Breaking News

ໃຜທີ່ເປັນສາຍກິນ ສາຍແອັບ ສາຍ Selfie ບໍ່ມີໃຜຈະບໍ່ຮູ້ຈັກ “ຮ້ານອາຫານ Day 2 Night”

ແບ່ງປັນ

 

ຮ້ານອາຫານທີ່ກຳລັງມາແຮງສຸດໆໃນຕອນນີ້ ເພາະບໍ່ວ່າຈະເປັນ ດາລາ, ນັກສະແດງ, ເຫຼົ່າເຊເລັບ (Celebrities) ຄົນດັງໃນລາວ ໃຜໆກໍພາກັນໄປເຊັກອິນ (Check-in) ນັ່ງຫຼິ້ນຢູ່ຮ້ານນີ້ເປັນປະຈຳນັ້ນກໍຄື: ຮ້ານອາຫານເດທູໄນ້ (Day 2 Night) ໃຜທີ່ເປັນສາຍກິນ ສາຍແອັບ ສາຍເຊວຟີ້ (Selfie) ໃນນະຄອນຫຼວງວຽງຈັນ ບໍ່ມີໃຜຈະບໍ່ຮູ້ຈັກ ເຖິງແມ້ວ່າຮ້ານເພິ່ນຫາກໍເປີດບໍລິການບໍ່ຮອດປີ ຍັງມີຄົນຮູ້ຈັກຫຼາຍຂະໜາດນີ້ ບໍ່ທຳມະດາເລີຍແມ່ນບໍ່? ຂວັນໃຈ ເຮົາຈະພາດໄດ້ແນວໃດ ກໍຕ້ອງຮີບເກາະກະແສ ຊອກເຊາະແຊະໄປສອດສ່ອງມາແນະນຳໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!!

ກ່ອນອື່ນມາຮູ້ຈັກກັບເຈົ້າຂອງຮ້ານຄົນງາມ ອາດີດ ສາວແອໂຮສເຕສ (Air hostess) ສາຍການບິນເອວາ (EVA Airways) ຂອງປະເທດໄຕ້ຫວັນ ນາງຊື່ວ່າສາວ “ການ” ຖືສັນຊາດໄທ ເຊື້ອສາຍລາວ-ຫວຽດນາມ ໄດ້ມາເລົ່າເຖິງແຮງບັນດານໃຈ ແລະ ຈຸດເລີ່ມຕົ້ນຂອງຮ້ານເດທູໄນ້ (Day 2 Night) ໃຫ້ຟັງວ່າ: ສາວການ ເລີ່ມຈາກຄວາມມັກຮັກການໃຊ້ຊີວິດຢູ່ ນະຄອນຫຼວງວຽງຈັນ ເພາະເປັນເມືອງນ້ອຍທີ່ໜ້າຢູ່ ແລະມີຄວາມສະຫງົບດີ ແຕກຕ່າງຈາກເມືອງບາງກອກ ປະເທດໄທ ທີ່ແອອັດວຸ່ນວາຍ ລົດຕິດຕະຫຼອດເວລາ ປະກອບກັບຕົວນາງເອງ ກໍມີທັງພີ່ນ້ອງ ແລະໝູ່ຄູ່ຄົນລາວຫຼາຍຄົນ ມັກທັງນິໄສໃຈຄໍຂອງຄົນລາວ ແຖມຍັງມີໂອກາດທຽວໄປທຽວມາຢູ່ເລື້ອຍໆ ອີກຢ່າງອາຊີບສາວແອໂຮສເຕສ (Air hostess) ກໍບໍ່ໝັ້ນຄົງ ເພາະເພິ່ນໃຫ້ປົດກະສຽນໄວ້ ບາງສາຍການບິນແມ່ນບໍ່ໃຫ້ເກີນ 45 ປີ ກໍໃຫ້ຢຸດແລ້ວ ແລະຍັງຕ້ອງເດີນທາງຫຼາຍ ກະທົບຕໍ່ສຸຂະພາບໃນໄລຍະຍາວ ເລີຍຄິດຢາກເປັນເຈົ້າຂອງທຸລະກິດໃດໜຶ່ງຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ເພື່ອຈະໄດ້ມາໃຊ້ຊີວິດຢູ່ເມືອງແຫ່ງນີ້ດົນໆ

ສາຍເຫດທີ່ ສາວການ ເລືອກເປີດຮ້ານອາຫານແລະກາເຟ ກໍຍ້ອນລະຫວ່າງທີ່ສຶກສາຢູປະເທດອອສເຕຣເລຍ (Australia) ນາງໄດ້ເຮັດວຽກນອກເວລາ (Part time) ທີ່ຮ້ານອາຫານແລະກາເຟແຫ່ງໜຶ່ງ ດົນເຖິງ 4-5 ປີ ພຸ້ນໃດ ໂດຍເລີ່ມຕົ້ນຈາກຕຳແໜ່ງເດັກເສີບ ໄປຈົນຮອດຜູ້ຈັດການຮ້ານ ເຮັດໃຫ້ ສາວການ ມີປະສົບການກ່ຽວກັບການບໍລິຫານ, ການບໍລິການລູກຄ້າຫຼາຍໆຢ່າງ ໄດ້ຮຽນຮູ້ວ່າ “ຄວາມຈິງໃນທຸລະກິດຮ້ານອາຫານ ຈະເຮັດໃຫ້ອາຫານທຸກເມນູ ແຊບຖືກປາກຄົນ 100% ແມ່ນເປັນໄປບໍ່ໄດ້” ຖ້າອາຫານແຊບປະມານ 70-80% ຖືວ່າໄດ້ມາດຕະຖານ ແຕ່ສິ່ງສຳຄັນກວ່ານັ້ນຄື ການບໍລິການທີ່ດີ, ໃສ່ໃຈລູກຄ້າ ແລະ ບັນຍາກາດຂອງຮ້ານຕ້ອງດີ, ສົດຊື່ນ, ສະອາດ ສິ່ງເຫຼົ່ານີ້ ເປັນອົງປະກອບທີ່ຈະຊ່ວຍໃຫ້ຮ້ານອາຫານມີຄຸນນະພາບທີ່ສຸດ. ສະນັ້ນ, ຮ້ານເດທູໄນ້ (Day 2 Night) ຈຶ່ງມີການບໍລິການທີ່ເປັນເລີດ ເພາະ ສາວການ ເລືອກເດັກເສີບທີ່ເປັນພະນັກງານໃໝ່ ທີ່ບໍ່ເຄີຍມີປະສົບເສີບຢູ່ໃສມາກ່ອນເກືອບທຸກຄົນ ຊຶ່ງນາງຄິດວ່າ ສາມາດປູກຝັງ ຫຼືຝຶກສອນງ່າຍກວ່າຜູ້ທີ່ເຄີຍມີປະສົບການມາກ່ອນ ເພາະບໍ່ມີການປຽບທຽບບ່ອນເກົ່າ ບ່ອນໃໝ່ ເຕັກນິກສຳຄັນທີ່ເດັກເສີບທຸກຄົນຕ້ອງມີແມ່ນ ເວລາສົນທະນາກັບລູກຄ້າ ຫຼືລູກຄ້າສັ່ງອາຫານ ຕ້ອງສົບຕາ, ຍິ້ມແຍ້ມແຈ່ມໃສ ແລະ ຕ້ອງໝັ່ນສັງເກດລູກຄ້າຕະຫຼອດ.

ການຕົບແຕ່ງຮ້ານ ສາວການບອກເຮົາວ່າ ຕອນທຳອິດບໍ່ໄດ້ຕັ້ງໃຈເປີດຮ້ານໃຫຍ່ແບບນີ້ ຄິດຈະຕັ້ງຮ້ານນ້ອຍໆທີ່ຢູ່ໃນຕູ້ ຄອນເທນເນີ້ (Container) ຕູ້ດຽວຕັ້ງຢູ່ກາງເດີ່ນ ແຕ່ກໍຄິດເສຍດາຍພື້ນທີ່ ຈຶ່ງໄດ້ຈ້າງສະຖາປານິກ ມາອອກແບບໃຫ້ໂດຍຍຶດເອົາ ຕູ້ຄອນເທນເນີ້ (Container) ເປັນຫຼັກ ເນັ້ນຄວາມແປກຕາ ບໍ່ຄືໃຜ ເລີຍໄດ້ມາເປັນແບບໂມເດິນລອບ (Modern loft style) ໂດຍການນຳເອົາຕົ້ນໄມ້ ກ້ວຍໄມ້ຫຼາຍໆຊະນິດມາຕົບແຕ່ງ ໃຫ້ຮູ້ສຶກເຖິງທຳມະຊາດ ຮົ່ມເຢັນຊຸມຊື່ນ ເພາະຖ້າມີແຕ່ຕູ້ເຫຼັກ ຄອນເທນເນີ້ (Container) ຢ່າງດຽວຈະເຮັດໃຫ້ຮູ້ສຶກແຂງກະດ້າງ ແລະຮ້ອນອົບເອົ້າ.

ສຳລັບເມນູແມ່ນ ເນັ້ນອາຫານຫວຽດນາມ ເພາະຄອບຄົວຂອງ ສາວການ ເປັນຄົນເຊື້ອສາຍຫວຽດ ນ້າສາວມັກເຮັດກິນຢູ່ເຮືອນເລື້ອຍໆ ແລະ ເນັ້ນໃຊ້ແຕ່ວັດຖຸດິບດີໆ ເລືອກເອົາເມນູທີ່ເຄີຍເຮັດກິນຢູ່ໃນຄອບຄົວ ມາເປັນເມນູຢູ່ຮ້ານເທື່ອລະຢ່າງ, ອາຫານແນະນຳຂອງຮ້ານ ທີ່ມາແລ້ວຕ້ອງສັ່ງນີ້ເລີຍ: “ບັ໋ນໂບດລອກ” (ຢັດໄສ້ຊີ້ນໝູ, ເຫັດຫູໜູ) ເດືອນໜຶ່ງສາມາດຂາຍໄດ້ເຖິງ 1.000 ຊຸດ, ຕໍ່ມາຄື: ບັນແບວ (ກຸ້ງ, ໝູ) ແລະ ຊຸດພັນຢໍ່ຈືນ … ອາຫານແຕ່ລະເຍື່ອງ ສາວການ ເນັ້ນຢັດໄສ້ໃຫ້ຫຼາຍໆແໜ້ນໆ ຄືກັບເຮົາເຮັດກິນເອງຢູ່ບ້ານເລີຍ. ສຳລັບເຄື່ອງດື່ມແມ່ນຂໍແນະນຳ ນໍ້າໝາກນ໋ອດປັ່ນ ເບິ່ງຄືຈະທຳມະດາ ແຕ່ຂາຍດີຫຼາຍເດີ້ ຮັບຮອງວ່າຫາກໄດ້ລອງແລ້ວ ຕ້ອງມັກແນ່ນອນ. ສຳລັບສາຍເມົາ ຂໍແນະນຳເລີຍຄອກເທວເດທູໄນ້ (Day 2 Night Cocktails) ມີໃຫ້ເລືອກເຖິງ 8 ຣົດຊາດ ເໝາະສຳລັບມາເປັນກຸ່ມ ເສີບເປັນຊຸດ ພ້ອມມັນຝຣັ່ງທອດ 1 ຈານ

ສິ່ງໜຶ່ງທີ່ຂາດບໍ່ໄດ້ໃນການເປີດຮ້ານອາຫານກໍຄື ຕ້ອງມີຈຸດແຂງ ຫຼື ຈຸດເດັ່ນສະເພາະຂອງຕົນເອງ ທີ່ຈະຊ່ວຍໃຫ້ຮ້ານຢູ່ລອດ ພາຍໃຕ້ພາວະການແຂ່ງຂັນທີ່ສູງ ຂອງທຸລະກິດຮ້ານອາຫານໃນນະຄອນຫຼວງວຽງຈັນ ການບອກວ່າ ຢ່າງໜ້ອຍເຮົາຕ້ອງມີຈຸດຢືນ ບໍ່ແມ່ນວ່າຈະຂາຍທຸກຢ່າງທີ່ຮ້ານອື່ນໆກໍມີຢູ່ແລ້ວ ເພາະສຸດທ້າຍກໍຈະສູນເສຍຄວາມເປັນຕົວຕົນທີ່ຄິດໄວ້ໃນຕອນຕົ້ນ ແລະຖືກກືນໄປໃນທີ່ສຸດ (ບໍ່ມີຕົວຕົນ). ສຳລັບ, ຈຸດແຂງຂອງຮ້ານເດທູໄນ້ (Day 2 Night) ແມ່ນຕັ້ງຢູ່ໃນໃຈການແຫຼ່ງຊຸມນຸມນັກກິນ ທັງລາວແລະຕ່າງປະເທດ, ບັນຍາກາດແປກໃໝ່ບໍ່ຄືໃຜ, ລູກຄ້າທຸກໆຄົນທີ່ມາ ເຮົາກໍຄາດຫວັງວ່າເຂົາເຈົ້າຈະມີຄວາມສຸກ, ມາກິນອາຫານຫວຽດນາມ, ບັນຍາກາດນັ່ງສະບາຍ, ໄດ້ຖ່າຍຮູບງາມໆຄູ່ກັບອາຫານທີ່ເປັນຕາແຊບເກັບໄວ້ໃນເຟສບຸກ (Facebook)

ສະຖານທີ່ຕັ້ງຢູ່ບ້ານວັດຈັນ (ຫຼັງວັດຈັນ) ເມືອງຈັນທະບູລີ, ​ນະຄອນຫຼວງວຽງຈັນ, ເປີດທຸກໆມື້ເວລາ 7:00-23:30 ໂມງ

 Facebook: Day 2 Night

ແບ່ງປັນ