Breaking News

ໝົດກັງວົນກັບການຖ່າຍຮູບດ້ວຍ 9 ວິທີງ່າຍໆທີ່ຈະເຮັດໃຫ້ເຈົ້າຖ່າຍຮູບອອກມາງາມ ແລະເປັນທໍາມະຊາດທີ່ສຸດ!!! ຈົນຄົນຮູ້ຈັກຍັງຕ້ອງຍ້ອງ…

ແບ່ງປັນ

ໝົດກັງວົນກັບການຖ່າຍຮູບດ້ວຍ 9 ວິທີງ່າຍໆທີ່ຈະເຮັດໃຫ້ເຈົ້າຖ່າຍຮູບອອກມາງາມ ແລະເປັນທໍາມະຊາດທີ່ສຸດ!!!

ເຈົ້າຮູ້ມຸມຖ່າຍຮູບຂອງຕົວເອງໃຫ້ໝູ່ໄດ້ອຶ້ງໃນຄວາມງາມເຈົ້າບໍ່? ມື້ນີ້ເຮົາມີ 9 ວິທີງ່າຍໆມາແນະນໍາໃຫ້ເຈົ້າງາມຂຶ້ນໆໆໆ ເວລາຖ່າຍຮູບ ເຊິ່ງຈະຊ່ວຍໃຫ້ເຈົ້າເບິ່ງງາມຕັ້ງແຕ່ຮູບທໍາອິດ ໂດຍບໍ່ຕ້ອງຖ່າຍແລ້ວລົບຖີ້ມໃຫ້ເສຍເວລາ ຮັບຮອງວ່າເຈົ້າຈະງາມ ເພີເຟັກໃນຮູບຄືກັບເປັນນາງແບບມືອາຊີບ!

  1. ຫັນໃບໜ້າດ້ານຊ້າຍເຂົ້າຫາກ້ອງ

ຄົນສ່ວນໃຫຍ່ມັກຈະຮູ້ມຸມງາມຂອງຕົວເອງຢູ່ແລ້ວ ແຕ່ຊ່າງພາບແຫ່ງ GaranceDore’ ໄດ້ທໍາການສຶກສາມາວ່າ… ສ່ວນໃຫຍ່ແລ້ວໃບໜ້າດ້ານຊ້າຍມັກຈະໃຫ້ຄວາມຮູ້ສຶກດຶງດູດຫຼາຍກວ່າ

  1. ຢ່າຢືນໃກ້ກ້ອງເວລາຖ່າຍຮູບເປັນກຸ່ມ

ຢ່າຢືນຢູ່ໃນຈຸດທີ່ໃກ້ກ້ອງທີ່ສຸດ ຫຼືໃນຈຸດທີ່ເຮັດໃຫ້ເຈົ້າເບິ່ງຕໂຕໃຫຍ່ກວ່າໃຜ ແທນທີ່ຈະຕ້ອງມານັ່ງລົບຮູບ ເຈົ້າພຽງແຕ່ປ່ຽນຕໍາແໜ່ງທີ່ຢືນຂອງຕົວເອງກັບຄົນອື່ນທີ່ຮ່ວມຖ່າຍຮູບນໍາກັນເທົ່ານັ້ນ

  1. ຖ່າຍຮູບເຕັມຕົວຈາກມຸມຕໍ່າ

ຕາມທີ່ Chriselle Lim ແຟຊັ່ນບລ໊ອກເກີ່ໄດ້ກ່າວໄວ້ ນອກຈາກມຸມຕໍ່າຈະເຮັດໃຫ້ເບິ່ງເຫັນມຸມໄດ້ໄກແລ້ວ ຍັງຊ່ວຍໃຫ້ເຈົ້າເບິ່ງສູງຂຶ້ນ ແລະຫຸ່ນດີຂຶ້ນນໍາອີກ

  1. ອຽງຫົວເລັກໜ້ອຍ ຢ່າຫັນໜ້າກົງເຂົ້າຫາກ້ອງ

ການອຽງຫົວເລັກໜ້ອຍຈະຊ່ວຍໃຫ້ດູດີກວ່າການຫັນໜ້າກົງເຂົ້າຫາກ້ອງ ເພາະວ່າມັນຈະເຮັດໃຫ້ເຈົ້າມີພາບລັກທີ່ດູດີຂຶ້ນຈົນໝູ່ຕ້ອງຮ້ອງທັກວ່າ ຄາງແຫຼມເລີຍ!!!

  1. ຖ່າຍຮູບທ່ານັ່ງຕັ່ງຈາກມຸມສູງ

ຊ່າງພາບຈະຖ່າຍຮູບຈາກມຸມສູງເມື່ອເຈົ້ານັ່ງ ແລະໃຫ້ອຽງໃບໜ້າຂອງເຈົ້າເຂົ້າຫາກ້ອງເລັກໜ້ອຍ ເຊິ່ງຈະຊ່ອຍໃຫ້ໃບໜ້າແຫຼມລົງ GaranceDore’ ກ່າວໄວ້ວ່າ ຮູບທີ່ຖ່າຍຈາກມຸມສູງຄືສະຫວັນມາໂປດແທ້ໆ

  1. ຕັດຮູບໃຫ້ຕົວເຮົາເຕັມເຟຼມ

ຖ້າເຈົ້າເປັນຄົນດຽວທີ່ຢູ່ໃນຮູບນັ້ນ ໃຫ້ຕັດຮູບບາງສ່ວນອອກໄປໃຫ້ຕົວເຮົາເຕັມເຟຼມ ວິທີນີ້ຈະຊ່ວຍສ້າງມິຕິຂອງຮູບແນວຕັ້ງໃຫ້ເບິ່ງສະຫງ່າທີ່ສຸດ

  1. ເຮັດໃຫ້ຮອຍຍິ້ມເປັນທໍາມະຊາດດ້ວຍ 4 ສະເຕັບ ຫຼັບຕາຂອງເຈົ້າລົງ, ຫາຍໃຈເຂົ້າເລິກໆ, ເປີດຕາຂຶ້ນກ່ອນກົດຊັດເຕີ່, ຍີ້ມກວ້າງໆ

  1. ວາງລິ້ນໄວ້ຫຼັງແຂ້ວຂະນະຍິ້ມ

ການວາງລີ້ນໄວ້ທາງຫຼັງແຂ້ວຂອງເຈົ້າຈະນະຍິ້ມ ຈະຊ່ວຍໃຫ້ຮອຍຍິ້ມຂອງເຈົ້າບໍ່ກວ້າງເກີນໄປຈົນບໍ່ເປັນຕາເບິ່ງ ແລະຈື່ເອົາໄວ້ວ່າໃຫ້ຍິ້ມດ້ວຍສາຍຕາ ບໍ່ດັ່ງນັ້ນຮ້ອຍຍິ້ມຂອງເຈົ້າຈະເບິ່ງຈືດຊືດ!

  1. ຫັນເບິ່ງແສງດ້ານຂວາມືກ່ອນຈະຫັນກັບມາຖ່າຍຮູບ

ການຫັນເບິ່ງແສງທາງຂວາກ່ອນຈະຫັນກັບມາຖ່າຍຮູບ ຈະຊ່ວຍຫຼຸດແສງສະທ້ອນໃນຕາຂອງເຈົ້! ເຊິ່ງເປັນການຊ່ວຍຫຼຸດການເກີດພາບຕາແດງໃຫ້ກັບເຈົ້າ!!!

 

ແບ່ງປັນ