Breaking News

ແຟນຄລັບຮືຮາ! ແຕ້ວ ຫຼື ເຈົ້າແມ່ນາຄີ ໂພສແຄັບຊັ່ນເປັນພາສາລາວ ເອົາໃຈແຟນໆຊາວລາວໄປເຕັມໆ!!!

ແບ່ງປັນ

ເປັນທີ່ຮືຮາຮ້ອນແຮງໃນຊ່ວງຂ້າມຄືນທີ່ຜ່ານມາ ສຳລັບການມາຢ້ຽມຢາມປະເທດລາວຢ່າງເປັນທາງການຂອງ ແຕ້ວ ນັດຖະພອນ ເຕມີຣັກ ດາລາຊື່ດັງຈາກປະເທດເພື່ອນບ້ານ ຫຼື ແຟນຄລັບຈະຮູ້ກັນດີໃນນາມ ຄຳແກ້ວ ຫຼື ເຈົ້າແມ່ນາຄີ, ການມາປະເທດລາວຂອງ ແຕ້ວ ໃນເທື່ອນີ້ກໍບໍ່ເຮັດໃຫ້ແຟນໆຊາວລາວຜິດຫວັງ ເພາະນາງໄດ້ເຊີໄພ້ຄົນລາວແບບສຸດຂີດ ໂດຍການໂພສຮູບລົງໃນອິນສະຕາແກຼມ ແລະ ຍັງຂຽນຄຳອະທິບາຍ (Caption) ເປັນພາສາລາວຢ່າງຖືກຕ້ອງ ແບບບໍ່ມີຜິດ ຈົນເຮັດໃຫ້ບັນດາແຟນຄລັບຮືຮາ ແລະ ງົງໄປຕາມໆກັນວ່າ ແຕ້ວ ເປັນຫຍັງຄືພິມພາສາລາວໄດ້?

ງານນີ້ຂໍບອກວ່າ ສາວ ແຕ້ວ ນັດຖະພອນ ໄດ້ໃຈແຟນໆຊາວລາວໄປແບບເຕັມໆເລີຍເດີ້!!!

#ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເຈົ້າແມ່ນາຄີເປັນຕາໜ້າຮັກຫຼາຍໆ

ຂໍຂອບໃຈສຳລັບຮູບພາບ

 

ແບ່ງປັນ