Breaking News

ແອບສ່ອງ! ຕິ່ງ ໄພລາວັນ ມີຄອບຄົວສຸດໜ້າຮັກອົບອຸ່ນ ແຖມລູກ 2 ແລ້ວຍັງງາມ ໜ້າເດັກບໍ່ເຄີຍປ່ຽນ

ແບ່ງປັນ

ແອບສ່ອງອີກໜຶ່ງສາວຂອງວົງການບັນເທີງບ້ານເຮົາ ຕິ່ງ ໄພລາວັນ ວົງທາຈັນ ນັກຮ້ອງຊື່ດັງ ທີ່ດຽວນີ້ເພິ່ນແຕ່ງດອງ ແລະ ມີລູກຊາຍເຖິງ 2 ຄົນຄື ນ້ອງ ຢູດີ້ ແລະ ນ້ອງ ໂຊລ້າ ເປັນຄອບຄົວທີ່ແສນອົບອຸ່ນ ແລະ ໜ້າຮັກຫຼາຍໆ, ແຕ່ການເວລາບໍ່ສາມາດເຮັດຫຍັງສາວຄົນນີ້ໄດ້ ເຖິງຈະເອີ້້ນໄດ້ວ່າເປັນແມ່ຄົນແລ້ວນາງກໍຍັງງາມ ຮູບຮ່າງດີ ແລະ ໜ້າເດັກບໍ່ເຄີຍປ່ຽນ.

ຫຼ້າສຸດ ສາວ ຕິ່ງ ໄພລາວັນ ກໍຄວງສາມີສຸດທີ່ຮັກ ແລະ ລູກໆໄປທ່ຽວຫຼິ້ນພັກຜ່ອນໄກເຖິງ ປະເທດ ສິງກະໂປ ແລະ ຍັງເກັບພາບຄອບຄົວທີ່ແສນອົບອຸ່ນ ແຖມຍັງສະຫວີດຫວານກັບສາມີຂອງນາງມາຝາກແຟນໆອີກດ້ວຍ.

ຮູບພາບ: tingphailavanh

ແບ່ງປັນ