Breaking News

ເຫດຜົນທີ່! ເຮັດໃຫ້ສາວໆຍັງຮູ້ສຶກເຈັບ ແລະ ຕັດແຟນເກົ່າອອກໄປຈາກໃຈບໍ່ໄດ້! ຮູ້ແລ້ວກໍປ່ຽນຊະ! ຈະໄດ້ບໍ່ຕ້ອງເຈັບອີກຕໍ່ໄປ…

ແບ່ງປັນ

ເຫດຜົນທີ່! ເຮັດໃຫ້ສາວໆຍັງຮູ້ສຶກເຈັບ ແລະ ຕັດແຟນເກົ່າອອກໄປຈາກໃຈບໍ່ໄດ້! ຮູ້ແລ້ວກໍປ່ຽນຊະ! ຈະໄດ້ບໍ່ຕ້ອງເຈັບອີກຕໍ່ໄປ…

ການອົກຮັກ ຜິດຫວັງຈາກຄວາມຮັກ ເປັນເລື່ອງທໍາມະດາຂອງຄົນທີ່ເຄີຍມີຄວາມຮັກອັນຫວານຊື່ນມາກ່ອນຕ້ອງພົບ ແລະ ແນ່ນອນວ່າເມື່ອຄວາມສໍາພັນຢຸດຕິລົງ ເຮົາກໍຕ້ອງໂສກເສົ້າເສຍໃຕເປັນເລື່ອງປົກກະຕິ ແຕ່ເມື່ອເວລາຜ່ານໄປ ສາວໆເຄີຍເປັນບໍ່? ທີ່ພະຍາຍາມດຶງຕົວເອງໃຫ້ແຂງແຮງ ເວົ້າກັບຕົວເອງຕໍ່ໜ້າແວ່ນວ່າຂ້ອຍໂອເຄແລ້ວ ແຕ່ຍົກເວັ້ນເລື່ອງຄວາມຮັກຄັ້ງເກົ່າ ຫຼືແຟນເກົ່າ ອາດຈະຟັງເປັນເລື່ອງຕະລົກ ແຕ່ເຊື່ອບໍ່ວ່າຜູ້ທີ່ເຄີຍພົບເຫດການນັ້ນມາແລ້ວ ບໍ່ວ່າເຈົ້າຈະລຶມມັນໄປໄດ້ເລິກສໍ່າໃດ ແຕ່ເມື່ອມີເລື່ອງໃດເລື່ອງໜຶ່ງມາກະທົບຈິດໃຈ ກໍເຮັດໃຫ້ມັນກັບຄິດຮອດເຂົາຄົນທີ່ເຄີຍຮັກຂຶ້ນມາໂດຍບໍ່ມີເຫດຜົນ ຄືກັບຮອຍບາດເກົ່າທີ່ບໍ່ມີມື້ຈະຫາຍຂາດໄດ້ ສາວໆເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ? ເຊິ່ງມື້ນີ້ຂັວນໃຈກໍໄດ້ເອົາເຫດຜົນທີ່ຄາໃຈມາສາວໆມາຕ້ອນກັນ

  1. ຄິດຮອດເຂົາທຸກຄັ້ງທີ່ຮູ້ສຶກທໍ້

“ຖ້າເຂົາຍັງຢູ່ບ່ອນນີ້ກະຄືຊິດີເນາະ” ປະໂຫຍກທີ່ຄົນຍັງບໍ່ລຶມແຟນເກົ່າມັກເວົ້າກັນ ເມື່ອພົບເລຶ່ອງທີ່ເຮັດໃຫ້ທໍ້ ມັນເປັນຄໍາເວົ້າທີ່ດີຫຼາຍ ແຕ່ປະໂຫຍກນີ້ລະທີ່ສະແດງໃຫ້ຮູ້ວ່າສາວໆກໍາລັງຄິດຮອດເຂົາຄົນນັ້ນຫຼາຍ ຍັງໂຫຍຫາ+ເພື່ອໃຫ້ເຂົາກັບມາເປັນຄວາມສະບາຍໃຈ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ອີກຄັ້ງ

  1. ຄິດຮອດໂອກາດທີ່ຈະໄດ້ກັບໄປເປັນຄືເກົ່າອີກຄັ້ງ

ບໍ່ວ່າຈະເປັນຍ້ອນສາເຫດໃດກໍຕາມທີ່ເຈົ້າຢາກໃຫ້ເຂົາກັບມາເປັນຄືເກົ່າ ນັ້ນລ້ວນແຕ່ເປັນຄວາມເພີ້ຝັນຂອງເຈົ້າຄົນດຽວເທົ່ານັ້ນ ທີ່ຈະຢາກໃຫ້ທຸກຢ່າງກັບມາເປັນຄືເກົ່າ ເຊິ່ງເຈົ້າຈະມັກເວົ້າຄົນດຽວໃນໃຈວ່າ “ຖ້າມີໂອກາດອີກຄັ້ງ ຂ້ອຍຈະ…” ຄັ້ນຊັ້ນເຈົ້າລອງມາໃຊ້ສະຕິ ແລ້ວຄິດດີໆວ່າ ບາງເທື່ອເຈົ້າອາດຈະເມື່ອຍຈາກສິ່ງຕ່າງໆ ຂໍໃຫ້ເບິ່ງໄປທາງໜ້າແລ້ວກ້າວຕໍ່ໄປໃຫ້ໄດ້

  1. ປຽບທຽບຄົນອື່ນກັບແຟນເກົ່າສະເໝີ

ຖ້າໃຜເຮັດຫຍັງຜິດໃຈ ຫຼືບໍ່ຖືກໃຈ ບໍ່ວ່າເຂົາຈະຢູ່ໃນສະຖານະໃດກໍຕາມ ເຈົ້າກໍມັກຈະຕັດສິນ ແລະ ຄິດວ່າ “ຄົງບໍ່ມີໃຜດີເທົ່າກັບເຂົາອີກແລ້ວ” ແຕ່ຢາກໃຫ້ສາວໆຄິດໃໝ່ວ່າ ເຖິງເຂົາຄົນນັ້ນຈະເຄີຍແສນດີພຽງໃດ ແຕ່ຕອນນີ້ເຂົາຄົນທີ່ແສນດີກໍບໍ່ໄດ້ຢູ່ກັບເຮົາແລ້ວ ສະນັ້ນເຂົາບໍ່ແມ່ນຄົນທີ່ແສນດີ ຫຼືເຈົ້າຊາຍຂອງເຮົາແລ້ວ ໃຫ້ຕັດໃຈແລ້ວກ້າວຕໍ່ໄປທາງໃໝ່ສາ

  1. ຢຸດຕິຄວາມສໍາພັນໄວເກີນໄປ

ໃນຂະນະທີ່ຮູ້ສຶກວ່າຄວາມຮັກຂອງເຂົາເລີ່ມຈາກ 100 ແຕ່ຂອງເຈົ້າເລີ່ມຈາກ 0 ເມື່ອເຖິງວັນທີ່ຕ້ອງສວນທາງກັນ ຄວາມຮູ້ສຶກຂອງເຂົາຫຼຸດລົງຄວາມຮູ້ສຶກຂອງເຈົ້າເພີ່ມຂຶ້ນ ເພີ່ມຂຶ້ນທຸກມື້ ແບບນີ້ກໍອາດຈະເຮັດໃຫ້ສາວໆຮູ້ສຶກເສຍດາຍ ແລະ ເສຍໃຈເປັນທໍາມະດາ ທີ່ຄວາມຮັກຄັ້ງນີ້ຈົບລົງແບບໄວວາ ຈົນບໍ່ທັນຕັ້ງຕົວໃນມື້ທີ່ກໍາລັງຮັກເກືອບໝົດທັງໃຈແລ້ວ

  1. ເກີດຮອຍແຜເປັນທີ່ຍັງຄົງງຕິດໃຈຈົນມາຮອດທຸກມື້ນີ້

ບໍ່ວ່າຈະເປັນຝ່າຍບອກເລີກ ຫຼືຖືກບອກເລີກກໍຕາມ ມັນກໍປາສະຈາກຮອຍແຜເປັນທີ່ຫຼົງເຫຼືອໄວ້ໃນໃຈໃຫ້ສາວໆໄດ້ລໍາລຶກເຖິງຢູ່ດີ ຍິ່ງຖ້າເປັນຝ່າຍຖືກບອກເລີກ ເຈົ້າອາດຈະຍັງຄົງຕິດໃຈ ຫຼືຮູ້ສຶກຄາໃຈກັບບັນຫາເລື່ອງທີ່ເຈົ້າຍັງບໍ່ໄດ້ຄໍາຕອບ ຫຼືບໍ່ມີທາງກັບໄປແກ້ໄຂມັນອີກຄັ້ງ ໃນບັນຫາທີ່ຄ້າງຄາໃນໃຈ

ສາວໆເຖິງແນວໃດກໍຕາມ ຄວາມຮັກ ຫຼືຄວາມສໍາພັນທີ່ມັນຈົບລົງໄປແລ້ວ ໜ້ອຍຄັ້ງເຫຼືອເກີນທີ່ຈະມີໂອກາດກັບມາຫາເຈົ້າໃໝ່ ເຖິງແມ່ນວ່າຄວາມຮູ້ສຶກຂອງທັງສອງຝ່າຍຈະຍັງຄົງຫຼົງເຫຼືອຢູ່ກໍຕາມ ແຕ່ຊີວິດຕ່າງຄົນຍັງຕ້ອງກ້າວເດີນຕໍ່ໄປທາງໜ້າ ຖ້າບໍ່ຢາກກັບໄປເຈັບອີກ ເຈົ້າເອງນັ້ນແຫຼະທີ່ຄວນເປັນຝ່າຍຍ່າງອອກມາຈາກຈາກຈຸດຈົບນັ້ນກ່ອນ.

ແບ່ງປັນ