Breaking News

ມາຮ່ວມ! ຊອກຫາເປົ້າໝາຍໃຫ້ກັບຕົວເອງໄປພ້ອມໆກັນກັບ “ສາວຄູຕຸກຕາ” ກັນເທາະ!!!

ແບ່ງປັນ

Chic Working Women for June 2017

Profile: ຊື່: ນ ສຸດສະດາ ພໍລະສິມ (ຕຸກຕາ) ອາຍຸ 27 ປີ ສະຖານະພາບ ໂສດ ອາຊີບ ຄູສອນ ທີ່ ສູນພັດທະນາສະໝອງເດັກ ກ່ອນໄວຮຽນ ຊິຈິດະ

Teacher Tookta ໃຊ້ຊີວິດຢ່າງມີເປົ້າໝາຍ

 ການຈະນໍາພາຕົນເອງໄປເຖິງເປົ້າໝາຍດັ່ງກ່າວເຮົາຕ້ອງລົງມືເຮັດ ແລະກະຕືລືລົ້ນບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ

ເມື່ອຢາກເຮັດສິ່ງນັນເລື້ອຍໆ ຢາກພັດທະນາໃຫ້ດີຂຶ້ນໂດຍບໍ່ຮູ້ສຶກເບື່ອໜ່າຍນັ້ນແມ່ນ ສິ່ງທີເຮົາມັກ

ເປົ້າໝາຍ ເປັນສິ່ງທີ່ສໍາຄັນບໍ່ວ່າເຮັດຫຍັງກໍຕາມ ເພາະເປົ້າໝາຍທີ່ຈະແຈ້ງເຮັດໃຫ້້ຮົາມີໂອກາດ ໄດ້ເປັນດັ່ງຝັນ ແລະປະສົບຄວາມສໍາເລັດງ່າຍຂຶ້ນ ຄືກັບ ຕຸກຕາ (ສຸດສະດາ ພໍລະສິມ) ສາວຄູ ທີ່ສູນພັດທະນາສະໝອງເດັກກ່ອນໄວຮຽນ ຊິຈິດະ (Shichida) ມາພ້ອມກັບຮອຍຍິ້ມ ແລະແວວຕາອັນເປັນປະກາຍ ບອກກັບທີມງານຂວັນໃຈວ່າ ການສ້າງເປົ້າໝາຍຂອງນາງນັ້ນ ແມ່ນຂຽນແຍກກັນໄວ້ເລີຍ ກໍຄື ເປົ້າໝາຍຊີວິດ, ເປົ້າໝາຍການເຮັດວຽກ, ເປົ້າໝາຍສຸຂະພາບ, ເປົ້າໝາຍຄອບຄົວ ແລະເປົ້າໝາຍການເງິນ ເຊິ່ງທຸກໆເປົ້າໝາຍ ຕ້ອງສໍາພັນກັນ. ເຄັດລັບຢູ່ບ່ອນວ່າ ຖ້າເປົ້າໝາຍທີ່ເຮົາຂຽນນັ້ນ ລະອຍດ ແລະຈະແຈ້ງ ວິທີການມັນກໍຈະມາເອງໝົດເລີຍວ່າຊັ້ນ ແຕ່ການຈະພາຕົນເອງໄປໃຫ້ເຖິງເປົ້າໝາຍດັ່ງກ່າວ ເຮົາຕ້ອງລົງມືເຮັດ ແລະມີຄວາມກະຕືລືລົ້ນ ບໍ່ເຮັດຕົວເອງໃຫ້ເປັນນໍ້າເຕັມແກ້ວ ຕ້ອງສຶກສາຫາຄວາມຮູ້ ສ້າງທັກສະຢູ່ສະເໝີ ບໍ່ວ່າຈະເປັນການອ່ານປຶ້ມ ຫຼືຮຽນຮູ້ດ້ວຍວິທີອື່ນໆ… ທີ່ເວົ້າມາທັງໝົດນີ້ ສາວໆຄົງກໍາລັງຄິດວ່າ ຈັ່ງແມ່ນ ຕຸກຕາ ເວົ້າຄືງ່າຍດາຍແທ້ເດ້ ເພາະສິ່ງທີ່ຍາກກວ່ານັ້ນກໍຄື ແລ້ວເປົ້າໝາຍຊີວີວິດຂອງເຮົາແມ່ນຫຍັງລະ? ເຮົາຊອກມັນເຫັນດ້ວຍວິທີໃດນໍ້? ລອງຄົ້ນຫາຈາກເລື່ອງລາວຂອງ ສາວຄູ ຕຸກຕາ ນໍາກັນເບິ່ງເນາະ

ເສຍດາຍທີ່ບໍ່ໄດ້ເປັນທ່ານໝໍ: ບາງຄັ້ງ ຫຼືຫຼາຍໆຄັ້ງ ທີ່ເຮົາຈໍາເປັນຕ້ອງເຮັດໃນສິ່ງທີ່ເຮົາບໍ່ມັກ ຍ້ອນເລືອກບໍ່ໄດ້ ຫຼືຍ້ອນຄວາມບໍ່ກ້າຕັດສິນໃຈຂອງເຮົາເອງ ເຮັດໃຫ້ເຮົາອຶດອັດ ເບື່ອໜ່າຍ ບໍ່ມີຄວາມສຸກ ແມ່ນຫຼືບໍ່? ສາວຕຸກຕາກໍເຊັ່ນດຽວກັນ ສະໄໝຍັງນ້ອຍນາງຈື່ໄດ້ວ່າ ໃຝ່ຝັນຢາກເປັນ ສາວຄູ ຫຼື ທ່ານໝໍ ເມື່ອຮຽນຈົບມັດທະຍົມປາຍແລ້ວ ຕຸກຕາ ກໍໄດ້ລອງໄປເສັງເຂົ້າມະຫາວິທະຍາໄລການແພດ ຫຼືແະດສາດ ປາກົດວ່າເສັງໄດ້ ແຕ່ທາງຄອບຄົວພໍ່ແມ່ພີ່ນ້ອງບໍ່ເຫັນດີ ເພິ່ນວ່າມັນຍາກ ມັນທຸກ ໃຊ້ເວລາຮຽນຫຼາຍປີອີກ ເມືອຈົບມາແລ້ວກໍຕ້ອງຊອກທຶນມາເປີດຄຼີນິກຂອງຕົນເອງຈຶ່ງຈະຢູ່ໄດ້ ເພາະຫາກອາໄສເງິນເດືອນລັດມັນບໍ່ກຸ້ມກິນ ແລະ ແນະນໍາໃຫ້ນາງໄປຮຽນສາຂາວິທະຍາສາດຄອມພິວເຕີ ຈຶ່ງໄດ້ນັ່ງຢູ່ຫ້ອງການ ບ່ອນທີ່ມັນສະບາຍ ເຊິ່ງຕຸກຕາຕອນນັ້ນຍັງບໍ່ມີຄວາມຄິດເປັນຂອງຕົວເອງ ຈຶ່ງຈໍາເປັນຕ້ອງໄດ້ຕາມໃຈຜູ້ໃຫຍ່ ແຕ່ຫາກຕອນນີ້ ຕຸກຕາ ຮູ້ແລ້ວວ່າເຫດຜົນເຫຼົ່ານັ້ນມັນບໍ່ແມ່ນສະເໝີໄປ ນາງຮູ້ສຶກເສຍດາຍ ທີ່ຕົນເອງບໍ່ກ້າຕັດສິນໃຈຕໍ່ສູ້ ບໍ່ບອກຜູ້ໃຫຍ່ວ່າຕ້ອງການຮຽນແພດແທ້ໆ ເພາະການຮຽນແພດ ກໍຄົງຈະດີກວ່າຕ້ອງຮຽນສິ່ງທີ່ນາງບໍ່ມັກແບບນີ້

ຮູ້ຈັກພິກວິກິດໃຫ້ເປັນໂອກາດ ຊອກຫາຂໍ້ດີໃນສິ່ງທີ່ເຮົາເຮັດ: ດ້ວຍພື້ນຖານ ຕຸກຕາ ເປັນຄົນທີ່ເຮັດຫຍັງແລ້ວຕ້ອງຕັ້ງໃຈ ເມື່ອໄດ້ເລືອກຮຽນ ສາຂາວິທະຍາສາດຄອມພິວເຕີແລ້ວ ເຖິງຈະບໍ່ມັກແຕ່ນາງກໍຕັ້ງໃຈຮຽນ ສຶກສາຂໍ້ມູນຢູ່ທາງນອກຕຶ່ມ ແທນທີ່ຈະລົງເລຶກເລື່ອງຄອມພິວເຕີເອົາແທ້ເອົາວ່າ ຕຸກຕາ ພັດໄປເຂົ້າກຸ່ມກິດຈະກໍາຕ່າງໆ ກຸ່ມຫຼັກໆທີ່ນາງເຂົ້າຮ່ວມແມ່ນກຸ່ມຫຸ່ນຍົນ (Robot) ແລະເຮັດວຽກຊ່ວຍອາຈານ ນາງບໍ່ມັກຂຽນໂປຼແກຣມ ກໍລອງຂຽນເວັບໄຊ້ ຮຽນກຣາຟຟິກ ຫຼື Photoshop ໄປຮຽນຈອດບອດ (Board) ນໍານັກຮຽນອື່ນໆກໍຮູ້ສຶກວ່າມ່ວນໄປ ເຖິງ ຕຸກຕາ ຈະບໍ່ມັກແຕ່ນາງກໍພະຍາຍາມຊອກຫາສິ່ງນ້ອຍໆພໍທີ່ມັກມາສຶກສາແທນ ເພາະຫາກໄຈ້ແຍກດີໆມັນກໍມີຫຼາຍອັນໃຫ້ເຮົາຮຽນຮູ້ໄດ້ ຈັ່ງແມ່ນນາງຮູ້ຈັກພິກວິກິດໃຫ້ເປັນໂອກາດອີ່ຫຼີເນາະ

ເຖິງບໍ່ໄດ້ເປັນທ່ານໝໍ ຊາດນີ້ກໍຂໍເປັນສາວຄູ ຕາມຄວາມຝັນຊະ: ຕຸກຕາ ຍອມຮັບກັບທີມງານເຮົາວ່າ ໃຊ້ເວລາຕາມຫາຄວາມຝັນ ແລະຊອກຫາຕົນເອງດົນເຖິງ 3 ປີ ດ້ວຍການທົດລອງເຮັດວຽກຫຼາຍໆບ່ອນ ເພື່ອໃຫ້ຮູ້ວ່າ ສິ່ງນັ້ນແມ່ນສິ່ງທີ່ຕົນເອງມັກແທ້ໆ ຫຼືບໍ່ ທັງວຽກອາສາສະໝັກ, ຜູ້ຊ່ວຍບໍລິຫານ, ຜູ້ຊ່ວຍຝ່າຍບຸກຄະລາກອນ (HR), ຜູ້ຊ່ວຍນັກວິໄຈ, ຂາຍປີ້ຍົນ, ອອກແບບສື່ສິ່ງພິມ ແລະອື່ນໆ ເພາະຖ້າວ່າມັນບໍ່ແມ່ນ ລອງເຮັດເດືອນໜຶ່ງເຮົາກໍຮູ້ແລ້ວ ເມື່ອຮູ້ສຶກວ່າມັນບໍ່ແມ່ນປຸ໊ບ ຕຸກຕາ ກໍຕັດສິນໃຈບອກຫົວໜ້າເລີຍວ່າ ນ້ອງຕ້ອງລາອອກເດີ່ໃຫ້ຊອກຄົນໃໝ່ມາແທນ ນາງຈະແຈ້ງໄວ້ລ່ວງໜ້າເພື່ອບໍ່ໃຫ້ເພິ່ນເສຍວຽກ ແຕ່ຕອນທີ່ເຮັດວຽກຢູ່ກໍຕ້ອງເຮັດໃຫ້ສຸດຄວາມສາມາດ ເມື່ອມັນບໍ່ແມ່ນກໍຕ້ອງປ່ຽນ ເພາະ ຕຸກຕາ ບອກວ່າ ຖ້າເຮົາທົນຝືນ 1. ຈະເຮັດໃຫ້ວຽກບໍ່ມີປະສິດທິພາບ ວຽກເດີນບໍ່ດີ ເພາະເຮົາບໍ່ຕັ້ງໃຈເຮັດວຽກ 2. ຕົວເຮົາເອງກໍບໍ່ມີຄວາມສຸກໃນການເຮັດວຽກເຮັດໃຫ້ເມື່ອຍ ໜ້າແຫ່ວ ໜ້າເຖົ້າໄວ 555 ອັນນີ້ສໍາຄັນ… ອະທິບາຍຊະເຫັນພາບເລີຍເນາະ ຕຸກຕາ ເອີ້ຍ… ທ້າຍທີ່ສຸດນາງຈຶ່ງຄິດວ່ານາງມັກ ແລະ ໃຝ່ຝັນຢາກເປັນຄູມາແຕ່ນ້ອຍໆແລ້ວ ເພາະນາງມີປູ່ເປັນ Idol ເພິ່ນເປັນອໍານວຍການໂຮງຮຽນອະນຸບານ ຕຸກຕາ ຖືກປູ່ລ້ຽງມາແຕ່ລະມື້ຕ້ອງໄປໂຮງຮຽນ ຮຽນຂຽນໜັງສືນໍາປູ່ຕະຫຼອດ ສະນັ້ນ ຢ່າງໜ້ອຍຊາດນີ້ຂໍເປັນ ສາວຄູ ນໍາເພິ່ນຈັກຄັ້ງລອງເບິ່ງ

ເຫດຜົນທີ່ມາເປັນຄູ ທີ່ສູນພັດທະນາສະໝອງເດັກກ່ອນໄວຮຽນ ຊິຈິດະ SHICHIDA: ເມືອມີເປົ້າໝາຍວ່າ ຢາກເປັນຄູ ໂຮງຮຽນອະນຸບານ ຕຸກຕາ ກໍເລີ່ມຊອກຫາຂໍ້ມູນ ໂດຍກໍານົດເງື່ອນໄຂໄວ້ວ່າ ຕ້ອງແມ່ນລະບົບການສຶກສາແບບສາກົນ ບໍ່ແມ່ນລະບົບທີ່ສອນໃຫ້ເດັກນ້ອຍຈົດກ່າຍ ນາງຈຶ່ງຫັນທິດໄປທາງໂຮງຮຽນນານາຊາດຫຼາຍກວ່າ ຈົນມາຄົ້ນພົບສູນພັດທະນາສະໝອງເດັກກ່ອນໄວຮຽນ ຊິຈິດະ (Shichida) ເຊິ່ງຫຼັກສູດກໍໜ້າສົນໃຈ ເພິ່ນພະຍາຍາມຊ່ວຍໃນການໃຊ້ສະໝອງຊີກຊ້າຍ ກັບຊີກຂວາ ທີ່ມີລໍາດັບການພັດທະນາແຕກຕ່າງກັນ ໃຫ້ເດັກສາມາດໃຊ້ຢ່າງດຸ່ນດ່ຽງກັນ ເຊິ່ງສົ່ງຜົນໃຫ້ເດັກເຫຼົ່ານັ້ນ ໝັ້ນໃຈໃນຕົນເອງ ແລະ ດຶງສັກກະຍາພາບພາຍໃນ ອອກມາໃຊ້ໄດ້ຢ່າງເຕັມສ່ວນ ປັດຈຸບັນນີ້ ເພິ່ນເຝຶກໃຫ້ເດັກນ້ອຍຕັ້ງແຕ່ອາຍຸໄດ້ 6 ເດືອນ ຈົນຮອດ 9 ປີ ມີສາຂາຢູ່ຫຼາກຫຼາຍປະເທດ ແລະທີ່ສໍາຄັນແມ່ນເປີດສາຂາຢູ່ລາວແລ້ວ ຕຸກຕາ ຈຶ່ງຕັດສິນໃຈສົ່ງອີເມລ ຫາຜູ້ອໍານວຍການປະຈໍາລາວເລີຍ ວ່ານ້ອງສົນໃຈຢາກເປັນຄູເດີ່ ເພາະນາງບອກວ່າ ຢາກເປັນສ່ວນໜຶ່ງໃນການພັດທະນາສະໝອງໃຫ້ແກ່ເດັກນ້ອຍຢູ່ລາວ

ຄວາມປະທັບໃຈ ຈາກການຄົ້ນພົບສິ່ງທີ່ມັກ Passion: ເມື່ອຖາມ ຕຸກຕາ ວ່າ ເຮົາຮູ້ໄດ້ແນວໃດວ່າ ຄົ້ນພົບສິ່ງທີ່ມັກ (Passion) ແລ້ວຫຼືຍັງ? ນາງຕອບວ່າ ຖ້າສິ່ງໃດທີເຮັດໃຫ້ເຮົາຮູ້ສຶກກະຕືລືລົ້ນ ລຸກຈາກບ່ອນນອນໃນຕອນເຊົ້າທຸກໆມື້ ເພື່ອອອກໄປມີຄວາມສຸກກັບມັນໄດ້ ເຮົາຢາກເຮັດສິ່ງນັ້ນເລື້ອຍໆ ຢາກພັດທະນາໃຫ້ດີຂຶ້ນ ໂດຍບໍ່ຮູ້ສຶກເບື່ອໜ່າຍ ນັ້ນແມ່ນ ສິ່ງທີ່ເຮົາມັກ ສໍາລັບ ຕຸກຕາ ການໄດ້ສອນ ໄດ້ເຮັດກິດຈະກໍາກັບເດັກນ້ອຍ ມັນຄືຄວາມສຸກ ນອກຈາກນັ້ນ ທີ່ ຊິຈິດະ ຍັງເອີ້ນວ່າເປັນ ໂຮງຮຽນສີຂາວ ນັບແຕ່ຜູ້ອໍານວຍການ ເພື່ອນຮ່ວມງານທຸກຄົນ ແມ່ນຢູ່ຮ່ວມກັນແບບຄອບຄົວ ມີຫຍັງກໍສາມາດສະເໜີ ປຶກສາຫາລືກັນໄດ້ ໂດຍເພິ່ນຈະເນັ້ນ ການຊອກຫາຂໍ້ດີຂອງກັນແລະກັນ ແລ້ວພະຍາຍາມດຶງສິ່ງເຫຼົ່ານັ້ນອອກມາ ເພາະເລື່ອງຂໍ້ເສຍໃຜກໍມີຢູ່ແລ້ວ ແຕ່ຫາກທຸກຄົນພະຍາຍາມເບິ່ງແຕ່ຂໍ້ດີຫຼາຍໆ ຂໍ້ເສຍມັນກໍຈະຄ່ອຍໆໜ້ອຍລົງ ນີ້ແມ່ນຈຸດເດັ່ນຂອງອົງກອນ ເຊິ່ງສ້າງຄວາມປະທັບໃຈໃຫ້ກັບ ຕຸກຕາ ເຊິ່ງການໄດ້ມີໂອກາດເປັນ ສາວຄູ ຢູ່ໂຮງຮຽນນີ້ ເຖິງ 3 ປີແລ້ວ ສິ່ງທີ່ນາງໄດ້ຮັບກໍຄື ມີຄວາມສຸກ ກາຍເປັນຄົນຄິດບວກ ຍິ້ມງ່າຍ ໃຈເຢັນ ຄວບຄຸມອາລົມໄດ້ດີ ແລະມີຈິນຕະນາການ ເພາະຕ້ອງໄດ້ພາເດັກນ້ອຍຈິນຕະນາການໄປທ່ອງທ່ຽວທະເລ ຂຶ້ນຂີ້ເຝື້ອ 555 ເພາະທໍາມະດາແລ້ວ ເດັກນ້ອຍອາຍຸ 0-3 ປີ ເພິ່ນບໍ່ໃຫ້ເບິ່ງພາບເຄື່ອນໄຫວເລີຍ ຖ້າເປັນໄປໄດ້ແມ່ນໃຫ້ຟັງແຕ່ສຽງ ໃຫ້ເບິ່ງພາບນິ້ງເພື່ອກະຕຸ້ນການຈື່ຈໍາ ແລະຫຼັງຈາກ 3 ປີ ຂຶ້ນໄປ ຈຶ່ງໃຫ້ເບິ່ງພາບເຄື່ອນໄຫວໄດ້ ແຕ່ຕ້ອງມີຜູ້ປົກຄອງຢູ່ນໍາ ເພື່ອໃຫ້ຄໍາແນະນໍາ

ອຸປະສັກຂອງການເປັນ Chic Working Women 2017: ສໍາລັບ ຕຸກຕາ Chic Working Women ຕ້ອງເປັນຄົນສະຫຼາດ ເກັ່ງ ມີມາລະຍາດ ຮູ້ຈັກວາງຕົວ ຮູ້ຈັກຄິດບວກ ຄວບຄູ່ກັນໄປ ແຕ່ອຸປະສັກທີ່ຈະໄປສູ່ຈຸດນັນກໍຄື ການທີ່ເຮາບໍ່ມີເປົ້າໝາຍໃນຊີວິດ ຢ້ານການປ່ຽນແປງ ຂີ້ອາຍ ບໍ່ໝັ້ນໃຈໃນຕົນເອງ ບໍ່ເຫັນຄຸນຄ່າໃນຕົນເອງ ບໍ່ເຫັນຄຸນຄ່າໃນວຽກທີ່ຕົນເອງເຮັດ ເຊັ່ນ: ຄົນທີ່ເຮັດວຽກຢູ່ໃນຂອບເກົ່າໆ ມັກຄິດວ່າ ຂ້ອຍເຮັດວຽກສໍ່ານີ້ກໍໄດ້ແລ້ວ ໄດ້ເງິນເດືອນສໍ່ານີ້ກໍພໍແລ້ວ ຖ້າຂ້ອຍອອກວຽກໄປຕອນນີ້ຂ້ອຍຈະໄດ້ເງິນເດືອນສໍ່ານີ້ອີກບໍ່ ໃຜຊິມາຈ້າງຂ້ອຍ ຄ້າຍໆບໍ່ເຫັນຄຸນຄ່າຕົນເອງ ບໍ່ກ້າອອກໄປຜະເຊີນຄວາມຈິງ ບໍ່ກ້າອອກໄປຄົ້ນຫາສິ່ງທີ່ຕົນເອງມັກ ອຸປະສັກເຫຼົ່ານີ້ມັນເຊື່ອມໂຍງກັນເປັນຕ່ອງໂສ້ ເຊິ່ງຫາກແມ່ຍິງເຮົາ ຢາກອອກຈາກວົງຈອນເຫຼົ່ານີ້ໃຫ້ໄດ້ ອັນທໍາອິດຕ້ອງລຸກຂຶ້ນມາຕັ້ງເປົ້າໝາຍ ແລະ ກ້າວຂາອອກມາຈາກພື້ນທີ່ສະດວກສະບາຍ (Comfort Zone) ໃຫ້ໄດ້ສາກ່ອນ

ຕຸກຕາ ເປັນສາວ Yoga Lover: ດັ່ງທີ່ກ່າວໄປຂ້າງຕົ້ນແລ້ວວ່າ ສາວຕຸກຕາ ໄດ້ຕັ້ງເປົ້າໝາຍທຸກທດ້ານໃນຊີວິດໄວ້ແລ້ວ ແລະ ໃຫ້ເປົ້າໝາຍເຫຼົ່ານັ້ນກ່ຽວຂ້ອງສໍາພັນກັນ ເພື່ອໃຫ້ການເດີນທາງສູ່ເປົ້າໝາຍຊີວິດຂອງນາງ ສະດຸດໜ້ອຍທີ່ສຸດ ເຊິ່ງໜຶ່ງໃນນັ້ນກໍຄືເປົ້າໝາຍສຸຂະພາບ ເຮັດແນວໃດຈຶ່ງຈະຮັກສາຮ່າງກາຍເຮົາໃຫ້ແຂງແຮງ ບໍ່ເຈັບບໍ່ໄຂ້ ປົກກະຕິແລ້ວ ຕຸກຕາ ມັກອອກກໍາລັງກາຍຢູ່ແລ້ວ ທັງລອຍນໍ້າ, ຕີມວຍ, ຍ່າງ ແລະ ໂຢຄະ ແຕ່ທີ່ນາງມັກສຸດໆແມ່ນ ໂຢຄະ ເພາະນອກຈາກຈະມີຜົນດີຕໍ່ຮ່າງກາຍ ແລະ ຈິດໃຈແລ້ວ ຍັງມີຜົນດີຕໍ່ອະໄວຍະວະຕ່າງໆທີ່ຢູ່ພາຍໃນຮ່າງກາຍເຮົານໍາອີກ ການເຝິກກໍານົດລົມຫາຍໃຈເຂົ້າ-ອອກ ຊ່ວຍໃຫ້ ຕຸກຕາ ຮູ້ສຶກຜ່ອນຄາຍ ມີສະມາທິດີຂຶ້ນ ໃຈເຢັນ ແລະ ມີສະຕິແກ້ໄຂບັນຫາສະເພາະໜ້າໄດ້ດີ

ຝາກທ້າຍ: ຕຸກຕາ ຢາກຝາກເຖິງສາວໆແຟນຂັວນໃຈວ່າ ສິ່ງທໍາອິດທີ່ຕ້ອງເຮັດຫຼັງຈາກທີ່ຮຽນຈົບຄື “ຄົ້ນຫາສິ່ງທີ່ຕົນເອງມັກໃຫ້ພົບ” ແລ້ວຕັ້ງເປົ້າໝາຍໃນຊີວິດວ່າ ເຮົາຕ້ອງເລືອກວ່າ ຈະເລາະຊົມວິວຂ້າງທາງໄປເລື້ອຍໆ ຫຼື ຊີວິດເຮົາຕ້ອງໄປຢູ່ຈຸດນັ້ນຈຸດດຽວ ຈະປ່ອຍໃຫ້ຊີວິດປິວໄປຕາມລົມ ຫຼືື ກໍານົດໝາຍປານທາງໄວ້ລ່ວງໜ້າ ເພາະການເຮັດວຽກບໍ່ແມ່ນພຽງເພາະເຮັດໄປຕາມໜ້າທີ່ ຕ້ອງເຮັດດ້ວຍຄວາມຮັກ ແລວ້ເຮົາຈະມີຄວາມສຸກກັບການເຮັດວຽກ ສຸດທ້າຍວຽກນັ້ນ ຈຶ່ງຈະນໍາເຮົາໄປສູ່ຄວາມສໍາເລັດໃນຊີວິດໄດ້.

ທີ່ມາ: ວາລະສານ ຂວັນໃຈ ສະບັບເດືອນ ມີຖຸນາ 207

ແບ່ງປັນ