Breaking News

ຍິນດີຕ້ອນຮັບ! ກາລະແມ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ!!!

ແບ່ງປັນ

ປະເທດລາວສວຍງາມ ບໍ່ວ່າໃຜໆກໍຕ້ອງຢາກມາຢ້ຽມຢາມ ຫຼ້າສຸດວັນທີ 10 ມັງກອນ 2018 ທີ່ຜ່ານມາ ກາລະແມ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ກໍໄດ້ເດີນທາງ ແລະ ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ.

ການເດີນທາງມາ ແຂວງ ຫຼວງພະບາງ ກາລະແມ ກໍໄດ້ມີໂອກາດທ່ຽວຊົມຕາມສະຖານທີ່ສັກສິດ, ໃສ່ບາດເຮັດບຸນ, ຂີ່ລົດຖີບຫຼິ້ນໃນຕົວເມືອງ, ແລ່ນອອກກຳລັງກາຍໃນຊ່ວງເຊົ້າແຖມຍັງຍ້ອງວ່າອາກາດດີຫຼາຍ, ກິນອາຫານພື້ນບ້ານຂອງຫຼວງພະບາງ ແລະ ນາງຍັງຍ້ອງວ່າແຊບຫຼາຍໆ ນອກຈາກນັ້ນ ກາລະແມ ຍັງໄດ້ໄປທ່ອງທ່ຽວນໍ້າຕົກຕາດທີ່ຂຶ້ນຊື່ໃນ ແຂວງ ຫຼວງພະບາງ ພ້ອມກັບໂພສຮູບພາບ ແລະ ເກັບບັນຍາກາດໃຫ້ໝູ່ເພື່ອນໃນວົງການ ແລະ ແຟນຄລັບໄດ້ເຫັນເຖິງຄວາມງົດງາມຂອງ ແຂວງ ຫຼວງພະບາງ ປະເທດລາວເຮົາອີກດ້ວຍ.

พร้อมปั่นสิ!! #หลวงพระบาง

A post shared by kalamare (@kalamare) on

ທີ່ມາຮູບພາບ: kalamare

ແບ່ງປັນ