Breaking News

ທໍາຄວາມຮູ້ຈັກກັບ! ກົດໝາຍແຮງງານ ວ່າດ້ວຍ “ມື້ພັກ” ສິດທິທີ່ຜູ້ອອກແຮງງານຄວນໄດ້ຮັບຈາກ ຜູ້ໃຊ້ແຮງງານ

ແບ່ງປັນ

ຖ້າຜູ້ອອກແຮງງານ ຫາກບໍ່ໄດ້ພັກວຽກປະຈຳປີ ອັນເນື່ອງມາຈາກເຫດຜົນ ຂອງຜູ້ໃຊ້ແຮງງານນັ້ນ ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມ ໃຫ້ຜູ້ອອກແຮງງານ ເທົ່າກັບ 100% ຂອງຄ່າແຮງງານປົກກະຕິ ຕາມຈຳນວນວັນທີ່ບໍ່ໄດ້ພັກ.

ສະບາຍດີແຟນໆ ຄໍລຳ In Action ເຊັ່ນເຄີຍ ເລີ່ມເຂົ້າໜ້າຮ້ອນກັນແລ້ວໝູ່ເພື່ອນຫຼາຍຄົນຄົງຈະກຳລັງວາງແຜນພັກປະຈຳປີ ເພື່ອໄປທ່ອງທ່ຽວຢູ່ແມ່ນບໍ່? ມາໆ ບໍ່ລໍຊ້າ ເຮົາຈະມາບອກບາຍລະອຽດ ຂອງວັນພັກແຕ່ລະປະເພດ ທີ່ໄດ້ຖືກກ່າວໄວ້ໃນ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ 2014 ທັງໝົດ 5 ປະເພດດັ່ງນີ້:

  1. ວັນພັກປະຈຳອາທິດ:

ຜູ້ອອກແຮງງານ ມີສິດໄດ້ພັກວຽກຢ່າງໜ້ອຍ ໜຶ່ງວັນ ຕໍ່ໜຶ່ງອາທິດ ຫຼື 4 ວັນ ຕໍ່ເດືອນ, ຈະເປັນວັນອາທິດ ຫຼື ວັນໃດ ວັນໜຶ່ງກໍໄດ້ ຕາມການຕົກລົງກັນ ລະຫວ່າງ ຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານ

  1. ວັນພັກທາງລັດຖະການ ແລະພັກບຸນປະເພນີ:

ຜູ້ອອກແຮງງານມີສິດພັກວຽກ ໃນວັນພັດທາລັດຖະການ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານປົກກະຕິ ດັ່ງນີ້:

  • ວັນຊາດ ວັນທີ 2 ທັນວາ ພັກ ໜຶ່ງວັນ;
  • ວັນບຸນປີໃໝ່ສາກົນ ວັນທີ 1 ມັງກອນ ພັກ ໜຶ່ງວັນ;
  • ວັນແມ່ຍິງສາກົນ ວັນທີ 8 ມີນາ ພັກ ໜຶ່ງວັນ ສຳລັບເພດຍິງ;
  • ວັນບຸນປີໃໝ່ລາວ ພັກ ສາມວັນ;
  • ວັນກຳມະກອນສາກົນ ວັນທີ 1 ພຶດສະພາ ພັກ ໜຶ່ງວັນ;
  • ວັນຄູແຫ່ງຊາດ ວັນທີ 7 ຕຸລາ ພັກ ໜຶ່ງວັນ ສຳລັບຄູ ແລະຜູ້ບໍລິຫານການສຶກສາ;
  • ຜູ້ອອກແຮງງານຕ່າງປະເທດ ໃຫ້ພັກ ໜຶ່ງວັນ ສຳລັບວັນຊາດຊອງຕົນ;

ໃນກໍລະນີ ວັນພັກທາງລັດຖະການ ຫາກກົງກັບວັນພັກປະຈຳອາທິດນັ້ນ ໃຫ້ມີການພັກທົດແທນຄືນ

ສຳລັບວັນພັກບຸນປະເພນີ ໃຫ້ອີງຕາມການຕົກລົງກັນລະຫວ່າງ ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ

  1. ວັນພັກເນື່ອງຈາກເຈັບເປັນ:

ຜູ້ອອກແຮງງານ ທີ່ເຮັດວຽກຕາມລະບອບເງິນເດືອນ ມີສິດພັກວຽກຍ້ອນການເຈັບເປັນ ໂດຍມີການຢັ້ງຢືນຈາກແພດ ທັງໝົດ ບໍ່ໃຫ້ເກີນ 30 ວັນ ໃນໜຶ່ງປີ ໂດຍໄດ້ຮັບເງິນເດືອນ ຫຼືຄ່າແຮງງານເຕັມຕາມປົກກະຕິ

ສຳລັບຜູ້ອອກແຮງງານ ທີ່ໄດ້ຮັບຄ່າແຮງງານ ເປັນວັນ,​ ເປັນຊົ່ວໂມງ, ຕາມຜະລິດຕະພັນ ຫຼື ຕາມການມອບເໝົາ ທີ່ມີສັນຍາແຮງງານນຳກັນ ທີ່ເຮັດວຽກເກີນ 90 ວັນ ຈະໄດ້ຮັບເງິນຄ່າແຮງງານ ໃນເວລາພັກເນື່ອງຈາກການເຈັບເປັນ

ວັນພັກເນື່ອງຈາກເຈັບເປັນທີ່ໄດ້ກ່າວຂ້າງເທິງ ບໍ່ໃຫ້ນຳໃຊ້ສຳລັບການພັກວຽກຍ້ອນການເຈັບເປັນ ທີ່ເນື່ອງມາຈາກອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ

  1. ການພັກວຽກປະຈຳປີ:

ຜູ້ອອກແຮງງານ ທີ່ໄດ້ເຮັດວຽກຕິດຕໍ່ກັນຄົບ ໜຶ່ງປີ ມີສິດໄດ້ພັກປະຈຳປີ 15 ວັນ. ສຳລັບຜູ້ອອກແຮງງານ ທ່ີ່ເຮັດວຽກໃນຂະແໜງວຽກງານ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍແຮງງານ ມີສິດພັກວຽກປະຈຳປີ 18 ວັນ ໂດຍແມ່ນຜູ້ໃຊ້ແຮງງານ ເປັນຜູ້ກຳນົດວັນພັກດັ່ງກ່າວ ລ່ວງໜ້າ ໃຫ້ຜູ້ອອກແຮງງານ ຫຼື ຕາມການຕົກລົງເຫັນດີ ລະຫວ່າງ ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ

ການພັກປະຈຳປີ ທັງສອງກໍລະນີຂ້າງເທິງນີ້ ຜູ້ອອກແຮງງານ ມີສິດໄດ້ຮັບເງິນເດືອນ ຫຼືຄ່າແຮງງານເຕັມຕາມປົກກະຕິ

ວັນພັກປະຈຳອາທິດ, ວັນພັກທາງລັດຖະການ, ວັນພັກບຸນປະເພນີ ແລະ ວັນພັກກິດທຸລະສ່ວນຕົວ ບໍ່ໃຫ້ນັບເຂົ້າໃນວັນພັກວຽກປະຈຳປີ

ຖ້າຜູ້ອອກແຮງງານ ຫາກບໍ່ໄດ້ພັກວຽກປະຈຳປີ ອັນເນື່ອງມາຈາກເຫດຜົນ ຂອງຜູ້ໃຊ້ແຮງງານນັ້ນ ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍເງິນຄ່າແຮງງານເພີ່ມ ໃຫ້ຜູ້ອອກແຮງງານ ເທົ່າກັບ 100% ຂອງຄ່າແຮງງານປົກກະຕິ ຕາມຈຳນວນວັນທີ່ບໍ່ໄດ້ພັກ;

  1. ການລາພັກເພື່ອກິດທຸລະສ່ວນຕົວ:

ຜູ້ອອກແຮງງານ ມີສິດລາພັກເພື່ອກິດທຸລະສ່ວນຕົວ ຢ່າງໜ້ອຍບໍ່ໃຫ້ຫຼຸດ 3 ວັນ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ຕາມປົກກະຕິ ໃນກໍລະນີດັ່ງນີ້:

  • ພໍ່, ແມ່, ຜົວ ຫຼື ເມຍ ແລະລູກ ຂອງຕົນເອງ ເຈັບເປັນນອນໂຮງໝໍ ຊຶ່ງບໍ່ມີຜູ້ເບິ່ງແຍງດູແລ;
  • ພໍ່, ແມ່, ຜົວ ຫຼືເມຍ ແລະລູກຂອງຕົນເອງ ເສຍຊີວິດ;
  • ຕົນເອງແຕ່ງດອງ;
  • ເມຍອອກລູກ,​ ຫຼຸລູກ;
  • ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ຮ້າຍແຮງ

ສາວໆຂວັນໃຈເຮົາ ລອງນຳໃຊ້ລາຍລະອຽດຂ້າງເທິງ ໄປກວດເບິ່ງນະໂຍບາຍຂອງອົງການຈັດຕັ້ງ ຫຼືບໍລິສັດທີ່ເຮົາເຮັດວຽກຢູ່ ວ່າໄດ້ປະຕິບັດຖືກຕ້ອງຕາມກົດໝາຍ ແຫ່ງ ສປປ ລາວ ແລ້ວຫຼືຍັງ ແລະຂໍໍໃຫ້ມີຄວາມສຸກກັບການພັກປະຈຳປີ ກັບຄົນທີ່ເຮົາຮັກເດີ້ສາວໆ ໂຊກດີປີໃໝ່!!

ທີ່ມາ: ວາລະສານຂວັນໃຈ ສະບັບ ເດືອນ ທັນວາ

ແບ່ງປັນ