Breaking News

ຢາກພົບຮັກແທ້ຕ້ອງຮູ້! 5 ຄວາມເຊື່ອກ່ຽວກັບ “ຄວາມຮັກທີ່ແທ້ຈິງ” ທີ່ແມ່ຍິງມັກເຂົ້າໃຈຜິດມາຕະຫຼອດ…

ແບ່ງປັນ

ຢາກພົບຮັກແທ້ຕ້ອງຮູ້! 5 ຄວາມເຊື່ອກ່ຽວກັບ “ຄວາມຮັກທີ່ແທ້ຈິງ” ທີ່ແມ່ຍິງມັກເຂົ້າໃຈຜິດມາຕະຫຼອດ

ຫຼາຍໆຄົນພ້ອມຈະມີຮັກແທ້ກັບໃຜຈັກຄົນ ຂະນະດຽວກັນກໍຄອຍຖ້າຄົນທີ່ມີຮັກແທ້ຄືກັນກັບເຮົາ ເຖິງຈະຜິດຫວັງຊໍ້າແລ້ວຊໍ້າເລົ່າ ຈົນຫຼາຍໆຄັ້ງເລີ່ມໝົດຫວັງກັບການຕາມຫາຮັກແທ້ ໃນເມື່ອບໍ່ຮູ້ວ່າມັນມີຢູ່ຈິງບໍ່ ແລະຢູ່ໃສກັນແທ້ ໂດຍທີເຮົາບໍ່ເຄີຍຮູ້ເລີຍວ່າ ຍັງມີຄວາມເຂົ້າໃຈຜິດກ່ຽວກັບຮັກແທ້ຢູ່ອີກຫຼວງຫຼາຍ ເຊິ່ງເປັນຜົນເຮັດໃຫ້ເຮົາບໍ່ສາມາດຕາມຫາຮັກແທ້ເຈິນັ້ນເອງ. ມື້ນີ້ Kuanjai ຈະມາພາສາວໆ ໄປທໍາຄວາມເຂົ້າໃຈກັບຄໍາວ່າ ຮັກແທ້ ໃໝ່ວ່າ ຄວາມຈິງແລ້ວການທີ່ເຮົາຈະມີຮັກແທ້ນັ້ນ ຕ້ອງທໍາຄວາມເຂົ້າໃຈຫຍັງແດ່ ໄປເບິ່ງພ້ອມກັນເລີຍ…

  1. ບາງຄັ້ງຮັກແທ້ກໍບໍ່ກົງກັບສະເປັກ

ບໍ່ແມ່ນວ່າຮັກແທ້ ຫຼືຄູ່ແທ້ທີ່ພົບນັ້ນ ຈະຕ້ອງກົງສະເປັກສະເໝີໄປ ສາວໆສ່ວນໃຫຍ່ມັກຄາດຫວັງຈະໄດ້ພົບຮັກແທ້ກັບພໍ່ເທບພະບຸດໃນນິຍາຍ ຫຼືຮູບເງົາຄື ຫຼໍ່ ລວຍ ມີຊາດຕະກຸນ ແລະມີໜ້າມີຕາໃນສັງຄົມ ແຕ່ໃນຄວາມເປັນຈິງຜູ້ຊາຍທີ່ພຽບພ້ອມ ຖ້າບໍ່ມີເຈົ້າຂອງເປັນແມ່ຍິງທີ່ມີຄວາມພຽບພ້ອມເທົ່າກັນ ກໍກາຍເປັນເກ້ງກວາງ ນາງຊະນີໄປໝົດ ເຮົາຈຶ່ງຄວນຕັ້ງສະເປັກໄວ້ໃຫ້ຄົນທໍາມະດາ ທໍາມະດາຄົນໜຶ່ງທີ່ມີຮັກແທ້ ຈະສາມາດເອື້ອມມືເຖິງເຮົາໄດ້ ແມ່ນຢູ່ທີ່ການມີຄົນຮັກທີ່ໜ້າຕາດີ ແລະມີເງິນນັ້ນ ຖືເປັນຄວາມພາກພູມໃຈ ແລະເປັນໜ້າເປັນຕາແກ່ເຮົາໃນມື້ນີ້ ແຕ່ໃນອານາຄົດຂ້າງໜ້າ ເຮົາຈະສາມາດຈັບມືລາວຍ່າງໄປໃຫ້ເຖິງມື້ສຸດທ້າຍຂອງລົມຫາຍໃຈໄດ້ ຫຼືບໍ່ ນັ້ນຄືສິ່ງທີ່ບໍ່ມີໃຜຮູ້

  1. ຮັກແທ້ບໍ່ແມ່ນການຮັກຄົນທີ່ເຂົາຮັກເຮົາ

ຫຼາຍຄົນເຂົ້າໃນວ່າການເລືອກຄົນທີ່ ເຂົາຮັກເຮົາ ຄືສິ່ງທີ່ຖືກຕ້ອງກວ່າການເລືອກຄົນທີ່ ເຮົາຮັກເຂົາ ແຕ່ນັ້ນຄືການພັນທະນາການຕົວເອງ ໃຫ້ປາສະຈາກຄວາມສຸກໃນຄວາມຮັກໄປຊົ່ວຊີວິດ ຊໍ້າຮ້າຍຍັງເປັນການທໍາຮ້າຍຈິດໃຈຄົນທີ່ເຂົາຮັກເຮົາຄົນນັ້ນນໍາອີກ ກ່ອນທີ່ຈະເລືອກຄົນໆໜຶ່ງມາເປັນຄົນຮັກໃຫ້ຖາມຕົວເອງກ່ອນວ່າ ເຮົາສາມາດຮັກເຂົາໄດ້ບໍ່ ແລະເຮົາຈະສາມາດຮັກ ລວມໄປເຖິງການໃຊ້ຊີວິດຮ່ວມກັບເຂົາໄປໄດ້ຕະຫຼອດຊີວິດ ຫຼືບໍ່ ຖ້າຄໍາຕອບຄືບໍ່ ກໍຈົ່ງປ່ອຍມືຈາກເຂົາສາ ເພາະການຖ່ວງດຶງຄົນໜຶ່ງເອົາໄວ້ທັ້ງໆທີ່ເຮົາບໍ່ສາມາດຈະມອບຄວາມຮັກ  ແລະຫົວໃຈໃຫ້ກັບເຂົາໄດ້ ນັ້ນຄືຄວາມເຫັນແກ່ຕົວທີ່ຍາກຈະໃຫ້ອະໄພໄດ້

  1. ຮັກແທ້ຕ້ອງໃຊ້ເວລາຍາວນານໃນການພິສູດ

ຄວາມຮັກ ບໍ່ມີກົດແນ່ນອນ ແລະຕາຍຕົວ ບໍ່ມີໃຜບອກໄດ້ວ່າ ຄວາມສໍາພັນທີ່ເລີ່ມຕົ້ນຈາກການເປັນໝູ່ມາຍາວນານ ຈະສາມາດຄົງຢູ່ໄປຕະຫຼອດການ ຫຼາຍກວ່າຄວາມສໍາພັນທີ່ເລີ່ມຕົ້ນຈາກຄວາມຮັກແບບ ຮັກແລກພົບ ຮັກແທ້ຂອງຄົນຄູ່ໜຶ່ງອາດເກີດຈາກການຮຽນຮູ້່ກັນ ແລະກັນມາກ່ອນ ແຕ່ຄວາມຮັກຂອງຄົນຄູ່ໜຶ່ງອາດເກີດຈາກການ ຕ້ອງການທໍາຄວາມຮູ້ຈັກກັນກໍໄດ້ ມັນຂຶ້ນຢູ່ກັບຄວາມຕ້ອງການທີ່ຈະຮຽນຮູ້ກັນໄປຕະຫຼອດຊີວິດ ຂຶ້ນຢູ່ກັບການພະຍາຍາມປັບຕົວເຂົ້າຫາກັນຕະຫຼອດຊີວິດ ແລະຂຶ້ນຢູ່ກັບຄວາມຮັກຄວາມເຂົ້າໃຈທັງສອງທີ່ມີໃຫ້ກັນຕະຫຼອດຊີວິດຕ່າງຫາກ

  1. ຮັກແທ້ບໍ່ມີໃນໂລກ

ຫຼັງຈາກທີ່ຢິບຍື່ນຄວາມຮັກຂອງເຮົາໃຫ້ໃຜຕໍ່ໃຜຫຼາຍຄົນ ແລະສຸດທ້າຍໄດ້ພຽງຄວາມເຈັບປວດກັບມາເປັນລາງວັນຕອບແທນ ຫຼາຍຄົນກໍສະຫຼຸບສັ້ນໆ ງ່າຍໆ ແຕ່ໄດ້ໃຈຄວາມວ່າ ຮັກແທ້ບໍ່ມີໃນໂລກ ມັນບໍ່ມີຢູ່ແທ້ ແລະບໍ່ມີວັນທີ່ເຮົາຈະຄົ້ນພົບມັນ ແຕ່ນັ້ນຄືການຫຼອກລວງຕົວເອງ ໃນເມື່ອຕົວເຮົາເອງຍັງເປັນຄົນໜຶ່ງທີ່ມີຮັກແທ້ ແລະເຄີຍມອບຮັກແທ້ໃຫ້ກັບຄົນທີ່ເຮົາຮັກ ແລ້ວເປັນຫຍັງຈຶ່ງໝົດຄວາມເຊື່ອໝັ້ນໃນຮັກໄປລ່ະ ເຮົາຍັງມີໂອກາດດີໆທີ່ຈະພົບຄົນທີ່ຮັກແທ້ຄືກັນ ຫາກວ່າເຮົາຍັງບໍ່ສິ້ນຫວັງໃນການເຊື່ອໝັ້ນຕົວເອງເສຍກ່ອນ

  1. ຄູ່ແທ້ກັບຮັກແທ້ຍ່ອມບໍ່ຄາດແຄ້ວກັນ

ຄວາມເຊື່ອທີ່ວ່າ ຄູ່ກັນແລ້ວບໍ່ແຄ້ວກັນ ອາດເປັນພຽງຄວາມຈິງສ່ວນໜຶ່ງທີ່ເຮົາຍຶດຖືເອົາໄວ້ເປັນເຄື່ອງປອບໃຈ ໃຫ້ຫາຍຈາກຄວາມເຈັບປວດຈາກການຜິດຫວັງໃນຄວາມຮັກໄດ້ ແຕ່ມັນບໍ່ແມ່ນຄວາມຈິງທັງໝົດ ພົມລິຂິດ ຫຼືໂຊກຊະຕາອາດຈະນໍາພາໃຫ້ຄົນທີ່ເປັນຄູ່ກັນມາພົບກັນແລ້ວບໍ່ແຄ້ວກັນ ແຕ່ຖ້າເຮົາມົວຄິດໜັກ ເພາະບໍ່ໝັ້ນໃຈໃນຕົວຄົນໜຶ່ງທີ່ພ້ອມຈະມອບຮັກແທ້ໃຫ້ ຄົນທີ່ຄວນຈະຄູ່ກັນ ກໍອາດຈະກັບກາຍມາເປັນຄາດແຄ້ວກັນໄດ້ ນັ້ນບໍ່ແມ່ນເລື່ອງໂຊກຊະຕາຫຼິ້ນຕະລົກ ແຕ່ມັນເກີດຈາກຕົວເຮົາເອງລ້ວນໆ

ສາວໆ ໄດ້ຮູ້ຈັກກັບ 5 ຄວາມເຊື່ອກຽວກັບ ຮັກແທ້ ທີ່ເຮົາມັກເຂົ້າໃຈຜິດໆມາຕະຫຼອດກັນໄປແລ້ວ ຖ້າໃຜທີ່ກໍາລັງຕາມຫາຮັກແທ້ຢູ່ ກໍຢ່າລືມນໍາໄປໃຊ້ພິຈາລະນາ ຮັກແທ້ ຂອງຕົວເອງກັນເບິ່ງເດີ່!!!

ແບ່ງປັນ