Breaking News

ເວີ້ວັງອະລັງການ! ມາລາວທັງທີ ດີເຈ ຕົ້ນຫອມ ຈັດເຕັມກັບຊຸດເປີດໂຕສີຂາວດັ່ງນາງພະຍາ

ແບ່ງປັນ

ຂຶ້ນຊື່ວ່າ ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນສາວຊື່ດັງຈາກປະເທດເພື່ອນບ້ານ ມີຫວາຈະເຮັດໃຫ້ແຟນໆຜິດຫວັງ ມີໂອກາດເດີນທາງມາ ປະເທດລາວ ເຮົາຕັ້ງແຕ່ວັນທີ 21 ມັງກອນ 2018 ທີ່ຜ່ານມາ ນາງກໍຂໍຈັດເຕັມກັບການເປີດໂຕສຸດອະລັງການກັບ ຊຸດສີຂາວດັ່ງນາງພະຍາ ພ້ອມກັບການເມກອັບສຸດເລີດ ເບິ່ງແລ້ວເວີ້ວັງອະລັງການສຸດໆ…

ສຳລັບ ຕົ້ນຫອມ ສະກຣຸນຕະລາ ເປັນອີກໜຶ່ງສາວທີ່ມີຄວາມສາມາດດ້ານການເຮັດວຽກໃນວົງການບັນເທີງແບບຄົບສູດ ບໍ່ວ່າຈະເປັນ ດີເຈ ນັກສະແດງ ແລະ ພິທີກອນ ແລະ ນອກຈາກນັ້ນ ຕົ້ນຫອມ ຍັງມີບຸກຂະລິກໂດດເດັ່ນ ມີສະຕາຍການແຕ່ງຕົວທີ່ບໍ່ຄືໃຜອີກດ້ວຍ.

#ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເອີ້ອຍຕົ້ນຫອມ

ຮູບພາບ: djtonhorm

ແບ່ງປັນ