Breaking News

His Mind ຈະພາສາວໆມາເຈາະໃຈ “ເປ່ເລ້” ອາຈານສອນເທຄວັນໂດ້ ແລະນາຍແບບສຸດເຈົ້າຊູ້… “ແມ່ຍິງທີ່ບໍ່ແຕ່ງຫຼາຍເກີນໄປ, ມີຄວາມເປັນທໍາມະຊາດ ຈະເຮັດໃຫ້ເຮົາຮູ້ເຖິງຕົວຕົນຂອງເຂົາໄດ້ງ່າຍກວ່າ”

ແບ່ງປັນ

ຄໍລໍາ: His Mind ສະບັບສົ່ງທ້າຍປີເກົ່າ 2017 ຕ້ອນຮັບປີໃໝ່ 2018 ນີ້ ຈະພາສາວໆມາເຈາະໃຈອາຈານສອນ ເທຄວັນໂດ້ ແລະນາຍແບບສຸດເຈົ້າຊູ້! ດວງສີວິໄລ ພິມມະສອນ (ເປ່ເລ້) ທີ່ບອກວ່າ “ແມ່ຍິງທີ່ບໍ່ແຕ່ງຫຼາຍເກີນໄປ, ມີຄວາມເປັນທໍາມະຊາດ ຈະເຮັດໃຫ້ເຮົາຮູ້ເຖິງຕົວຕົນຂອງເຂົາໄດ້ງ່າຍກວ່າ” ເປ່ເລ້ ເປັນຄົນທີ່ ມັກຮັກໃນການຫຼິ້ນກິລາຫຼາຍ ໂດຍສະເພາະກິລາ ເທຄວັນໂດ້ ຈາກຄວາມມັກກໍກ້າວຂຶ້ນມາເປັນນັກກິລາ ເທຄວັນໂດ້ ທີມຊາດ ແລະປັດຈຸບັນກໍໄດ້ຜັນຕົວມາເປັນອາຈານສອນ ເທຄວັນໂດ້ ອາຊີບແລ້ວ ພ້ອມທັງເປັນນາຍແບບຄວບຄູ່ໄປນໍາ ແລະທີ່ສໍາຄັນເພິ່ນຍັງບອກມາອີກວ່າ ສະຖານະພາບຕອນນີ້ແມ່ນ ໂສດສະນິດ ອ້າວ… ແບບນີ້ກໍເຂົ້າທາງສາວໆແລ້ວແຫຼະ!

ສໍາລັບສາວໆທີ່ສົນໃຈຢາກຮູ້ຈັກກັບໜຸ່ມຄົນນີ້ເພິ່ມຕຶ່ມ ສາມາດຊອກມາທໍາຄວາມຮູ້ຈັກກັນໄດ້ໃນ ວາລະສານຂັວນໃຈ ສະບັບເດືອນທັນວາ (125) 2017 ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ