Breaking News

ເຫດຜົນທີ່! ພວກນາງໂຕຮ້າຍແຕ່ຜູ້ຊາຍມັກ ສະເໜທີ່ທ້າທາຍ… (ແສນດີ ເອົາໃຈເກັ່ງ ເປັນແມ່ສີເຮືອນຍັງໂດນເທ! ຊັ້ນເຮົາລອງມາປັບ Look ເປັນນາງໂຕຮ້າຍໃຫ້ຜູ້ຊາຍຫຼົງຮັກດີກວ່າ)

ແບ່ງປັນ

7 ເຫດຜົນທີ່! ພວກນາງໂຕຮ້າຍແຕ່ຜູ້ຊາຍມັກ ສະເໜທີ່ທ້າທາຍ…

ເຄີຍໄດ້ຍິນບໍ່ວ່າ ແມ່ຍິງຮ້າຍໆຜູ້ຊາຍຮັກ ແມ່ນແລ້ວ! ງາມ ແສນດີ ເອົາໃຈເກັ່ງ ເປັນແມ່ສີເຮືອນຍັງໂດນເທເລີຍ ຊັ້ນເຮົາລອງມາປັບ Look ເປັນນາງໂຕຮ້າຍໃຫ້ຜູ້ຊາຍຫຼົງຮັກດີກວ່າ!!!

ສາວໆສັງເກດກັນບໍ່ວ່າ ຄົນທີ່ດີເກີນໄປ ຜູ້ຊາຍຈະບໍ່ຄ່ອຍຢຸດທີ່ຄົນນັ້ນ ເພາະຜູ້ຊາຍມັກຄວາມຕື່ນເຕັ້ນ ຄວາມແປກໃໝ່ຕະຫຼອດເວລາ ແບບນີ້ແລ້ວເຮົາຈຶ່ງຕ້ອງກາຍມາເປັນ ນາງໂຕຮ້າຍໃຫ້ຜູ້ຊາຍຮັກ ກັນດີກວ່າ ສາວໆແຊ໋ບໆນັ້ນໜ້າສົນໃຈກວ່າສາວໆຮຽບຮ້ອຍ… ວ່າຊັ້ນສາ!

  1. ກ້າສ່ຽງ ມັກຜະຈົນໄພ

ທໍາມະຊາດຂອງຜູ້ຊາຍຈະບໍ່ມັກເຮັດຫຍັງທີ່ຊໍ້າຊາກ ຫຼືຈໍາເຈ ສະນັ້ນແມ່ຍິງທີ່ເຂົາຢາກຈະໃຊ້ຊີວິດນໍາຈະຕ້ອງມີ Life Style ທີ່ໃກ້ຄຽງກັບເຂົາ ບໍ່ຈໍາເປັນຕ້ອງຢູ່ຕິດເຮືອນ ແຕ່ພ້ອມທີ່ຈະອອກໄປຜະຈົນໄພທາງນອກກັບເຂົາໄດ້ທຸກຄັ້ງ No plan ຢາກເຮັດຫຍັງເຮົາທັນທີ ຈະເຮັດໃຫ້ເຂົາຊົດຊື່ນ ແລະຕື່ນເຕັ້ນຢູ່ຕະຫຼອດເວລາທີ່ຢູ່ໃກ້ເຈົ້າ

  1. ເຊື່ອໝັ້ນຕົວເອງ

ຄວາມເຊື່ອໝັ້ນໃນຕົວເອງເປັນສະເໜທີ່ສໍາຄັນທີ່ສຸດຂອງແມ່ຍິງ ສາວໆທີ່ຮັກຕົວເອງ ຮູ້ວ່າຕົວເອງຕ້ອງການຫຍັງ ຮູ້ຈັກເລືອກສິ່ງທີ່ດີທີ່ສຸດໃຫ້ກັບຕົວເອງ ໂດຍບໍ່ສົນໃຈຄໍາເວົ້າຂອງຄົນອ້ອມຂ້າງ ນີ້ແຫຼະຄືແມ່ຍິງທີ່ຜູ້ຊາຍທຸກຄົນຕ້ອງການ (No ສົນ No Care ແມ່ຍິງຍຸກໃໝ່ຕ້ອງ Strong ເທົ່ານັ້ນ)

  1. ມັກມ່ວນ

ຍຸກນີ້ຜູ້ຊາຍຮ້ອຍທັງຮ້ອຍໃນຫົວຕ້ອງມີເລື່ອງແບບນັ້ນຢູ່ແລ້ວ ພວກເຂົາຄິດວ່າມັນເປັນການສ້າງຄວາມສຸກໃຫ້ແກ່ກັນ ແລະກັນໂດຍບໍ່ມີຝ່າຍໃດໄດ້ ຫຼືເສຍປຽບ ແລະພວກນາງໂຕຮ້າຍກຸ່ມນີ້ກໍຄິດຄືກັນ ປະມານວ່າເສືອກັບເສືອມາເຈິກັນເລີຍລ່ະຊີສ

  1. ເພິ່ງພາຕົນເອງ

ຜູ້ຊາຍມັກເທໃຈໃຫ້ກັບແມ່ຍິງທີ່ຢືນໄດ້ດ້ວຍຂາຂອງຕົນເອງ ເບິ່ງເປັນຄົນເຂັ້ມແຂງ ແລະບໍ່ເປັນພາລະຂອງໃຜ ແມ່ຍິງຄືເຮົາບໍ່ຈໍາເປັນຕ້ອງມອບກາຍຖວາຍຫົວໃຈໃຫ້ກັບຜູ້ຊາຍ ແລະຫວັງຈະເພິ່ງພາເຂົາໄປຕະຫຼອດດອກ ສາວໆຄວນຈື່ເອົາໄວ້ວ່າເຂົາບໍ່ໄດ້ຕ້ອງການແມ່ຍິງທີ່ມີຊີວິດຢູ່ເພື່ອເຂົາ ແຕ່ຕ້ອງການແມ່ຍິງທີ່ພ້ອມທີ່ຈະໃຊ້ຊີວິດໄປກັບເຂົາຕ່າງຫາກ ຮິ້ວໆໆໆ

  1. ເປີດເຜີຍ ກົງໄປກົງມາ

ຜູ້ຊາຍສ່ວນຫຼາຍບໍ່ມັກຫຼິ້ນເກມທາຍຄວາມຮູ້ສຶກກັນດອກ ສາວໆແຮງຕົວແມ່ຈຶ່ງມັກສວມບົດໂຫດເວົ້າກົງໆໄປເລີຍ ເຖິງບາງຄັ້ງຈະທໍາຮ້າຍຈິດໃຈໜຸ່ມໆໄປແນ່ ເພາະຍິ່ງເຈົ້າເປີດເຜີຍຫຼາຍເທົ່າໃດ ເຈົ້າກໍຍິ່ງສະບາຍໃຈຫຼາຍເທົ່ານັ້ນ ຖ້າມີແຕ່ຄອຍມື້ທີ່ຜູ້ຊາຍເດົາຖືກຄົງອົກແຕກຕາຍກ່ອນແນ່ນອນ ແມ່ນບໍ່?

  1. ເປັນຝ່າຍຍົ່ວຍວນ ຫຼືເລີ່ມກ່ອນ

ປົກກະຜູ້ຊາຍມັກຈະເປັນຝ່າຍເລີ່ມເລື່ອງແບບນັ້ນກ່ອນ ແຕ່ສາວໆບໍ່ຮູ້ດອກວ່າເຂົາຢາກຈະເປັນຝ່າຍທີ່ຖືກຈູ່ໂຈມກ່ອນທີ່ສຸດ ສາວໆຕ້ອງໃຈກ້າ ກ້າທີ່ຈະເປີດສາກກ່ອນ ຮັບຮອງຈະເຮັດໃຫ້ຜູ້ຊາຍຕິດໃຈຈົນໜີໄປໃສບໍ່ໄດ້ແນ່ນອນຈ່າ

  1. ສະແດງອອກວ່າຮັກ ແລະຫຼົງໄຫຼ

ຜູ້ຊາຍຈະຮູ້ສຶກດີຫຼາຍ ຖ້າສາວໆຫອມ ຫຼືສໍາພັດເຂົາດ້ວຍຄວາມຮັກ ເລື່ອງແບບນີ້ເຂົາຈະເບິ່ງອອກ ແລະຮູ້ສຶກໄດ້ ຢ່າອາຍເດີ່ສາວໆ ເຮົາຮັກເຂົາສໍ່າໃດກໍສະແດງອອກໄປໂລດ ຈະໄດ້ມີໂມເມັ້ນຟີນກັນທັງສອງຝ່າຍ

 

ແບ່ງປັນ