Breaking News

ເປີດໃຈໜຸ່ມຫຼໍ່! ໂບຣີສ ຫຼວງໂຄດ Bakery Chef (ເປັນຫຍັງຫຼາຍຄົນມັກຄິດວ່າ ຜູ້ຊາຍທີ່ມັກເຮັດອາຫານອາດບໍ່ແມ່ນຜູ້ຊາຍແທ້?)

ແບ່ງປັນ

ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ໜຸ່ມມາດເຂັ້ມ, ສຸຂຸມ, ສຸດໃຈເຢັນໆ ແຕ່ມີຄວາມຮັກທີ່ສຸດແສນຈະ Romantic ເຊື່ອວ່າ ສາວໆ ຂວັນໃຈເຮົາ ຖ້າໄດ້ຮູ້ຈັກແລ້ວ ກໍຢາກຈະເປັນຄົນຮູ້ໃຈຂອງເພິ່ນແນ່ນອນ.

ໃຫ້ໜຸ່ມຄົນນີ້ແນະນໍາຕົນເອງໃຫ້ພວກເຮົາຮູ້ຈັກກັນເລີຍ:

ສະບາຍດີ! ຊື່ ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ເຈົ້າຂອງຮ້ານ Bakery by Boris ຊື່ຈະອອກແນວ Inter ໜ້ອຍໜຶ່ງເນາະ ເພາະເກີດຢູ່ປະເທດຝຣັ່ງແຕ່ພໍ່ກັບແມ່ ກະເປັນຄົນລາວນີ້ແຫຼະ! ເພິ່ນໄດ້ໄປເຮັດວຽກຢູ່ຫັ້ນ. ຫຼັງຈາກ ໂບຣີສ ໄດ້ອາຍຸ 3 ປີ ກໍໄດ້ກັບຄືນມາຢູ່ລາວ ຈົນຮອດອາຍຸ 17 ປີ ກໍເລີ່ມຮຽນເຮັດຂະໜົມ, ເຮັດເຄັກເອງຢູ່ບ້ານເບິ່ງຕາມປື້ມຄູ່ມື, Youtube ແລະ ໄລຍະພັກຮຽນກໍໄດ້ໄປຝຶກງານ ຢູ່ໂຮງແຮມລາວພລາຊາ ໄປຮຽນເຮັດອາຫານຈີນ, ຝຣັ່ງ ແລະ ຍີ່ປຸ່ນ ກໍບໍ່ມັກປານໃດ ແຕ່ເມື່່ອໄດ້ລອງເຮັດ Bakery ແລ້ວຮູ້ສຶກວ່າ ໄດ້ຄົ້ນພົບ ແລະ ຮູ້ອະນາຄົດຂອງຕົນເອງເລີຍວ່າເຮົາຈະເຮັດອາຊີບນີ້ເທົ່ານັ້ນ!! ຫຼັງຈາກນັ້ນ ທ້າວຈຶ່ງຕັດສິນໃຈໄປຮຽນກ່ຽວກັບ Bakery ຢູ່ປະເທດຝຣັ່ງ ທີ່ໂຮງຮຽນວິຊາຊີບ Ceproc ເປັນເວລາ 3 ປີ ທັງຮຽນ ແລະ ເຮັດວຽກຢູ່ຮ້ານ Bakery ປະມານ 5-6 ປີ ແລ້ວຈຶ່ງກັບມາປະເທດລາວ ແລະ ເລີ່ມເຮັດທຸລະກິດນ້ອຍໆ ເຮັດຂະໜົມສົ່ງໃຫ້ຮ້ານກາເຟ ຮ້ານອາຫານທົ່ວໄປໃນນະຄອນຫຼວງວຽງຈັນ ຫຼາຍກວ່າ 10 ຮ້ານ ປະມານ2 ປີ ກໍຕັດສິນໃຈເປີດຮ້ານເຂົ້າໜົມອົບຂອງຕົນເອງ

ຜູ້ຊາຍແທ້ໆ ກໍມັກການເຮັດເຂົ້າໜົມໄດ້

ຄັ້ງນີ້ເປັນເທື່ອທຳອິດທີ່ ໂບຣິສ ໄດ້ເປີດໃຈຜ່ານສື່ ເຊິ່ງລາວຄິດວ່າ ເປັນການດີທີ່ຈະເຮັດໃຫ້ຫຼາຍໆຄົນ ໄດ້ຮູ້ວ່າຜູ້ຊາຍແບບເຮົາ ກໍສາມາດມັກຮັກໃນການເຮັດເຂົ້າໜົມໄດ້ ເພາະໃນສັງຄົມບ້ານເຮົາ ຄົນສ່ວນຫຼາຍຍັງມັກຄິດວ່າ ຜູ້ຊາຍທີ່ມັກອີ່ຫຍັງແບບນີ້ ອາດບໍ່ແມ່ນຜູ້ຊາຍແທ້ ອາດເປັນເກ ແຕ່ ໂບຣິສ ຢືນຢັນແລ້ວເດີ້ວ່າ ເພິ່ນເປັນຜູ້ຊາຍ ທີ່ມັກແມ່ຍິງ 100% .. ສາວໆກວ່າເຄິ່ງປະເທດຄືຊິດີໃຈເນາະ ຮິ້ວວວວວ .. ນອກຈາກນີ້ ໂບຣິສ ຍັງເຊື່ອວ່າແມ່ຍິງ ຫຼື ຜູ້ຊາຍສະໄໝນີ້ແມ່ນມີສິດທິເທົ່າທຽມກັນແລ້ວ.

ແຮງບັນດານໃຈ ທີ່ເຮັດໃຫ້ Boris ມີມື້ນີ້!

ນອກຈາກຈະແມ່ນຄວາມຫຼົງໃຫຼ ຄວາມສຸກ ຄວາມມັກຮັກໃນການເຮັດ Bakery ແລ້ວ ໂບຣິສຍັງໄດ້ແຮງບັນດານໃຈຈາກ Idol ທີ່ ທີ່ເປັນ Bakery Chef ຊື່ດັງຊາວຝຣັ່ງນຳອີກ ຜູ້ນີ້ມີຊື່ວ່າ Christophe Michalak ລາວມີທັງໂຮງຮຽນ ແລະ ຫຼັກສູດຝຶກສອນໃຫ້ ຜູ້ທີ່ມັກຮັກໃນການເຮັດເຂົ້າໜົມອົບ (Bakery), ການເຮັດເຂົ້າໜົມຂອງ Bakery Chef ຜູ້ນີ້ ຈະຄິດຄົ້ນສູດໃໝ່ໆທີ່ບໍ່ຊ້ຳໃຜ ອອກມາເລື້ອຍໆ ລາວບໍ່ຢຸດຄວາມຄິດຢູ່ບ່ອນເກົ່າ ເຖິງວ່າລາວຈະອາຍຸຫຼາຍແລ້ວກໍຕາມ ເຊິ່ງ ໂບຣີສ ເອງກໍໃຝ່ຝັນຢາກເປັນຜູ້ໜຶ່ງທີ່ເຮັດໄດ້ຄືລາວວ່າຊັ້ນ

ເຮັດເຂົ້າໜົມທຸກຊິ້ນດ້ວຍຫົວໃຈ

ການໄດ້ເຮັດເຂົ້າໜົມອົບ ແມ່ນຄວາມສຸກທີ່ເກີນບັນຍາຍໄດ້ສຳລັບ ໂບຣິສ ທ້າວບອກວ່າ ໃສ່ທັງອາລົມ ຄວາມຮູ້ສຶກ ສິລະປະອັນປານີດປະສົມລົງໄປ ເພື່ອໃຫ້ເຂົ້າໜົມອອກມາແຊບ ງົດງາມ ແລະຄິດໃນໃຈສະເໝີວ່າ ຜູ້ທີ່ໄດ້ກິນເຂົ້າໜົມຂອງເຮົາ ຕ້ອງໄດ້ຮັບຄວາມສຸກນັ້ນ ແລະສາມາດສົ່ງຕໍ່ຄວາມສຸກໃຫ້ກັບຄົນທີ່ເຂົາເຈົ້າຮັກໄດ້ ໃນຮູບແບບຂອງຝາກຂອງຕ້ອນ. ນອກຈາກການເຮັດເຂົາໜົມ ຈະໃຫ້ຄວາມສຸກກັບເຮົາແລ້ວ ໂບຮິສ ຍັງມີຄວາມສຸກຈາກການໄດ້ເຫັນລູກຄ້າ ນັ່ງກິນເຂົ້າໜົມ ແລະກາເຟຂອງລາວຢ່າງມ່ວນຊື່ນ ຍິ້ມແຍ້ມແຈ່ມໃສ ແລະມີຄວາມສຸກ ເຮັດໃຫ້ ໂບຣິສ ຜ່ອນຄາຍ ຫາຍເມື່ອຍ ແລະ ພູມໃຈທີ່ໄດ້ມອບຂອງຂວັນທີ່ດີທີ່ສຸດໃຫ້ກັບລູກຄ້ານັ້ນເອງ (ປາກຫວານແບບນີ້ ເປັນຕາໄປນັ່ງກິນທຸກມື້ເດ້ ວ່າບໍ່ສາວໆ

ຜູ້ຊາຍອົບອຸ່ນ ແລະເຂົ້າໃຈແມ່ຍິງ

ມາແລ້ວ ເລື່ອງທີ່ສາວໆຢາກຮູ້ທີ່ສຸດໃນໂລກ ຮ່າໆໆໆ ກໍຕ້ອງແມ່ນມຸມມອງກ່ຽວກັບແມ່ຍິງ ຂອງໜຸ່ມ ໂບຣິສ ນັ້ນເອງ ດ້ວຍຄວາມທີ່ເປັນຜູ້ຊາຍອົບອຸ່ນ ມັກສັງເກດ ຈຶ່ງຂ້ອນຂ້າງເຂົ້າໃຈທຳມະຊາດຂອງແມ່ຍິງໄດ້ດີ ໂດຍສະເພາະເລື່ອງພະຍາດໃຈນ້ອຍ ນ້ອຍໃຈ ນິແຫຼະ ທີ່ໂບຣິສ ບອກວ່າ ສາມາດເກີດຂຶ້ນໄດ້ທຸກເວລາ ເພາະສັງຄົມປະຈຸບັນ ແມ່ຍິງເອງກໍຕ້ອງໃຊ້ຄວາມອົດທົນສູງ ບໍ່ວ່າຈະແມ່ນບັນຫາໃນຄອບຄົວ ແລະເລື່ອງພາຍນອກ ແຕ່ອາການນ້ອຍໃຈນີ້ ກໍຫາຍໄປໄວເຊັ່ນກັນ ຫາກພຽງແຕ່ຜູ້ຊາຍຮູ້ຈັກອະທິບາຍ, ເວົ້າຢອກ ເວົ້າກວນ ໃຫ້ຍິ້ມ ແລະຫົວອອກມາ ດຽວກໍດີເອງວ່າຊັ້ນເດະ ໂອຍ ຢາກໃຫ້ຜູ້ຊາຍທັງໂລກຄິດແບບນີ້ເດ … ສໍາລັບ ໂບຣິສ ແມ່ຍິງບໍ່ຈໍາເປັນຕ້ອງແຕ່ງກິນເກັ່ງ ຢູ່ບ້ານ ເຮັດວຽກເຮືອນ ເອົາລູກກໍໄດ້ ເພາະຍຸກສະໄໝມັນປ່ຽນໄປແລ້ວ ແຕ່ຫາກແມ່ຍິງຈະແຕ່ງກິນ ກໍຕ້ອງແຕ່ງດ້ວຍຄວາມມັກ ບໍ່ແມ່ນໜ້າທີ່ ມີຄວາມສຸກກັບມັນ ເຮັດໃຫ້ຄົນທີ່ໄດ້ກິນມີຄວາມສຸກ ອັນນີ້ກໍແມ່ນສະເໜ່ອັນໜຶ່ງ ທີ່ເຮັດໃຫ້ຄົນຮັກມີກຳລັງໃຈ ເມື່ອເລີກວຽກມາເມື່ອຍໆ ແລ້ວມີອາຫານແຊບໆໄວ້ຖ້າ ກໍຖືວ່າຜູ້ຊາຍຄົນນັ້ນໂຊກດີສຸດໆ.

 

ຝາກທ້າຍ

ຂໍຝາກຮ້ານ Bakery by boris ແນ່ ຄື ສິນຄ້າເຮົາແມ່ນເຮັດສົດໃໝ່ທຸກມື້ ແລະ ຈະມີເຂົ້າໜົມອົບແບບໃໝ່ອອກມາໃຫ້ໄດ້ເລືອກກິນຢູ່ເລື້ອຍໆເດີ້.

page: Bakery by Boris

ແບ່ງປັນ