Breaking News

ວ້າວໆໆ… ທັງງາມ ທັງເກັ່ງ! ຂໍຕົບມືລົບໆໃຫ້ກັບແມ່ຍິງລາວຄົນເກັ່ງ “ພິຈິກາ ບຸນກວ້າງ” (ໂບ) ປະທານ ສະໂມສອນ ນະຄອນຫຼວງ Capital ທີ່ເປັນແມ່ຍິງຄົນທໍາອິດ!!!

ແບ່ງປັນ

ທັງງາມ ທັງເກັ່ງ! ຂໍຕົບມືລົບໆໃຫ້ກັບແມ່ຍິງລາວຄົນເກັ່ງ “ພິຈິກາ ບຸນກວ້າງ” (ໂບ) ປະທານ ສະໂມສອນ ນະຄອນຫຼວງ Capital ທີ່ເປັນແມ່ຍິງຄົນທໍາອິດ!!!

 

ກາຍເປັນກະແສຮືຮາໃນສັງຄົມພໍສົມຄວນ! ເມື່ອສາວ ພິຈິກກາ ບຸນກວ້າງ (ໂບ) ຜູ້ທີ່ມີທັງຄວາມງາມ, ຄວາມໜ້າຮັກ ສົດໃສ ແລະຄວາມສາມາດ ເພາະຫຼ້າສຸດ (ວັນທີ 17 ມັງກອນ 2018) ທາງສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງໃຫ້ ໂບ ຂຶ້ນມາເປັນ ປະທານ ສະໂມສອນ ນະຄອນຫຼວງ Capital ເຊິ່ງກໍຖືວ່າເປັນແມ່ຍິງຄົນທໍາອິດທີ່ໄດ້ຂຶ້ນມາປະຈໍາຕໍາແໜ່ງນີ້ກໍວ່າໄດ້ ນີກໍຖືວ່າເປັນການສ້າງປະຫວັດສາດ ແລະຖືເປັນການຍົກສູງສິດທິສະເໝີພາບລະຫວ່າງຍິງ-ຊາຍ ເພາະທີ່ຜ່ານມາປະເທດເຮົາກໍຖືວ່າເປັນອີກປະເທດໜຶ່ງທີ່ຍັງບໍ່ຄ່ອຍຍອມຮັບກ່ຽວກັບສິດທິຂອງແມ່ຍິງ ໂດຍສະເພາະໃນວົງການກິລາ ເພາະຖືວ່າການຫຼິ້ນກິລາເປັນການອອກກໍາລັງທີ່ຄ້ອນຂ້າງຈະໜັກພໍສົມ ແມ່ຍິງເປັນເພດທີ່ອ່ອນແອ ຢ້ານວ່າຈະເຮັດບໍ່ໄດ້ ຍິ່ງເປັນແມ່ຍິງທີ່ໜ້າຕາດີ ກໍຈະຫ່ວງຢ້ານບໍ່ງາມ… ເຊິ່ງມື້ນີ້ຂໍບອກເລີຍວ່າ ຄວາມຄິດເຫຼົ່ານັ້ນມັນສິ່ງທີ່ຫຼ້າຫຼັງທີ່ສຸດແລ້ວ ເມື່ອແມ່ຍິງທີ່ຊື່ວ່າ ໂບ ໄດ້ສະແດງໃຫ້ເຮົາເຫັນວ່າ ແມ່ຍິງບໍ່ໄດ້ມີຫຍັງດ້ອຍໄປກວ່າຜູ້ຊາຍເລີຍ!!! ທັງງາມທັງເກັ່ງອີ່ຫຼີເນາະ ຂະໜາດ-ໍ່ແມ່ນສາວຊຽງຂວາງ (ມັນກ່ຽວກັນບໍ່ນີ້ 555)

ເຊິ່ງຜົນງານທີ່ຜ່ານມາຂອງ ໂບ ໄດ້ມີສ່ວນຮ່ວມໃນການນໍາພາສະໂມສອນລາວ ລົງແຂ່ງ ແລະອຸ່ນເຄື່ອງຢູ່ຕ່າງປະເທດຫຼາຍລາຍການເຊັ່ນ: ນໍາພາສະໂມສອນ ດີເຄ ເອັຟຊີ ເຂົ້າຮ່ວມແຂ່ງຂັນທີ່ ສປ ຈີນ, ນໍາພານັກກິລາ U-14 ອຸ່ນເຄື່ອງເພື່ອພົບກັບ ເມືອງທອງຢູໄນເຕັດ, ນະຄອນລາດຊະສິມາ ເອັຟຊີ ປະເທດໄທ ແລະຍັງມີສ່ວນສໍາຄັນໃນການຈັດງານ All Star ເພື່ອບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເຊິ່ງກ່ອນໜ້ານີ້ ທ່ານ ວຽງສະຫວັນ ແສງຈັນ ປະທານ ຫະພະພັນບານເຕະນະຄອນຫຼວງ ໄດ້ມອບໝາຍໃຫ້ ໂບ ເຂົ້າມາຮັບຕໍາແໜ່ງຜູ້ຈັດການທີມ ສະໂມສອນເພື່ອກຽມລຸຍໃນເສິກ ລາວ ພຣີເມລີກ 2018, ແຕ່ຫຼ້າສຸດ ໂບກໍໄດ້ຖືກເລື່ອນຂັ້ນໃຫ້ມາເປັນປະມານສະໂມສອນແທນ ທ່ານ ວຽງສະຫວັນ (ປະທານຄົນເກົ່າ) ຢ່າງໜ້າປະທັບໃຈ.

ເຮົາໄປເບິ່ງຮູບພ້ອມໆກັນເລີຍ…

  • ເຜີໆ

  • ໜ້າຮັກ

  • ເບິ່ງທ່າກໍຮູ້ແລ້ວວ່າ ເກັ່ງ ແນ່ນອນ (ມີຄວາມສຕຣອງ)

  • ດຽວຊິຫາວ່າມົ່ວ ມີຫຼັກຖານຈ່າ

  • ທ່າມກາງນັກກິລາ… ຍັງມີສາວງາມ

ທີ່ມາ: LAO Update

ແບ່ງປັນ