Breaking News

ສັງຄົມວິຈານຢ່າງໜັກ! ກໍລະນີຜູ້ຊາຍທີ່ທຳຮ້າຍນັກສຶກສາສາວແລ້ວຫຼົບໜີ!!!

ແບ່ງປັນ

ເປັນກະແສວິພາກວິຈານກັນພຽງຂ້າມຄືນກໍລະນີຂ່າວຂອງຜູ້ຊາຍທີ່ທຳຮ້າຍຮ່າງກາຍນັກສຶກສາສາວແລ້ວຫຼົບໜີ ຈາກການເຜີຍແຜ່ຂ່າວຂອງ ສະມາຄົມກູ້ໄພນະຄອນຫຼວງວຽງຈັນ ໃນວັນທີ 24 ມັງກອນ 2018 ທີ່່ຜ່ານມາວ່າມີ ຜູ້ຊາຍຕີແມ່ຍິງແລ້ວໂດດລົດ ເຫດເກີດຂຶ້ນໃນວັນທີ 23 ມັງກອນ 2018 ເວລາ  11:10 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີຄົນຕີກັນແລ້ວໂດດລົດ ຢູ່ຮ້ານອາຫານແຫ່ງໜື່ງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນ ແມ່ນມີບາດແຜລອກຕາມຕົນໂຕ ຝົກຊໍ້າຕາມໃບໜ້າ ແລະ ເຈັບສະໂພກ, ຕາມການບອກເລົ່າຂອງຜູ້ຢູ່ໃນເຫດການໃຫ້ຮູ້ວ່າ: ທັງສອງໄດ້ມີປາກສຽງກັນເລັກໜ້ອຍ ຈາກນັ້ນຜູ້ຊາຍຈື່ງໃຊ້ກຳປັ້ນຕີເຂົ້າໃບໜ້າແມ່ຍິງ ແລ້ວຍັງບີບຄໍດືງຂື້ນລົດ ບໍ່ດົນແມ່ຍິງກໍກະໂດດລົງລົດມາຂໍຄວາມຊ່ວຍເຫຼືອນຳທາງຮ້ານ ແລ້ວຜູ້ຊາຍຍັງນຳມາຈະຕີອີກ ຮອດເຈົ້າຂອງຮ້ານຍັງບໍ່ເວັ້ນ ແລ້ວຊາຍຄົນນັ້ນກໍ່ໜີໄປ, ເຮັດໃຫ້ມີກະແສວິພາກວິຈານຈາກສັງຄົມ ແລະ ໂລກອອນລາຍເປັນທີ່ໃຫ້ຄວາມສົນໃຈຂອງຄົນທີ່ບໍ່ຍອມຮັບຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະໂພສດັ່ງກ່າວຍັງມີການກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງແຜ່ຫຼາຍ ວິພາກວິຈານເຖິງຄວາມບໍ່ເໝາະສົມວ່າເປັນຫຍັງເປັນຜູ້ຊາຍເອິກສາມສອກຈັ່ງທຳຮ້າຍແມ່ຍິງ? 

ລອງມາເບິ່ງການສະແດງຄວາມຄິດເຫັນຈາກສັງຄົມອອນລາຍທີ່ເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍຈາກເຫດການ #ຜູ້ຊາຍຕີແມ່ຍີງແລ້ວໂດດລົດ ດັ່ງກ່າວ, ແລ້ວທ່ານເດຄິດແນວໃດກັບເຫດການນີ້!!!

ຂໍຂອບໃຈຂໍ້ມູນຈາກ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624

 

ແບ່ງປັນ