Breaking News

ສາວນ້ອຍ ອະລິນ້າ ລູກຊອດ ລາວ-ຍູເຄນຣ ເປັນສາວແລ້ວແຮງເບິ່ງແຮງງາມ ດາວດວງໃໝ່ຂອງວົງການບັນເທີງລາວ

ແບ່ງປັນ

ເປັນທີ່ໜ້າຈັບຕາເບິ່ງສຳລັບສາວນ້ອຍໄວສົດໃສຄົນນີ້ ນາງ ອາລີນ້າ ພິລາວົງ ສາວນ້ອຍໄວໃສອາຍຸພຽງ 18 ປີ ລູກຊອດ ລາວ-ຍູເຄນຣ  (Ukraine) ທີ່ຫຼ້າສຸດເຈິໂຕນາງໃນງານຖະແຫຼງຂ່າວ “Bike For Her 2018” ເຊິ່ງແມ່ນງານແຂ່ງລົດຖີບການກຸສົນ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ວາລະສານ ຂວັນໃຈ ຮ່ວມກັບສະຫະພັນລົດຖີບນະຄອນຫຼວງວຽງຈັນ, ແບບບໍ່ເຫັນສາວນ້ອຍຄົນນີ້ດົນຮູ້ສຶກວ່ານາງຈະເປັນສາວເຕັມຕົວ ອໍຣ່າຈັບເຕັມທີ່ ເປັນທີ່ສະດຸດຕາຂອງບັນດາແຂກຄົນພາຍໃນງານ ແຮງເບິ່ງແລ້ວແຮງງາມຫຼາຍ…

ສຳລັບ ອາລີນ້າ ພິລາວົງ ອາຍຸ 18 ປີ ຄວາມສູງ 1,73 cm ປັດຈຸບັນກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຖ່າຍແບບໃຫ້ວາລະສານຫຼາຍສະບັບ (ວາລະສານ ຂວັນໃຈ ກໍຖ່າຍປົກມາແລ້ວເດີ້ ບໍ່ທຳມະດາໃດນິ) ແລະ ເດີນແບບຕາມງານແຟຼຊັ່ນໂຊຕ່າງໆ, ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ເປັນພີເຊັນເຕີ້ສະມາດໂຟນແບຼນດັງ Samsung ແລະ ນອກຈາກນັ້ນສາວນ້ອຍ ອາລິນ້າ ຄົນນີ້ຍັງເປັນທີ່ຈັບຕາເບິ່ງໃນວົງການບັນເທີງລາວເຮົາອີກດ້ວຍ.

ລອງມາເບິ່ງຮູບພາບ ງາມໆ ໜ້າຮັກສົດໃສຂອງ ອາລີນ້າ ພິລາວົງ ກັນເບິ່ງເນາະ!!!

ຮູບພາບ: Alina Philavong

ແບ່ງປັນ