Breaking News

ອາຍຸເຂົ້າສູ່ໄວເລກ 2 ນໍາໜ້າແລ້ວ! ຄວນເບິ່ງແຍງຕົວເອງແນວໃດບໍ່ໃຫ້ແກ່ກ່ອນໄວ!!!

ແບ່ງປັນ

ອາຍຸເຂົ້າສູ່ໄວເລກ 2 ນໍາໜ້າແລ້ວ! ຄວນເບິ່ງແຍງຕົວເອງແນວໃດບໍ່ໃຫ້ແກ່ກ່ອນໄວ!!!

ອາຍຸເຂົ້າສູ່ໄລຍະເລກ 2 ນໍາໜ້າແລ້ວ ຢ່າຫຼົງດີໃຈໄປເດີ່ສາວໆ ວ່າຜິວຂ້ອຍດີຢູ່ແລ້ວບໍ່ຈໍາເປັນຕ້ອງບໍາລຸງຂະໜາດນັ້ນກໍໄດ້ ຄິດຜິດແລ້ວຈ່າ ເພາະຖ້າເຮົາປ່ອຍໄປບໍ່ເບິ່ງແຍງແຕ່ດຽວນີ້ ອາດຈະລໍ້າ ຜິວພັນ ໃບໜ້າລໍ້າອາຍຸຊົວໆ ສະນັ້ນ ເຮົາມາບໍາລຸງ ແລະເບິ່ງແຍງຜິວພັນກັນດີກວ່າ ເປັນແມ່ນຍິງຢ່າຢຸດງາມ ແມ່ນບໍ່?

  1. ທາຄີມກັນແດດທຸກຄັ້ງທີ່ຕ້ອງອອກໄປພົບແສງແດດ

ກ່ອນອອກແດດທຸກຄັ້ງຄີມກັນແດດສໍາຄັນທີ່ສຸດ ເພາະຈະຊ່ວຍໃຫ້ຜິວພັນຂອງສາວໆນັ້ນບໍ່ໝອງ ຫຼືເກີດຮອຍແຫ່ວກ່ອນໄວອັນຄວນ ນອກຈາກນີ້ຍັງຊ່ວຍໃຫ້ຜິວຂອງສາວໆນັ້ນເບິ່ງຂາວມີອໍຣ່າອີກດ້ວຍ ບໍ່ຕ້ອງໄປສີດແລ້ວພວກສານເຄມີທັງຫຼາຍ ພຽງທາກໍພໍແລ້ວ

  1. ໃສ່ແວ່ນກັນແດດ

ເປັນທີ່ຮູ້ກັນດີວ່າ ແດດບ້ານເຮົາມັນຮ້ອນຂະໜາດໃດ ສະນັ້ນ ສາວໆຄວນທີ່ຈະໃສ່ແວ່ນກັນແດດໄດ້ແລ້ວ ບໍ່ດັ່ງນັ້ນຜິວໜັງບໍລິເວນອ້ອມຕາອາດຈະຖືກທໍາຮ້າຍໄດ້ງ່າຍ ໃສຈະຮອຍແຫ່ວທີ່ບໍ່ພຶງປະສົງ ໃສຈະຮອຍດໍາໃຕ້ຕາ ເລືອກເອົາແລ້ວກັນສາວໆວ່າຢາກໄດ້ແບບໃດ ເພາະແມ່ຍິງເຮົາງາມເລືອກໄດ້ (555)

  1. ຮັກສາສິວໃຫ້ຖືກວິທີ

ໃຜທີ່ເປັນສິວຕະຫຼອດ ຄວນຮັກສາໃຫ້ຖືກວິທີ ໂດຍການໃຊ້ເຈລແຕ້ມສິວ ຢ່າໄປຈົກ ແກະ ເກົາເດັດຂາດ ເພາະຈະສົ່ງຜົນໃຫ້ຜິວໜັງເທິງໃບໜ້າເຈົ້າເຕັມໄປດ້ວຍຮອຍແຫ່ວ ແຜເປັນ ຜິງບໍ່ສະໝໍ່າສະເໝີ ຖ້າຢາກໃບໜ້ານຽນສະໝໍ່າສະເໝີຄວນຮັກສາສິວໃຫ້ຖືກວິທີເດີ່!

  1. ບໍ່ແຕ່ງໜ້າເຂັ້ມ

ເຂົ້າສູ່ຊ່ວງອາຍຸເລກ 2 ແລ້ວ ຖືວ່າເປັນໄລຍະທີ່ຜິວພັນຂອງເຈົ້ານັ້ນຍັງດີຢູ່ ບໍ່ຈໍາເປັນຕ້ອງໄປແຕ່ງເຕິມຫຍັງຫຼາຍ ໃສໆໄວລຸ້ນມັກ ເຄີຍໄດ້ຍິນບໍ່? ແຕ່ສໍາລັບສາວໆຄົນໃດທີ່ຕ້ອງການຈະປົກປິດຮອຍສິວ ຫຼືຮອຍແຫ່ວເທິງໃບໜ້າແນະນໍາວ່າ ໃຫ້ໃຊ້ຄອນຊິວເລີ່ ຫຼືບີບີຄຼີມກໍພຽງພໍແລ້ວ ບໍ່ທໍາລາຍຜິວພັນເຮົາອີກ

  1. ກວດສະພາບຜິວໜ້າທຸກປີ

ການກວດຜິວໜ້າກັບແພດນັ້ນ ຄວນເຮັດຢ່າງໜ້ອຍປີລະເທື່ອ ເພື່ອທີ່ຈະໄດ້ຮູ້ວ່າຜິວໜ້າຂອງເຮົານັ້ນມີບັນຫາຫຍັງບໍ່? ຮອຍແຫ່ວເລີ່ມມາ ຫຼືຍັງ ເພື່ອທີ່ຈະໄດ້ຮັກສາຢ່າງຖືກວິທີ ໂດຍສະເພາະສາວໆທີ່ມີບັນຫາຜິວຮູຂຸມຂົນກວ້າງ ບໍ່ລຽບນຽນ ຖ້າຕ້ອງການຮັກສາກໍສາມາດຮັກສາກັບແພດຜູ້ຊ່ຽວຊານໄດ້ເລີຍ

  1. ລ້າງເຄື່ອງສໍາອາງໃຫ້ໝົດກ່ອນນອນ

ສາວຄົນໃດທີ່ມີບັນຫາຜິວໜ້າມັນ ຫຼືສາວຄົນໃດທີ່ຕ້ອງແຕ່ງໜ້າຢູ່ເປັນປະຈໍາ ເຄີຍສັງເກດບໍ່ວ່າ ເປັນຫຍັງຈຶ່ງເປັນສິວຢ່າງຕໍ່ເນື່ອງ ລອງໃຊ້ Cleansing ລົບເຄື່ອງສໍາອາງເທິງໃບໜ້າທຸກຄັ້ງກ່ອນນອນເບິ່ງເດີ່ ເພື່ອຫຼຸດອາການອຸດຕັນຂອງສານເຄມີເທິງໃບໜ້າ ແລະຫຼຸດການເກີດສິວ ເພາະຖ້າເຮົາລົບ Makeup ບໍ່ໝົດ ກໍຈະເຮັດໃຫ້ເກີດບັນຫາການເກີດສິວຕາມມາຢູ່ເລື້ອຍໆ ທາງທີ່ດີເຮົາຄວນທໍາຄວາມສະອາດໃຫ້ຖືກວິທີເດີ່ສາວໆ

  1. ດື່ມນໍ້າຫຼາຍໆ

ຮູ້ກັນດີຢູ່ແລ້ວວ່າ ນໍ້າ ມີຄວາມຈໍາເປັນຕໍ່ຮ່າງກາຍ ເຮົາຄວນດຶ່ມນໍ້າລ້າໃຫ້ຫຼາຍຢ່າງໜ້ອຍ ມື້ລະ 8 ຈອກ ຫຼື 2 ລິດ/ມື້ ເທົ່ານີ້ກໍພຽງພໍຕໍ່ຮ່າງກາຍຕ້ອງການແລ້ວ ເພາະນໍ້າຈະເຮັດໃຫ້ຜິວພັນຂອສາວໆ ຊຸ່ມຊື່ນ ມີນໍ້າມີນວນ ໜ້າສໍາພັດ ສາວຄົນໃດທີ່ມີບັນຫາຜິວແຫ້ງ ລອງດຶ່ມນໍ້າໃຫ້ຫຼາຍຂຶ້ນເບິ່ງເດີ່!

  1. ລ້າງມືກ່ອນລ້າງໜ້າ

ໃນແຕ່ລະມື້ທຸກຄົນກໍມີກິດຈະກໍາຫຼາກຫຼາຍ ໂດຍທີ່ເຮົາບໍ່ຮູ້ດອກວ່າມືຂອງເຮົານັ້ນຕ້ອງພົບກັບແບັກທີເຣຍ ຫຼືສານເຄມີຫຍັງແດ່ ທາງທີ່ດີເຮົາຄວນລ້າງມືໃຫ້ສະອາດກ່ອນລ້າງໜ້າດີກວ່າ ບໍ່ດັ່ງນັ້ນສານເຄມີອາດຈະມາຢູ່ເທິງໃບໜ້າຂອງເຮົາຕອນລ້າງກໍເປັນໄດ້ ທຸກຄັ້ງກ່ອນລ້າງໜ້າຢ່າລືມລ້າງມື

ແບ່ງປັນ