Breaking News

9 ວິທີ “ຮັກ” ຢ່າງມີຄວາມສຸກ! Share ເກັບໄວ້ໄປເຮັດດ່ວນ! ຖ້າຢາກຄອງຮັກໄປດົນໆ (ຄວາມຮັກເຮັດໃຫ້ໂລກສົດໃສ ແຕ່ຈະສຸກໃຈກວ່າຖ້າຮັກຢ່າງຖືກວິທີ)

ແບ່ງປັນ

9 ວິທີ “ຮັກ” ຢ່າງມີຄວາມສຸກ! Share ເກັບໄວ້ໄປເຮັດດ່ວນ! ຖ້າຢາກຄອງຮັກໄປດົນໆ (ຄວາມຮັກເຮັດໃຫ້ໂລກສົດໃສ ແຕ່ຈະສຸກໃຈກວ່າຖ້າຮັກຢ່າງຖືກວິທີ)

ຖ້າເຈົ້າເປັນຄົນໜຶ່ງທີ່ມີຄວາມຮັກອັນຫວານຊື່ນຢູ່ ແຕເມື່ອຕ້ອງຢູ່ຫ່າງກັນກໍທໍາໃຈບໍ່ໄດ້ ຕ້ອງຮູ້ຈັກກັບ 9 ວິທີ “ຮັກ” ຢ່າງມີຄວາມສຸກເອົາໄວ້ເລີຍ ເພາະຄວາມຮັກທີ່ດີ ຄືຄວາມຮັກທີ່ເຮັດໃຫ້ສຸຂະພາບຈິດດີ ເມື່ອເຂົາຂາດເຮົາກໍບໍ່ທຸກໃຈ ແລະພື້ນຖານຄວາມສໍາພັນທີ່ດີຂອງຄວາມຮັກກໍຄື “ການຮັກຕົວເອງ” ຂີດເສັ້ນໃຕ້ເອົາໄວ້ເລີຍວ່າເປັນຄົນລະເລື່ອງກັຍຄວາມເຫັນແກ່ຕົວ ແລະທັງ 9 ວິທີທີ່ສາວໆຈະໄດ້ຮູ້ຈັກກັນໃນມື້ນີ້ ກໍຈະຊ່ວຍໃຫ້ສາວໆ ຮັກຕົວເອງ ແລະມີສຸຂະພາບຈິດທີ່ດີເພື່ອຄອງຮັກກັນຢ່າງຍາວນານກັນນໍາ

  1. ມີຄວາມສຸກໄດ້ດ້ວຍຕົນເອງ

ເຖິງວ່າຄູ່ຮັກຈະຮັກກັນມາດົນຂະໜາດໃດ ແຕ່ກໍບໍ່ໄດ້ຢູ່ນໍາກັນຕະຫຼອດເວລາ ເຊິ່ງຕອນນີ້ແຫຼະສາວໆ ຈະເລີ່ມຄິດຫຼາຍໄດ້ຕະຫຼອດເວລາ ວ່າຄວາມຮັກຂອງເຮົາຍັງຄົງໝັ້ນຄົງຄືເກົ່າ ຫຼືບໍ່ ຖ້າໃຜມີອາການແບບນີ້ ຕ້ອງຟ້າວຊອກກິດຈະກໍາເຮັດໂດຍດ່ວນເລີຍເດີ່ສາວໆ ຕ້ອງຊອກສິ່ງອື່ນມາສ້າງຄວາມສຸກໃຫ້ກັບຕົນເອງ ຢ່າໃຫ້ຊາຍໜຸ່ມເປັນພຽງເຄື່ອງຢຶດໜ່ຽວດຽວຂອງເຈົ້າ ແລ້ວສາວໆຈະບໍ່ທຸກ ຫຼືຄິດຮອດເຂົາຈົນຮູ້ສຶກຫົດຫູ່ອີກຕໍ່ໄປ

  1. ເອົາໃຈໃສ່ຄົນຮັກ

ຄວາມເອົາໃຈໃສ່ເປັນເວດມົນທີ່ເຮັດໃຫ້ຄວາມຮັກໝັ້ນຄົງຍາວນານ ສາວໆຄວນເຝິກຄວາມເອົາໃຈໃສ່ໃຫ້ເປັນນິໄສເລີຍເດີ່ ເພາະຜູ້ຊາຍມັກຫຼາຍ ເວລາໄດ້ຮັບການເບິ່ງແຍງ ເຂົາສໍາພັດໄດ້ເຖິງຄວາມຮັກທີ່ສາວໆມີໃຫ້ເຂົາ ເຊິ່ງຄວາມສຸກຂອງເຂົາກໍຈະສົ່ງຜົນໃຫ້ສາວໆມີຄວາມສຸກນໍາແມ່ນບໍ່? ສິ່ງນີ້ແຫຼະທີ່ເຮັດໃຫ້ຄວາມສໍາພັນສຸຂະພາບດີ ບໍ່ວ່າຈະເບິ່ງໄປທາງໃດກໍເປັນສີບົວ ແລະມີແຕ່ສິ່ງດີໆເກີດຂຶ້ນ

  1. ຫຼຸດຄວາມຄາດຫວັງ

ເປັນເລື່ອງທໍາມະດາຂອງຄູ່ຮັກ ທີ່ຈະມີຄວາມຄາດຫວັງຕໍ່ກັນ ແຕ່ສາວໆກໍຕ້ອງຄາດຫວັງໃນສິ່ງທີ່ເປັນໄປໄດ້ນໍາ ຖ້າສົມມຸດຊາຍໜຸ່ມເຈົ້າວຽກຫຍຸ້ງຫຼາຍ ແຕ່ສາວໆຍັງຄາດຫວັງວ່າເຂົາຈະເຊີໄພ້ວັນຄົບຮອບທຸກເດືອນ ແບບນີ້ກໍຕ້ອງຜິດຫວັງແນ່ນອນຢູ່ແລ້ວ ລອງຫຼຸດຄວາມຄາດຫວັງລົງມາແດ່ເຊັ່ນ: ເຂົາວ່າງມາກິນເຂົ້າໃນວັນຄົບຮອບໜຶ່ງປີ ເຫັນບໍ່ວ່າ ງ່າຍໆເທົ່ານີ້ເອງ ລອງຖາມຕົວເອງວ່າຄົບກັບເຂົາເພື່ອຫຍັງ ເລື່ອງນັ້ນຈະດີກວ່າ

  1. ຍອມຮັບຄວາມແຕກຕ່າງຂອງສອງເຮົາ

ບາງຄັ້ງຄົນຮັກກໍມີນິໄສຕ່າງກັນຢ່າງສຸດຂົ້ວເລີຍແມ່ນບໍ່ ຫຼືເຂົາເປັນລູກຄົນດຽວ ສ່ວນເຈົ້າເປັນຄອບຄົວທີ່ໃຫຍ່ຫຼາຍ ເປັນເລື່ອງທໍາມະດາທີ່ຄວາມແຕກຕ່າງຊ່ວຍໃຫ້ຄູ່ຮັກຕຶ່ມເຕັມເຊິ່ງກັນ ແລະກັນ ແຕ່ບາງຄັ້ງຄວາມແຕກຕ່າງກໍເຮັດໃຫ້ເກີດຄວາມທຸກໄດ້ເຊັ່ນກັນ ຖ້າສາວໆກັບຄົນຮັກອາຍຸຫ່າງກັນຫຼາຍ ກໍເຮັດໃຫ້ຄວາມຄິດຄວາມອ່ານແຕກຕ່າງກັນໄປນໍາ ເຊິ່ງສາວໆກໍຕ້ອງທໍາໃຈຍອມຮັບໃຫ້ໄດ້ ຖ້າຢາກຄອງຄູ່ກັບຄົນຮັກໄປດົນໆ

  1. ປັບຕົວເຂົ້າກັບຄວາມປ່ຽນແປງ

ສາວໆອາດເຄີຍຄາດຝັນວ່າ ຄົນຮັກຂອງເຈົ້າຈະບໍ່ປ່ຽນໄປຈາກມື້ທໍາອິດທີ່ຄົບກັນ ແຕ່ບໍ່ໄດ້ດອກ ເມື່ອເວລາຜ່ານໄປປະສົບການທີ່ຫຼາຍຂຶ້ນກໍເຮັດໃຫ້ເຮົາເລີ່ມປ່ຽນໄປນໍາ ຖ້າສາວໆຍັງຮັກເຂົາກໍຕ້ອງປັບຕົວໃຫ້ເຂົ້າກັບເຂົາໃຫ້ໄດ້ ຫຼືບາງຄັ້ງອາດມີຄວາມປ່ຽນແປງແບບກະທັນຫັນ ຜູ້ຊາຍຍ້າຍບ່ອນເຮັດວຽກເຮັດໃຫ້ບໍ່ໄດ້ໃຊ້ເວລາຮ່ວມກັນຫຼາຍເທົ່າເມື່ອກ່ອນ ສາວໆກໍຕ້ອງທໍາໃຈຍອມຮັບ ແລະປັບຕົວໃຫ້ເຂົ້າກັບສະຖານະການໃຫ້ໄດ້ຄືກັນ

  1. ຢ່າຄິດເຖິງແຕ່ຄວາມມັກຂອງເຮົາ

ຈື່ໄດ້ບໍ່ວ່າພື້ນຖານຂອງການຮັກຢ່າງມີຄວາມສຸກຄື ຮັກຕົວເອງ ແຕ່ ຢ່າເຫັນແກ່ຕົວ ຖ້າສາວໆເອົາແຕ່ຄິດເຖິງພຽງຄວາມສຸກຂອງຕົວເອງກໍຕ້ອງຖາມຕົວເອງອີກຄັ້ງແລ້ວວ່າ ເຈົ້າຮັກເຂົາແທ້ ຫຼືບໍ່ ເມື່ອມີເວລາຢູ່ຮ່ວມກັນ ຢ່າເອົາແຕ່ຄິດວ່າ ເຈົ້າຢາກເຮັດຫຍັງ ສາວໆຕ້ອງປຶກສາຄົນຮັກນໍາ ແລ້ວບອກເລີຍວ່ານອກຈາກຄວາມຮັກຂອງເຈົ້າຈະຍືນຍາວແລ້ວ ຄວາມຊົງຈໍາທີ່ພວກເຈົ້າຮ່ວມກັນສ້າງຂຶ້ນມາກໍໜ້າຈົດຈໍາ ຈົນຊາຍໜຸ່ມບໍ່ມີມື້ລືມເລີຍ

  1. ເກງໃຈຄົນຮັກແນ່

ສາວໆລອງຄິດເບິ່ງວ່າ ຖ້າຊີວິດເຈົ້າບໍ່ມີຜູ້ຊາຍຄົນນີ້ຈະລໍາບາກຂະໜາດໃດ ຖ້າຄໍາຕອບຂອງເຈົ້າຄືລໍາບາກຫຼາຍ ນັ້ນກໍໝາຍຄວາມວ່າ ເຈົ້າເພິ່ງພາເຂົາຫຼາຍເກີນໄປແລ້ວ ສາວໆບໍ່ຄວນໃຊ້ໃຫ້ຄົນຮັກເຮັດນີ້ເຮັດນັ້ນແທນຫຼາຍເກີນໄປ ເຂົາກໍມີສິ່ງທີ່ຕ້ອງເຮັດຄືກັນ ສະນັ້ນເຈົ້າຄວນເກງໃຈເຂົາແດ່! ລອງປ່ຽນຈາກການເຫັນໜ້າກໍໃຊ້ວຽກມາເປັນຖາມວ່າ ເຈົ້າເມື່ອຍບໍ່ ເບິ່ງເດີ່ສາວໆ

  1. ຍ້ອງຍໍຄົນຮັກແດ່

ໃຜທກໍມັກຄໍາຍ້ອງຍໍທັງນັ້ນ ຍິ່ງອອກມາຈາກປາກຄົນຮັກແລ້ວຍິ່ງຕຶ່ມພະລັງໃຫ້ຊີວິດໄດ້ດີເລີຍ ຖ້າສາວໆວານໃຫ້ແຟນເຮັດຫຍັງບາງຢ່າງໃຫ້ ແລ້ວເຂົາເຮັດໄດ້ດີກໍອອກຢາກຍ້ອງໄປເລີຍ ຮັບປະກັນວ່າເທື່ອໜ້າຖ້າເຈົ້າໃຊ້ວຽກເຂົາອີກ ເຂົາຈະຟ້າວເຮັດໃຫ້ດ້ວຍຄວາມເຕັມໃຈເລີຍແຫຼະ ແລ້ວເຂົາຍັງເອົາຄໍາຍ້ອງນັ້ນໄປໂມ້ກັບໝູ່ໄດ້ອີກ ສ່ວນເຈົ້າກໍກາຍເປັນແຟນທີ່ດີຈົນໝູ່ຂອງເຂົາອິດສາ ເຫັນບໍ່ສາວໆວ່າ ຄໍາຍ້ອງຍໍມີຂໍ້ດີຂະໜາດໃດ

  1. ສະແດງອອກໃຫ້ເຂົາຮູ້ວ່າຮັກ

ຈະເໝົາເອົາເອງວ່າເຖິງບໍ່ບອກເຂົາກໍຮູ້ວ່າຮັກ ບໍ່ໄດ້ເດີ່ສາວໆ ຕ້ອງບອກໃຫ້ເຂົາຮູ້ແດ່ ຜູ້ຊາຍຈະໄດ້ໝັ້ນໃຈວ່າຄວາມຮັກຍັງຫວານຊື່ນຄືເກົ່າ ແຕ່ຖ້າອາຍທີ່ຈະເວົ້າກໍຕ້ອງສະແດງອອກໃຫ້ເຂົາຮູ້ແທນວ່າ ສາວໆຮັກເຂົາອີ່ຫຼີໃດ໋ ເຊິ່ງກໍມີຫຼາຍວິທີເຊັ່ນ ຊອກເວລາໄປທ່ຽວນໍາກັນ ໄປດິນເນີ່ ກອດ ຫຼືແລກປ່ຽນເລື່ອງລາວໃນຊີວິດປະຈໍາວັນ ງ່າຍໆເທົ່ານີ້ກໍເຮັດໃຫ້ຄວາມຮັກທີ່ມີມັນເພີ່ມພູນຂຶ້ນມາໄດ້ ແລະຍືນຍາວນໍາອີກ

ແບ່ງປັນ