Breaking News

ມາສ່ອງ! ຄວາມງາມ ໜ້າຮັກ ສົດໃສຂອງພິທີກອນສາວຊື່ດັງ ນຸຖາ ລາດຊະວົງເລົາ

ແບ່ງປັນ

ເປັນອີກໜຶ່ງສາວທີ່ມີຄວາມໂດ່ງດັງ ນຸຖາ ລາດຊະວົງເລົາ ພິທີກອນ-ນາງແບບ ທີ່ກຳລັງມີຂ່າວຮ້ອນແຮງທີ່ສຸດໃນຕອນນີ້, ນຸຖາ ຖືວ່າເປັນອີກໜຶ່ງຄົນດັງຂອງວົງການບັນເທີງລາວທີ່ມີແຟນຄລັບໃຫ້ຄວາມສົນໃຈ ແລະ ຕິດຕາມກັນຢ່າງຫຼວງຫຼາຍ ເພາະສາວ ນຸຸຖາ ກໍນັບວ່າມີຍອດຄົນຕິດຕາມໃນເຟສບຸກເຖິງ ແສນກວ່າຄົນ ບໍ່ວ່າ ນຸຸຖາ ຈະໂພສຮູບ ຫຼື ອອກງານຕ່າງໆກໍຈະມີຄົນໃຫ້ຄວາມສົນໃຈກັນຢ່າງຫຼວງຫຼາຍ.

ສຳລັບ ສາວ ນຸຖາ ລາດຊະວົງເລົາ ຈະມີ Look ແລະ Life Style ໂດດເດັ່ນໃນແບບຂອງຕົວເອງ ນອກຈາກຄວາມສາມາດໃນດ້ານການເຮັດວຽກແລ້ວ ຍັງເປັນອີກໜຶ່ງສາວທີ່ມີຄວາມງາມ ແລະ ເບິ່ງແລ້ວໜ້າຮັກສົດໃສໃນແບບຂອງນາງເອງ, ບໍ່ເຊື່ອລອງມາເບິ່ງຮູບພາບຂອງ ສາວ ນຸຖາ ລາດຊະວົງເລົາ ຄົນນີ້ກັນເບິ່ງເດີ້ ໃຫ້ແຟນໆຕັດສິນກັນເອົາເອງສະເນາະ.

/

ຮູບພາບ: Pj Nutha

ແບ່ງປັນ