Breaking News

“ນໍ້າເພັດ” Smart Working Mommy “ແມ່ຍິງເຮົາຢ່າອ້າງການມີຄອບຄົວ ແລະ ລູກ ວ່າເປັນອຸປະສັກໃນການເຮັດວຽກ”

ແບ່ງປັນ

Chic Working Women for October 2017

Profile: ຊື່: ນ ມະນີພອນ ສີຫາລາດ (ນໍ້າເພັດ) ອາຍຸ 35 ປີ ສະຖານະພາບ ແຕ່ງງານແລ້ວ ອາຊີບ ຮອງຜູ້ອໍານວຍການ ບໍລິສັດ ລານທອງ ສໍາຫຼວດ-ອອກແບບ ກໍ່ສ້າງ ຈໍາກັດ ແລະ ເປັນຕົວແທນ ຄຼີນິກເສີມຄວາມງາມ ເດີລາຍ ປະຈໍາລາວ

Smart Working Mommy “ແມ່ຍິງເຮົາຢ່າອ້າງການມີຄອບຄົວ ແລະ ລູກ ວ່າເປັນອຸປະສັກໃນການເຮັດວຽກ”

       

“ຄວາມສໍາເລັດ” ຄືສິ່ງທີ່ທຸກຄົນປາຖະໜາຫາ ແລະ ຕ້ອງການຢາກຈະພົບໃນຊີວິດບໍ່ວ່າຈະເປັນ ຄວາມສໍາເລັດໃນການເຮັດວຽກ ຫຼືຄວາມສໍາເລັດໃນຊີວິດ. ຫຼາຍຄົນນັ້ນເຝົ້າຝັນມາທັງຊີວິດທີ່ວ່າຢາກຈະເປັນຄົນທີ່ປະສົບຄວາມສໍາເລັດ ແຕ່ບໍ່ຕັ້ງໃຈລົງມືເຮັດແບບຈິງຈັງຈັກເທື່ອ ມົວແຕ່ໂທດນີ້ໂທດນັ້ນ ຈົນເຮັດໃຫ້ພາດໂອກາດທີ່ຈະພາຕົວເອງໄປຮອດເປົ້າໝາຍໄດ້. ໂດຍສະເພາະແມ່ຍິງຄືເຮົາ ສໍາລັບຄົນທີ່ຍັງໂສດກໍສາມາດເຮັດວຽກໄດ້ເຕັມທີ່ແດ່ ແຕ່ຄົນທີ່ແຕ່ງດອງມີລູກແລ້ວ ກໍກາຍເປັນຂໍ້ອ້າງຕື່ມອີກວ່າ ພາລະຫຼາຍຂຶ້ນບໍ່ສາມາດເຮັດວຽກໄດ້ຢ່າງເຕັມທີ່ ແຕ່ສາວໆຮູ້ບໍ່ ນັ້ນມັນລ້ວນແລ້ວແຕ່ເປັນຂໍ້ອ້າງຂອງເຮົາທັງໝົດ ເຊິ່ງການຄິດເຖິງສິ່ງເຫຼົ່ານີ້ ມັນບໍ່ມີປະໂຫຍດ ແລະບໍ່ຊ່ວຍໃຫ້ເຮົາກ້າວໜ້າເລີຍ  ສະນັ້ນ ຈົ່ງປັບປ່ຽນທັດສະນະຄະຕິດ ເບິ່ງຊີວິດໃນມຸມໃໝ່ໆເດີ້ ຫຼືລອງອ່ານເລື່ອງລາວຂອງສາວຄົນນີ້ເປັນຕົວຢ່າງ ມະນີພອນ ສີຫາລາດ (ນໍ້າເພັດ) ຮອງຜູ້ອໍານວຍການ ບໍລິສັດ ລານທອງ ສໍາຫຼວດ-ອອກແບບ ກໍ່ສ້າງ ຈໍາກັດ ແລະ ເປັນຕົວແທນ ຄຼີນິກເສີມຄວາມງາມ ເດີລາຍ ປະຈໍາລາວ (The Line Laos) ທີ່ປັດຈຸບັນເປັນແມ່ລູກ 3 ແລ້ວ 3ໂດຍຜູ້ທໍາອິດເປັນລູກສາວ ອາຍຸ 3 ປີກັບ 6 ເດືອນ ແລະ ຍັງມີ ຝາແຝດຍິງ-ຊາຍ ທີ່ກໍາລັງໜ້າຮັກສຸດໆ ອາຍຸ 1 ປີ ກັບ 6 ເດືອນ ທີ່ສໍາຄັນນາງເຄີຍໃຊ້ຊີວິດໄປວັນໆມາກ່ອນ ແຕ່ນາງມາເລີ່ມເຮັດວຽກ ເລີ່ມຕັ້ງເປົ້າໝາຍຫຼັງຈາກທີ່ມີຄອບຄົວແລ້ວ ຢາກຮູ້ວ່ານາງເຮັດແນວໃດຈຶ່ງສາມາດປັດຂໍ້ອ້າງຈໍາພວກ ມີຄອບຄົວ, ມີລູກທີ່ເປັນພາລະ ອອກໄປໄດ້! ເຮົາມາຮູ້ຈັກກັບນາງພ້ອມໆກັນເລີຍ!

ໃຊ້ຊີວິດແບບບໍ່ມີເປົ້າໝາຍ

ນໍ້າເພັດເປັນເດັກນ້ອຍທໍາມະດາຄົນໜຶ່ງທີ່ໃຊ້ຊີວິດຄືກັບເດັກນ້ອຍທົ່ວໄປ ຊີວິດໃນໄວເດັກບໍ່ຄ່ອຍມີຫຍັງໜ້າຕື່ນເຕັ້ນ ແລະ ຄົ້ນຫາ ຫຼັງຈາກຮຽນຈົບລະດບມັດທະຍົມສຶກສາຕອນປາຍແລ້ວກໍໄດ້ເຂົ້າຮຽນຕໍ່ໃນລະດັບວິທະຍາໄລ ແລະ ເລືອກສາຍຮຽນຕາມກະແສນິຍົມຄືໄປຮຽນບໍລິຫານທຸລະກິດ ທັ້ງທີ່ບໍ່ຮູ້ເລີຍວ່າຫຼັງຈາກຮຽນຈົບອອກມາແລ້ວຈະເຮັດວຽກຫຍັງ, ຫຼັງຮຽນຈົບຊັ້ນສູງສາຂາ ບໍລິຫານທຸລະກິດ ກໍເຮັດວຽກຄ້າຂາຍທໍາມະດາຢູ່ກັບຄອບຄົວ ແລ້ວກໍມາແຕ່ງງານຕອນອາຍຸ 23 ປີ ແຕ່ການແຕ່ງງານນັ້ນບໍ່ທໍາມະດາເພາະມັນຄືຈຸດປ່ຽນທີ່ເຮັດໃຫ້ຊີວິດຂອງ ສາວ ນໍ້າເພັດ ຄົນທີ່ໃຊ້ຊີວິດແບບບໍ່ມີເປົ້າໝາຍຫຍັງເລີຍປ່ຽນໄປ ເພາະຫຼັງຈາກແຕ່ງງານໄດ້ບໍ່ດົນ ນໍ້າເພັດກໍໄດ້ມາຮັບຜິດຊອບວຽກແທນປູ່ (ພໍ່ຜົວ) ໃນຕໍາແໜ່ງ ຮອງຜູ້ອໍານວຍການ ບໍລິສັດ ລານທອງ ສໍາຫຼວດ-ອອກແບບ ກໍ່ສ້າງ ຈໍາກັດ ແລະ ນີ້ມັນກໍເປັນສິ່ງທີ່ເຮັດຊີວິດຂອງນໍ້າເພັດປ່ຽນໄປຈົນມາຮອດປັດຈຸບັນນີ້.

ຢາກໃຫ້ສັງຄົມຍອມຮັບໃນຄວາມສາມາດຂອງແມ່ຍິງ

ສັງຄົມບ້ານເຮົານັ້ນ ການຕັດສິນຄົນຈາກພາຍນອກຖືວ່າຍັງມີຫຼາຍພໍສົມຄວນ ຄືກັນກັບ ນໍ້າເພັດ ກໍເຊັ່ນດຽວກັນ ນາງຖືກຕັດສິນຈາກພາຍນອກວ່າ “ແມ່ຍິງນັ້ນບໍ່ເໝາະສົມທີ່ຈະເຮັດວຽກໃນບໍລິສັດກໍ່ສ້າງໄດ້ (ບໍລິສັດທີ່ເຮັດຢູ່ໃນປັດຈຸບັນ) ວຽກແບບນີ້ເປັນວຽກທີ່ເໝາະກັບຜູ້ຊາຍຫຼາຍກວ່າ” ນໍ້າເພັດ ບໍ່ຍອມເຊື່ອຄໍາຄົນທີ່ມັກຕັດສິນຜູ້ອື່ນໄປກ່ອນ ຈຶ່ງເກີດມີຄວາມຄິດຢາກຈະພິສູດໃຫ້ຄົນພວກນັ້ນເຫັນວ່າ ແມ່ຍິງກໍແມ່ນຄົນຜູ້ໜຶ່ງທີ່ມີຄວາມສາມາດເຊັ່ນກັນ ວຽກໃດທີ່ຜູ້ຊາຍເຮັດໄດ້ແມ່ຍິງຄືເຮົາກໍເຮັດໄດ້ ນໍ້າເພັດ ຈຶ່ງຕັດສິນໃຈ ໄປຮຽນຕໍ່ ປະລິນຍາຕີ ໃນສາຂາບໍລິຫານທຸລະກິດ (ສາຂາດຽວກັບທີ່ຮຽນຊັ້ນສູງ) ຫຼັງຈາກຮຽນຈົບມານາງກໍໄດ້ທຸ່ມເທເຫື່ອແຮງ ແລະຄວາມຄິດເຂົ້າໃນການເຮັດວຽກ ຮຽນຮູ້ວຽກທຸກຢ່າງໃຫ້ໄດ້ຫຼາຍທີ່ສຸດຈາກປູ່ ຕັ້ງແຕ່ວຽກເອກະສານທຸກຢ່າງຈົນຮອດວຽກພາກສະໜາມ ລົງໄປຄຸມການເຮັດວຽກດ້ວຍຕົນເອງທຸກຢ່າງ ຈົນມາຮອດທຸກມື້ນີ້ ນໍ້າເພັດ ໄດ້ກາຍເປັນຜູ້ເບິ່ງແຍງທຸລະກິດນີ້ແທນປູ່ໄປແລ້ວ ແລະ ນີ້ຄືສິ່ງທີ່ນາງໄດ້ພິສູດແລ້ວວ່າ ແມ່ຍິງບໍ່ໄດ້ດ້ອຍກວ່າຜູ້ຊາຍເລີຍ, ແມ່ຍິງສາມາດເຮັດວຽກທຸກຢ່າງທີ່ຜູ້ຊາຍເຮັດໄດ້ ຂໍພຽງໃຫ້ໂອກາດພວກນາງໄດ້ພິສູດຕົວເອງແລ້ວເຈົ້າຈະຮູ້ວ່າ ບໍ່ມີຫຍັງຍາກເກີນຄວາມພະຍາຍາມໄດ້.

ເປັນລູກໃພ້ສຸດທີ່ຮັກຈົນປູ່ວາງມືໃຫ້ເບິ່ງທຸລະກິດແທນ

ຫຼາຍຄົນຄົງຈະສົງໄສວ່າ ນໍ້າເພັດ ເປັນລູກໃພ້ ແລ້ວເປັນຫຍັງຈຶ່ງມາເບິ່ງທຸລະກິດນີ້ແທນປູ່ ແລ້ວລູກໆເພິ່ນເດໄປໃສໝົດ? ຄວາມຈິງທີ່ ນໍ້າເພັດ ໄດ້ມາເຮັດວຽກນີ້ແທ່ນປູ່ກໍຍ້ອນວ່ານາງເອງມັກໃນເລື່ອງການບໍລິຫານຢູ່ແລ້ວ ແລະ ນໍ້າເພັດ ຮຽນຈົບສາຍນີ້ມາ ອີກຢ່າງປູ່ເພິ່ນກໍມີລູກແຕ່ສອງຄົນຄື ຜົວຂອງ ນ້ຳເພັດ ແລະເອື້ອຍອີກຄົນໜຶ່ງ ເຊິ່ງທັງສອງກໍເຮັດວຽກເປັນລັດຖະກອນໝົດ ບໍ່ມີໃຜມາຊ່ວຍປູ່ ດ້ວຍຄວາມມັກ ແລະ ເຫັນປູ່ເຮັດວຽກຄົນດຽວນໍາເພັດກໍເລີຍເຂົ້າມາຊ່ວຍ ທໍາອິດປູ່ກໍສອນເຮົາທຸກຢ່າງເລີຍກໍວ່າໄດ້ ແລະ ເຮົາກໍພະຍາຍາມຮຽນຮູ້ຈາກເພິ່ນໃຫ້ຫຼາຍທີ່ສຸດ ອີກຢ່າງກໍມັກໃນບຸກຄະລິກຂອງປູ່ ທີ່ເພິ່ນເປັນຄົນທີ່ມີຫຼັກໝັ້ນສູງ, ເປັນຄົນຍຸດຕິທໍາ ແລະ ຂ້ອນຂ້າງໃຈເຢັນ ໃຊ້ເຫດຜົນໃນການຕັດສິນປັນຫາສະເໝີ ເມື່ອເຫັນວ່າ ນໍ້າເພັດ ຮຽນຮູ້ຈາກເພິ່ນໄດ້ຫຼາຍຈົນສາມາດເຮັດວຽກເອງໄດ້ ອີກຢ່າງເພິ່ນກໍອາຍຸຫຼາຍແລ້ວ ເພິ່ນກໍເລີຍຢາກວາງມືໄປ ແລະ ປ່ອຍໃຫ້ ນໍ້າເພັດ ມາຮັບຜິດຊອບບໍລິສັດນີ້ແທນ ສ່ວນເພິ່ນກໍຍັງສະໜັບສະໜູນຢູ່ແບບຫ່າງໆ ບໍ່ໄດ້ວາງມືໄປທັັງໝົດ ຍ້ອນເກັ່ງແບບນີ້ ນໍ້າເພັດ ກໍເລີຍກາຍເປັນລູກໃພ້ສຸດທີ່ຮັກຂອງປູ່ຍ່າ ຈົນວາງໃຈໃຫ້ມາເບິ່ງທຸລະກິດແທນລະເນາະ!

ອຸປະສັກຈະໃຫຍ່ຂຶ້ນເລື້ອຍໆ ຖ້າເຮົາບໍ່ແກ້ໄຂມັນທັນທີ:

ສໍາລັບຄົນທີ່ກໍາລັງທໍ້ເພາະຄິດວ່າອຸປະສັກທີ່ກໍາລັງພົບຢູ່ນັ້ນມັນໜັກໜາຫຼາຍ ໃຫ້ມາຟັງຄໍາແນະນໍາຈາກສາວຄົນນີ້ ນໍ້າເພັດ ບອກວ່າ “ທຸກໆວຽກທີ່ເຮັດແນ່ນອນວ່າມັນຈະຕ້ອງມີອຸປະສັກ ນໍ້າເພັດ ເອງກໍມີຄືກັນ ແຕ່ນາງເຊື່ອວ່າ ຖ້າເຮົາບໍ່ເຄີຍພົບບໍ່ເຄີຍພົບອຸປະສັກເຮົາກໍບໍ່ສາມາດເປັນຄົນເກັ່ງ ແລະ ເຂັ້ມແຂງໄດ້. ທຸກໆຢ່າງທີ່ພົບໃນເມື່ອເຮົາບໍ່ສາມາດປະຕິເສດມັນໄດ້ ກໍຕ້ອງຍອມຮັບ ແລະ ຊອກວິທີແກ້ໄຂມັນ ທຸກຄົນເຊື່ອບໍ່ວ່າ ເມື່ອເຮົາສາມາດແກ້ໄຂບັນຫາໜຶ່ງໄດ້ສໍາເລັດແລ້ວ ເມື່ອພົບອຸປະສັກອີກມັນກໍຈະນ້ອຍລົງເລື້ອຍໆ ແລະ ສຸດທ້າຍເຮົາກໍຈະບໍ່ເຫັນມັນເປັນອຸປະສັກອີກເລີຍ ເຮົາຈະເຫັນມັນເປັນສິ່ງທີ່ໜ້າຕື່ນເຕັ້ນໃນການເຮັດວຽກດ້ວຍຊໍ້າໄປ ແຕ່ກົງກັນຂ້າມຖ້າພົບອຸປະສັກແລ້ວເຮົາບໍ່ແກ້ໄຂດ້ວຍຕົນເອງເລີຍ ມີແຕ່ໃຫ້ຄົນອື່ນມາຊ່ວຍແກ້ ເມື່ອເຮົາພົບອຸປະສັກຈະເຮັດໃຫ້ອຸປະສັກນັ້ນໃຫຍ່ຂຶ້ນເລື້ອຍໆ ແລະ ເມື່ອພົບຫຼາຍຕໍ່ຫຼາຍເທື່ອມັນກໍຈະເຮັດໃຫ້ເຮົາທໍ້ຖອຍໃນທີ່ສຸດ” ສະຫຼຸບກໍຄື ນໍ້າເພັດ ຢາກຈະບອກທຸກຄົນວ່າ ຖ້າພົບອຸປະສັກບໍ່ວ່ານ້ອຍ ຫຼືໃຫຍ່ເຮົາຄວນຊອກຫາວິທີແກ້ໄຂໃຫ້ໄດ້ດ້ວຍຕົນເອງ ເພາະນັ້ນມັນຈະເປັນການສ້າງຄວາມເຂັ້ມແຂງໃຫ້ກັບຕົວເຮົາເອງ ເພື່ອກຽມພ້ອມຮັບມືກັບອຸປະສັກໃນຄັ້ງຕໍ່ໆໄປ ແລະ ຢາກໃຫ້ສາວໆຂວັນໃຈຄິດວ່າ ອຸປະສັກເປັນພຽງສິ່ງທີ່ເຮົາຕ້ອງແກ້ໄຂ ຢ່າເອົາມັນມາສະສົມຈົນເຮັດໃຫ້ເຮົາທໍ້ຖອຍ.

ແມ່ລູກ 3 ຄົນເກັ່ງ ແບ່ງເວລາໃຫ້ວຽກ ແລະ ຄອບຄົວໄດ້ດີ:

ສໍາລັບໃຜທີ່ຄິດວ່າການແບ່ງເວລາເປັນເລື່ອງຍາກ ມາເບິ່ງແມ່ລູກ 3 ຄົນນີ້ເປັນແບບຢ່າງ ເພາະນອກຈາກນາງຈະເຮັດທຸລະກິດແລ້ວ ນໍ້າເພັດ ຍັງເປັນຕົວແທນ ຄຼີນິກເສີມຄວາມງາມເດິລາຍ (The line) ຈາກເກົາຫຼີອີກ ເປັນອີກທຸລະກິດໜຶ່ງທີ່ຕ້ອງເດີນທາງ ພາລູກຄ້າໄປເຮັດສັນຍະກຳຢູ່ເກົາຫຼີເລື້ອຍໆ ແຕ່ເມື່ອຖາມ ນໍ້າເພັດ ວ່າ ມີບັນຫາບໍ່ກັບເລື່ອງລູກເມື່ອຕ້ອງເດີນທາງແບບນີ້ຕະຫຼອດ ນາງວ່າ “ບໍ່ມີບັນຫາຫຍັງເລີຍ ເພາະ ນໍ້າເພັດ ເປັນຄົນທີ່ຈັດສັນເວລາຢ່າງລະອຽດທີ່ສຸດ ນໍ້າເພັດແບ່ງເວລາອອກເປັນ 2 ສ່ວນຄື: ຖ້າບໍ່ໄດ້ໄປຕ່າງປະເທດ ຫຼືຕ່າງແຂວງ ເວລາແຕ່ 8:00 ເຊົ້າ- 4:00 ໂມງແລງ ຈະເປັນເວລາຂອງການເຮັດວຽກ ນໍ້າເພັດຈະທຸ່ມເທໃຫ້ກັບວຽກແບບເຕັມທີ່ ຈັດການທຸກຢ່າງໃຫ້ແລ້ວພາຍໃນໄລຍະນັ້ນ ຫຼັງຈາກ 4:00 ໂມງແລງ ເມື່ອກັບຮອດເຮືອນ ຄືເວລາຂອງລູກໆ ແລະ ຄອບຄົວ ຕັ້ງແຕ່ປ້ອນເຂົ້າລູກ ອາບນໍ້າໃຫ້ລູກຈົນເອົາລູກເຂົ້ານອນ” ສຸດຍອດເລີຍເອີ້ນໄດ້ວ່າເປັນແມ່ຍິງລາວທີ່ສົມບູນແບບອີ່ຫຼີ ເຮັດທັງໜ້າທີ່ແມ່ທີ່ດີເມຍທີ່ດູໝັ່ນ ແລະຍັງເກັ່ງເລື່ອງທຸລະກິດອີກຕ່າງຫາກ.

“ລູກ” ສໍາຄັນທີ່ສຸດ ແຕ່ຢ່າອ້າງລູກເພື່ອບໍ່ທຸ່ມເທກັບວຽກງານ:

ສໍາລັບຈິດໃຈຄົນເປັນແມ່ແນ່ນອນວ່າ ຖ້າມີລູກແລ້ວ ບາງຄົນກໍເປັນຫ່ວງລູກຫຼາຍ ຈົນເຮັດໃຫ້ການເຮັດວຽກພົບອຸປະສັກ ສົມມຸດຖ້າຕ້ອງໄປເຮັດວຽກຕ່າງແຂວງ ຫຼືຕ່າງປະເທດແບບນີ້ ຫຼາຍຄົນກໍເລືອກທີ່ຈະປະຕິເສດຍ້ອນຄາເບິ່ງລູກ ລູກຍັງນ້ອຍ ຊິໃຫ້ຢູ່ນໍາໃຜກໍບໍ່ໄວ້ໃຈ ແຕ່ສໍາລັບ ນໍ້າເພັດ ແລ້ວນາງບອກວ່າ “ລູກຈະບໍ່ເປັນອຸປະສັກຂອງເຮົາຖ້າເຮົາບໍ່ຄິດແບບນັ້ນແຕ່ເລີ່ມຕົ້ນ ເພາະລູກກໍປຽບດັ່ງຜ້າສີຂາວ ເຮົາສອນໃຫ້ເຂົາເປັນແບບໃດເຂົາກໍຈະເປັນແບບນັ້ນ ເມື່ອໃດກໍຕາມທີ່ ນໍ້າເພັດ ຕ້ອງໄດ້ເດິີນທາງໄປຕ່າງແຂວງ ຫຼືຕ່າງປະເທດ ນໍ້າເພັດຈະບອກລູກສະເໝີວ່າ ມື້ໜຶ່ງລູກກໍຈະຕ້ອງເຕີບໂຕເປັນຜູ້ໃຫຍ່ ຕ້ອງໄດ້ອອກໄປເຮັດວຽກຄືກັນກັບແມ່ ສະນັ້ນ ລູກຕ້ອງຮັບຜິດຊອບຕົວເອງໃຫ້ໄດ້ແຕ່ຕອນນີ້ໄປ ແລະ ນໍ້າເພັດກໍຈະປ່ອຍວາງທຸກຢ່າງ ຖ້າໃຫ້ໃຜມາເບິ່ງລູກກໍຕ້ອງໄວ້ໃຈເຂົາ ເຮົາຈຶ່ງບໍ່ມີຫ່ວງ ແລະ ເຮັດວຽກໄດ້ຢ່າງເຕັມທີ່ ເມື່ອເຮົາເຕັມທີ່ກັບວຽກແລ້ວ ຜົນທີ່ໄດ້ຮັບມັນກໍດີໄປນໍາ” ນີ້ແຫຼະ! ຄືສິ່ງທີ່ຢາກໃຫ້ແມ່ຍຸກໃໝ່ທຸກຄົນໄດ້ອ່ານ ເພາະຖ້າເຮົາມີແຕ່ເອົາລູກໄປເປັນຂໍ້ອ້າງໃນການເຮັດວຽກຫຼາຍເກີນໄປ ອາດຈະເຮັດໃຫ້ເຮົາພາດໂອກາດດີໆໄປກໍເປັນໄດ້.

ແມ່ຍຸກໃໝ່ ເກັ່ງຢ່າງດຽວບໍ່ພໍ ຍັງຕ້ອງງາມເດັ່ນ:

ນໍ້າເພັດ ຍອມຮັບວ່າວຽກທີ່ຕົນເອງຮັບຜິດຊອບເຮັດຢູ່ນັ້ນເປັນວຽກທີ່ຂ້ອນຂ້າງໄດ້ຕາກແດດຕາກລົມຫຼາຍ ເພາະເປັນວຽກກ່ຽວກັບການກໍ່ສ້າງເຊັ່ນ: ສ້າງທາງ ຫຼືວາງທໍ່ໃສ່ທາງນີ້ແມ່ນເຮົາບໍ່ສາມາດເລືອກໄດ້ວ່າຈະໄປເຮັດຕອນໃດ? ຖ້າສະດວກຍາມໃດເຮົາກໍຕ້ອງເຮັດຕອນນັ້ນ ເພາະເປັນໜ້າທີ່ ທີ່ເຮົາຕ້ອງຮັບຜິດຊອບ ສະນັ້ນ ເຮົາກໍຕ້ອງເຕັມທີ່ ແລະ ທຸ່ມເທກັບມັນໃຫ້ໄດ້ຫຼາຍທີ່ສຸດ ສ່ວນເລື່ອງຄວາມສວຍຄວາມງາມນັ້ນຫວາ? ນໍ້າເພັດ ຍອມບໍ່ໄດ້ເດັດຂາດ ເຖິງວຽກຫຼາຍແຕ່ກໍຕ້ອງແບ່ງເວລາເບິ່ງແຍງຕົວເອງແດ່! ກໍເຊື່ອຢູ່ດອກບໍ່ຊັ້ນຄືຊິບໍ່ໄດ້ເປັນ ແມ່ລູກສາມ ທີ່ທັງງາມທັງເປະໄດ້ແບບນີ້ດອກເນາະ! ອັນນີ້ບໍ່ແມ່ນຜູ້ຂຽນຕັ້ງຍ້ອງເດີ້  ເພາະຕົວຈິງໜ້າຕານາງນັ້ນເອີ້ນວ່າ ໂກງອາຍຸໄປຫຼາຍອີ່ຫຼີ ໃຜຢາກງາມຄືນາງ ໄປປຶກສາໄດ້ເດີ້

ສັນຍະກຳເກົາຫຼີ ດີທີ່ສຸດໃນໂລກ:

ນ້ຳເພັດ ເຄີຍເຮັດສັນຍະກໍາມາແລ້ວຫຼາຍບ່ອນ ແຕ່ກໍບໍ່ທັນມີຄຼີນິກໃດເຮັດໄດ້ຖືກໃຈນາງເລີຍ ຈົນມາພົບກັບຄຼີນິກເສີມຄວາມງາມເກົາຫຼີ ເດິລາຍ (The line Clinic) ສາຂາບາງກອກ ປະເທດໄທ ທ່ານໝໍເພິ່ນເກັ່ງຫຼາຍ ຊ່ວຍແກ້ໄຂດັງ ທີ່ເຮັດຜິດພາດມາຫຼາຍຕໍ່ຫຼາຍຄັ້ງຂອງ ນ້ຳເພັດ ຈົນນາງພໍອົກພໍໃຈ ເຖິງຂັ້ນຂໍເປັນຕົວແທນສາຂາທີ 3 ຢູ່ລາວ ຍ້ອນມັກໃນຝີມືຂອງທ່ານໝໍທີ່ເກັ່ງ ການບໍລິການ ຄວາມເອົາໃຈໃສ່ລູກຄ້າ ແລະ ຄວາມປອດໄພຂອງເພິ່ນ ແລະຢາກໃຫ້ຄົນລາວໄດ້ສຳຜັດກັບຝີມື ແລະການບໍລິການລະດັບໂລກເຊັ່ນກັນ ເຊິ່ງຕອນນີ້ແມ່ນກຳລັງຢູ່ໃນຂັ້ນຕອນກຽມເອກະສານ ຈະເປີດແນ່ນອນພາຍໃນປີໜ້າ

ຝາກທ້າຍ:

ຝາກເຖິງແມ່ຍິງທີ່ກໍາລັງທໍ້ທຸກຄົນ ບໍ່ວ່າດ້ານໃດກໍຕາມ ຢາກໃຫ້ທຸກຄົນຄໍານຶງວ່າ ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ບໍ່ມີຫຍັງເກີນຄວາມພະຍາຍາມຂອງເຮົາໄປໄດ້. ທຸກຢ່າງຖ້າເຮົາຄິດວ່າມັນເປັນອຸປະສັກ ມັນກໍຈະເປັນອຸປະສັກໄປຕະຫຼອດ ແຕ່ຖ້າເຮົາຄິດວ່າມັນບໍ່ແມ່ນອຸປະສັກມັນກໍຈະບໍ່ແມ່ນ, ຖ້າຄິດວ່າຍາກມັນກໍຍາກ ແຕ່ຖ້າຄິດວ່າງ່າຍມັນກໍງ່າຍ ທຸກສິ່ງທຸກຢ່າງມັນຂຶ້ນຢູ່ກັບທັດສະນະຄະຕິຂອງເຮົາເອງ.

FB: Namphet TheLine

 

 

 

ແບ່ງປັນ