Breaking News

ກຣີດໆໆໆ! ອັ້ມ ອະທິຊາດ ພະເອກດັງຈາກເພື່ອນບ້ານ ຖ່າຍຮູບເຊັກອິນທີ່ປະຕູໄຊ ແລະ ວັດພຣະແກ້ວ ພ້ອມກິນອາຫານແບບລາວໆ

ແບ່ງປັນ

ແຟນໆ…ກຣີດໆໆໆ ອັ້ມ ອະທິຊາດ ຊຸມມານົນ ພະເອກສຸດຫຼໍ່ຈາກປະເທດເພື່ອນບ້ານ ເດີນທາງມາທ່ອງທ່ຽວປະເທດລາວ ພ້ອມຖ່າຍຮູບເຊັກອິນຢູ່ທີ່ຈຸດແລນມາກ ປະຕູໄຊ ແລະ ຍັງໄດ້ເດີນທາງໄປທ່ຽວຊົມສະຖານທີ່ສັກສິດ ວັດພຣະແກ້ວ @ນະຄອນຫຼວງວຽງຈັນ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 24 ມັງກອນ 2018 ທີ່ຜ່ານມາ, ຫຼ້າສຸດໃນເຊົ້າວັນທີ 25 ມັງກອນ 2018 ອັ້ໍມ ອະທິຊາດ ກໍຍັງໄດ້ລົງຄລິບຜ່ານ ອິນສະຕາແກຼມ ເປັນຄລິບທີ່ເພິ່ນກຳລັງກິນອາຫານເຊົ້າ ເຊິ່ງເປັນອາຫານແບບລາວໆບໍ່ວ່າຈະເປັນ ເຂົ້າໜຽວ, ປິ້ງໄກ່, ລວກຜັກ, ເຂົ້າຈີ່ປາເຕ້, ເຂົ້າຫຼາມ ແລະ ແຈ່ວບອງ ອີກດ້ວຍ.

ສຳລັບ ອັ້ມ ອະທິຊາດ ຊຸມມານົນ ເປັນນັກສະແດງອີກໜຶ່ງຄົນທີ່ມີຄວາມສາມາດຫຼາກຫຼາຍ ປັດຈຸບັນອາຍຸ 36 ປີ ລວງສູງ 178 ຊັງຕີແມັດ, ຜ່ານມາມີຜົນງານການສະແດງລະຄອນ, ຮູບເງົາ, ຖ່າຍແບບ ແລະ ເດີນແບບຢ່າງຫຼວງຫຼາຍ ແລະ ເພິ່ນກໍມີຫວານໃຈແລ້ວ ໂດຍໄດ້ແຕ່ງງານກັບ ນັດ ມີເຣຍ ນັກຮ້ອງ-ນັກສະແດງນັ້ນເອງ.

(ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ ປະເທດລາວ ເດີ້ ອ້າຍ ອັ້ມ)

ຮູບພາບຈາກ: atichart9

ແບ່ງປັນ