Breaking News

ຄວາມຮັກເປັນສິ່ງມະຫັດສະຈັນ ແຕ່ບາງຄັ້ງກໍເຮັດໃຫ້ສາວໆວຸ້ນວາຍໃຈຄືກັນ! ນີ້ຄື! ສັນຍານສໍາຄັນທີ່ຈະບອກວ່າ “ເຈົ້າບໍ່ໄດ້ຮັກລາວແລ້ວ”

ແບ່ງປັນ

ຄວາມຮັກເປັນສິ່ງມະຫັດສະຈັນ ແຕ່ບາງຄັ້ງກໍເຮັດໃຫ້ສາວໆວຸ້ນວາຍໃຈຄືກັນ! ນີ້ຄື! ສັນຍານສໍາຄັນທີ່ຈະບອກວ່າ “ເຈົ້າບໍ່ໄດ້ຮັກລາວແລ້ວ”

ຄວາມຮັກ ເປັນສິ່ງທີ່ມະຫັດສະຈັນ ແລະງົດງາມ ແຕ່ບາງຄັ້ງກໍເຮັດໃຫ້່ສາວໆວຸ້ນວາຍໃຈໄດ້ຄືກັນ ເມື່ອຄວາມຮັກເລີ່ມເບົາບາງລົງ ແລະເຮັດໃຫ້ເບື່ອໜ່າຍ ທໍ້ຖອຍ ເຈົ້າເລີ່ມຮູ້ສຶກອຶດອັດໃຈຕະຫຼອດເວລາເມື່ອຢູ່ກັບຄົນຮັກ ເປັນຫຍັງຈຶ່ງຮູ້່ສຶກບໍ່ Happy ຄືແຕ່ກ່ອນ ສາວໆຫຼາຍຄົນອາດຍັງບໍ່ຮູ້ໃຈຕົວເອງ ສໍາລັບສາວໆທີ່ກໍາລັງລໍາບາກໃຈກັບຄວາມຮັກ ກືນບໍ່ໄດ້ຄາຍບໍ່ອອກ ມື້ນີ້ Kuanjai ກໍເລີຍຢາກຈະນໍາ 7 ສັນຍານທີ່ບົ່ງບອກວ່າ ເຈົ້າບໍ່ໄດ້ຮັກລາວແລ້ວ ມາໃຫ້ສາວໆໄດ້ເຊັກກັບຕົວເອງເບິ່ງ…

  1. ເລີ່ມຫວງເນື້ອຫວງຕົວ ແລະຢາກຈະຢູ່ຫ່າງໆຈາກກິດຈະກໍາທີ່ລຶກຊຶ້ງ

ສາວໆຫຼາຍຄົນບໍ່ໄດ້ເຕັມໃຈຕັ້ງແຕ່ທໍາອິດຢູ່ແລ້ວກັບການທີ່ຖືກ ຈັບເນື້ອຕ້ອງຕົວ ພໍຍິ່ງເລີ່ມໝົດໃຈກໍຍິ່ງເຮັດໃຫ້ເລີ່ມຫວງເນື້ອຫວງຕົວຫຼາຍຂຶ້ນ ບໍ່ເຮັດຕາມໃຈເຂົາອີກຕໍ່ໄປ ບາງຄົນເຖິງຂັ້ນຂີ້ດຽດໄປເລີຍ ພໍໝົດຮັກກິດຈະາທຸກຢ່າງກໍເປັນສິ່ງໜ້າເບື່ອໄປໝົດ ເບື່ອໄດ້ແມ່ນແຕ່ກິດຈະກໍາທີ່ເຮົາເຄີຍມັກທີ່ສຸດ… ນີ້ຄືໜຶ່ງໃນສັນຍານທີ່ບອກວ່າ ເຈົ້າບໍ່ໄດ້ຮັກລາວແລ້ວ

  1. ຮູ້ສຶກເສີຍໆກັບຄໍາວ່າ ຮັກ ຂອງລາວ

ໃນໄລຍະທໍາອິດສາວໆຈະຢາກໄດ້ຍິນຄໍາວ່າຮັກຈາກເຂົາຫຼາຍທີ່ສຸດ ທຸກຄັ້ງທີ່ໄດ້ຍິນກໍຈະຮູ້ສຶກມີພະລັງບາງຢ່າງຂຶ້ນມາທັນທີ ແຕ່ກົງກັນຂ້າມເມື່ອຄໍາວ່າຮັກໝົດຄວາມໝາຍ ມັນກໍຈະລ່ອງລອຍໄປຕາມອາກາດ ຄວາມຮູ້ສຶກເສີຍໆ ຫຼືຕາຍດ້ານເມື່ອໄດ້ຍິນຄໍານີ້ ສັນຍານນີ້ຈະຊັດເຈນທີ່ສຸດແລ້ວວ່າ ເຈົ້າໝົດຮັກ

  1. ເມື່ອເລື່ອງຂອງອານາຄົດຢຸດທີ່ປັດຈຸບັນ

ຄູ່ຮັກທຸກຄູ່ເມື່ອຄົບກັນມາໄດ້ໄລຍະໜຶ່ງຈະມັກເວົ້າເຖິງອານາຄົດ ບາງຄູ່ລົມກັນໄປຈົນຮອດເຖົ້າແກ່ນອນເຝົ້າຂ້າງຕຽງໄປເລີຍກໍມີ ແຕ່ພໍຫົວໃຈເລີ່ມເສີຍຊາຄວາມຄິດເລື່ອງອານາຄົດຂອງຄູ່ຮັກຈະຫາຍໄປ ເຫຼືອແຕ່ຄິດເລື່ອງອານາຄົດຂອງຕົວເອງວ່າຈະເປັນແນວໃດ ສາວໆບາງຄົນອາດເຖິງສະໝອງມືນ ບໍ່ຄິດຫຍັງເລີຍກໍມີ ພໍໄດ້ຍິນເລື່ອງອານາຄົດກໍຈະຕັດບົດທັນທີ

  1. ຄົນເຄີຍສະນິດ ກັບມາເປັນບໍ່ສະນິດ

ຄົນໃນຄອບຄົວ ໝູ່ສະນິດຂອງແຟນກໍຄືຄົນໃນຄອບຄົວເຮົາ ແຕ່ຢູ່ດີໆກໍບໍ່ກ້າສູ້ໜ້າ ຫຼົບໜ້າ ຫຼົບຕາ ຈາກທີ່ເຄີຍປຶກສາກໍກາຍເປັນຄົນຮູ້ຈັກກັນເສີຍໆ ສາວໆບາງຄົນບໍ່ຮູ້ຕົວຍັງງົງກັບຄວາມຮັກ ແລະຫົວໃຈ ແຕ່ຄວາມສໍາພັນກັບຄົນສະນິດຂອງແຟນເລີ່ມປ່ຽນໄປ ຄືຈະຟ້ອງໃຫ້ຮູ້ໃຈຕົວເອງວ່າ ເຈົ້າບໍ່ໄດ້ຮັກລາວແລ້ວ ແລະຄົນອື່ນໆກໍບໍ່ສໍາຄັນສໍາລັບເຈົ້າອີກຕໍ່ໄປ

  1. ສັນຫາຄໍາເວົ້າມາປະຊົດ

ຄໍາເວົ້າຫວານໆ ຊຶ້ງໆຈະຫາຍໄປຈາກພົດຈະນານຸກົມ ສາວໆຫຼາຍຄົນເລີ່ມຈັບຜິດເລັກໆນ້ອຍໆ ໂດຍອັດຕະໂນມັດ ຄວາມຜິດກັນເລື່ອງນ້ອຍໆກໍກາຍເປັນເລື່ອງໃຫຍ່ ເລີ່ມເວົ້າປະຊົດປະຊັນ ສຽດສີ ຄ່ອຍໆບັນທອນຈິດໃຈໂດຍບໍ່ໄດ້ຕັ້ງໃຈ ເຖິງວ່າໜຸ່ມໆຈະຍອມເຈົ້າ ແຕ່ເຈົ້າກໍຍັງບໍ່ຢຸດທີ່ຈະສັນຫາຄໍາມາເວົ້າ ນັ້ນເປັນສັນຍານເດັ່ນຊັດທີ່ຄວາມຮັກເລີ່ມເຫືອດຫາຍໄປ

  1. ຈາກເຄີຍຍອມທຸກສິ່ງຢ່າງ ຕອນນີ້ເຈົ້າກາຍເປັນຍອດນັກສູ້

ຄໍາຂໍຮ້ອງຂອງເຂົາຈະກາຍເປັນຄໍາສັ່ງ ຄໍາຕັກເຕືອນຈະກາຍເປັນຄໍາດ່າ ສິ່ງທີ່ເຈົ້າເຄີຍໂອເຄຈະບໍ່ໂອເຄອີກຕໍ່ໄປ ເມື່ອຫົວໃຈໄຮ້ຮັກ ສັງເກດຈາກທຸກໆຄູ່ທີ່ມັກຈະໂຕ້ຖຽງກັນເມື່ອຄົບກັນໄປໄດ້ໄລຍະໜຶ່ງ ແຕ່ຖ້າຫາກໝົດຮັກແລ້ວ ຈະໂຕ້ຖຽງກັນຮຸນແຮງ ຖ້າເລີ່ມລົງມືທຸບຕີກັນມື້ໃດ ນັ້ນຄືສັນຍານໝົດຮັກຢ່າງແທ້ຈິງ ເພາະຊີວິດບໍ່ແມ່ນຮູບເງົາທີ່ຈະຕົບຈູບໄດ້ຕະຫຼອດ

  1. ສະແດງທ່າທາງທີ່ບໍ່ພໍໃຈສຸດໆອອກມາຕໍ່ໜ້າເຂົາ

ສັນຍານຕ່າງໆຂອງຈິດໃຈຈະສະແດງອອກທາງຮ່າງກາຍ ຖ້າສາວໆເບື່ອສຸດໆກໍຈະສະແດງພຶດຕິກໍາທີ່ບໍ່ມັກສຸດໆອອກມາ ເຊັ່ນ ເບະປາກ ຖີ້ມເຄື່ອງຂອງ ຫາກຫົວໃຈຍັງບໍ່ໝົດຮັກແບບສຸດໆ ຮ່າງກາຍຄົງບໍ່ພາໄປຂະໜາດນັ້ນ ສັນຍານຂໍ້ນີ້ເປັນສັນຍານທີ່ຊັດເຈນທີ່ສຸດທີ່ບອກວ່າ ເຈົ້າບໍ່ໄດ້ຮັກລາວແລ້ວ

ແນວໃດກໍດີ ຢາກໃຫ້ສາວໆຄິດເບິ່ງດີໆ ຍິ່ງຄູ່ຮັກທີ່ຄົບກັນມາດົນແລ້ວອາດຈະມີອາການໝົດຮັກເປັນໄລຍະ ແນວໃດກໍຢາກໃຫ້ຄິດເຖິງສິ່ງດີໆ ທີ່ເຄີຍມີຕໍ່ກັນ ແລະກັນ ແຕ່ຖ້າບໍ່ໄຫວອີ່ຫຼີກໍຢ່າຖ້າໃຫ້ເສຍເວລາ ລອງຍ້ອນກັບໄປເບິ່ງວ່າ “ເຈົ້າໝົດຮັກລາວ ຫຼືຍັງ”

ແບ່ງປັນ