖອຍອອກມາໃຫ້ໄກໆເລີຍເດີ່ສາວໆ ລອງຄິດເບິ່ງວ່າຖ້າຄົບກັນຢູ່ນໍາກັນໄປຖ້າມື້ໜຶ່ງຜິດຖຽງກັນຂຶ້ນມາ ແລ້ວລາວບໍ່ສາມາດຄວບຄຸມຕົວເອງໄດ້ ແລ້ວລົງມືກັບເຈົ້າ ເຖິງຂັ້ນທຸບຕີຂຶ້ນມາຈະວ່າແນວໃດ ມັນຄຸ້ມທີ່ຈະເອົາຊີວິດໄປສ່ຽງກັບຄົນແບບນີ້ບໍ່ລອງຄິດເບິ່ງເດີ່ສາວໆ

  1. ຂີ້ຕົວະ ຫຼອກລວງ

ຈົ່ງເອົາຕົວອອກຫ່າງຈາກພໍ່ປາໄຫຼທັງຫຼາຍເລີຍເດີ່! ຖ້າບໍ່ຢາກຈົມກອງນໍ້າຕາ ຜູ້ຊາຍທີ່ມັກຫຼອກລວງ ຂີ້ຕົວະ ປັ້ນນໍ້າເປັນຕ່ອນນີ້ແຫຼະ ເປັນຜູ້ຊາຍປະເພດທີ່ສາວໆຄວນຈະເອົາຕົວອອກຫ່າງໃຫ້ໄດ້ຫຼາຍທີ່ສຸດຈະດີກວ່າ ເຈົ້າຈະອົດທົນກັບຄົນທີ່ໄຮ້ຄວາມຈິງໃຈໄດ້ບໍ່? ຕ້ອງມານັ່ງຄອຍລະແວງວ່າອັນໃດແມ່ນຄວາມຈິງ ອັນໃດແມ່ນເລື່ອງຕົວະແບບນີ້ຫວາ ຊິບໍ່ເມື່ອຍໂພດບໍ່ສາວໆ

  1. ຜູ້ຊາຍບໍ່ມີເຫດຜົນ

ແມ່ນຫຍັງກໍເຊື່ອຄວາມຄິດຕົວເອງ ຄິດວ່າຕົວເອງຖືກຢູ່ຫັ່ນແຫຼະ ບໍ່ວ່າຈະຜິດກັນຈັກເທື່ອເຂົາກໍຈະໂຍນຄວາມຜິດມາໃຫ້ເຈົ້າທັງໝົດ ຍຶກອາລົມ ແລະຄວາມຄິດຂອງຕົນເອງເປັນທີ່ຕັ້ງສະເໝີ ຄົນແບບນີ້ມີແຕ່ຈະເຮັດໃຫ້ເຈົ້າລໍາບາກໃຈ ຕ້ອງຜິດກັນຕະຫຼອດໄຫວບໍ່ລະຢູ!!!

ແບ່ງປັນ