Breaking News

ວ້າວວວ! ພັກຜ່ອນປີໃໝ່ລາວແບບໄຮໂຊຫຼູຫຼາ ແຕ່ລາຄາສະບາຍກະເປົ໋າທີ່ ໂຮງແຮມ ຄຣາວພລາຊ່າວຽງຈັນ

ແບ່ງປັນ

ພັກຜ່ອນປີໃໝ່ລາວແບບໄຮໂຊໂລບັດເຈັດທີ່ໂຮງແຮມຄຣາວພລາຊ່າວຽງຈັນເຮັດຈັງໃດ?

ມີຂ່າວສານດີໆມາຕ້ອນມາຝາກແຟນໆ ຂວັນໃຈ ເຊັ່ນເຄີຍ ສຳລັບໃຜທີ່ຍັງຄິດບໍ່ອອກວ່າຊ່ວງລະດູຮ້ອນ ຫຼື ເທດສະການປີໃໝ່ລາວນີ້ຈະໄປໃສ, ເຮົາຂໍແນະນຳສະຖານທີ່ນີເລີຍ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ.

ແປກຢູ່ແມ່ນບໍວ່າເປັນຫຍັງຄືເວົ້າເລື່ອງປີໃໝ່ລາວຕັ້ງແຕ່ ເດືອນ ມັງກອນ ພິ?

ຄວາມຈິງແລ້ວ ໂອກາດທີ່ຈະພັກທີ່ ຄຣາວພລາຊ່າ ແບບໂລບັດເຈັດມີພຽງໂອກາດໃນເດືອນນີ້ເທົ່ານັ້ນ! ທາງແອັດມິນກໍເລີຍຢາກແນານຳໂປຼຂອງໂຮງແຮມ ຊຶ່ງມີຂາຍຈົນຮອດວັນທີ 31 ເດືອນ ມັງກອນນີ້ ຊຶ່ງຫ້ອງປົກກະຕິ $160 ຫຼຸດເຫຼືອພຽງ 50ໂດລາ/ຄືນ! ແມ່ນແລ້ວ! ອ່ານບໍ່ຜິດ 50$/ຄືນ ເທົ່ານັ້ນ! ແຕ່ໄລຍະພັກໄດ້ແມ່ນ 25/3/2018 ຫາ 5/5/2018, ພໍດີຊວ່ງປີໃຫມ່ເລີຍ! (ຈອງເລີຍຖ້າຫຍັ

ທາງແອດມິນສອບຖາມມາແລ້ວທາງເພິ່ນຈະຂາຍເປັນບັດຊຶ່ງທຸກຄົນສາມາດຊື້ແລະຈອງໃນຊວ່ງໃດກໍໄດ້ທີ່ຕົກໃນໄລຍະນັ້ນ.

ເພາະສະນັ້ນ, ປີໃຫ່ມນີ້ບໍ່ຕ້ອງໄປໃສໄກເລີຍ! ມາເບິ່ງກັນກັບຮູບພາບຕ່າງໆຂອງໂຮງແຮມ:

ຊົມໂຮງແຮມໃນແບບ 360 ອົງສາ:http://eyenavasia.com/laos/cp_vientiane/

ເວັບໃຊ້ໂຮງແຮມ: http://vientiane.crowneplaza.com/la/one-year-anniversary-sales

ສຳພັດຄວາມຫຼູຫຼາໃນລາຄາເບົາໆ ເຊິ່ງແຂກທີ່ເຂົ້າພັກຍັງສາມາດໃຊ້ Gym ແລະ ລອຍນຳ້ໄດ້ຟຣີອີກດ້ວຍ, ດັບຮ້ອນດ້ວຍການລອຍນຳ້ຢ່າງສະບາຍໃຈໃນສະລອຍນຳ້ແບບ Infinity ຢູ່ເທິງຊັ້ນ3 ຂອງໂຮງແຮມ, ແຖມໂຮງແຮມຍັງຕັ້ງຢູ່ໃຈກາງເມືອງ ຮັບຮອງວ່າທ່ານຈະໄດ້ຮັບບັນຍາກາດໃນຊ່ວງປີໃໝ່ລາວໄດ້ຢ່າງໃກ້ຊິດ ແລະ ຍັງສາມາດເລາະສົງພະໃນບໍລິເວນໃກ້ໆໄດ້ຢ່າງສະດວກສະບາຍ.

ຮີບຟ້າວຈອງດ່ວນເດີ້ ເພາະທາງໂຮງໂຮງເພິ່ນເລີ່ມຈຳໜ່າຍບັດແລ້ວເຖິງວັນທີ 31/ເດືອນມັງກອນ/2018 ນີ້ເທົ່ານັ້ນ ແລະ ເປີດຈຳໜ່າຍພຽງ 300ບັດ ຊ້າອົດໝົດແລ້ວໝົດເລີຍເດີ້ແຟນໆ.

ວິດີໂອ:

ຊົມໂຮງແຮມໃນແບບ 360 ອົງສາ: www.eyenavasia.com/laos/cp_vientiane/

ເວັບໃຊ້ໂຮງແຮມ: http://vientiane.crowneplaza.com/la/one-year-anniversary-sales

ເບີຕິດຕໍ່: 021 908888

ແບ່ງປັນ