Breaking News

EPSON ມຸ່ງໝັ້ນພັດທະນາເຂົ້າສູ່ຕະຫຼາດລາວ

ແບ່ງປັນ

 

 

 

ໃນຕອນຄໍ່າຂອງວັນທີ 25 ມັງກອນ 2018 ຢູ່ທີ່ໂຮງແຮມແລນມາກ, EPSON ໄດ້ຈັດງານລ້ຽງຂອບໃຈລູກຄ້າ ພ້ອມທັງນຳສະເໜີຜະລິດຕະພັນໃໝ່ຂອງ Epson ບຸກຕະຫຼາດລາວ ດ້ວຍການເປີດຕົວເຄື່ອງພິມ Inktank inkjet ລຸ້ນໃຫມ່, ໂປຣເຈັກເຕີ Smart-Series ແລະ ເຄື່ອງສະແກນເນີ ເພື່ອຮອງຮັບເສດຖະກິດຂອງລາວ ແລະ ອີງຕາມຄວາມຕ້ອງການທາງດ້ານຜະລິດຕະພັນດ້ານໄອທີ.

ທ່ານ ຢັນຢົງ ມຸນີມົງຄົນທອນ, ຜູ້ຈັດການທົ່ວໄປຂອງ Epson ປະເທດໄທ ໃຫ້ຮູ້ວ່າ: ເຄື່ອງພິມ Inktank inkjet ຂອງ Epson ແລະ ໂປຣເຈັກເຕີ ແມ່ນປະສົບຜົນສໍາເລັດເປັນຢ່າງດີ ຍອດຂາຍເຄື່ອງພິມ Epson L-Series ໃນ 150 ປະເທດທົ່ວໂລກ ມີຈໍານວນເຖິງ 20 ລ້ານເຄື່ອງ. ມີສ່ວນແບ່ງຕະຫຼາດເຖິງ 70% ຂອງພາກສ່ວນເຄື່ອງພິມ Inktank ໃນອາຊີຕາເວັນອອກສ່ຽງໃຕ້.

ສໍາລັບເຄື່ອງພິມ L-Series, Epson ໄດ້ເປີດຕົວໃຫມ່ໃນຄັ້ງນີ້ຈໍານວນ 6 ລຸ້ນໃຫມ່ເປັນລະບົບ WIFI ເຄື່ອງພິມອະເນກປະສົງ 4 ສີ ທີ່ຊ່ວຍຍົກລະດັບນໍ້າເມິກ, ສີດຳກັນນໍ້າໄດ້ຢ່າງປະສິດທິພາບ ທີ່ມາພ້ອມຫົວພິມແບບໃໝ່, ສາມາດພິມໄດ້ 2 ໜ້າແບບອັດຕະໂນມັດ ແລະ ມີຂະໜາດທີ່ນ້ອຍກະທັດຫັດລົງ.

ໂປເຈັກເຕີ Epson ໄດ້ເປີດຕົວ 7 ລຸ້ນໃໝ່ຈາກ Smart-Series ດ້ວຍຄວາມສະຫວ່າງ 4,000 lumens ມາພ້ອມຫຼອດໄຟທີ່ສະຫວ່າງຂຶ້ນ ແລະ ມີອາຍຸການໃຊ້ງານຈາກ 5000-6000 ຊົ່ວໂມງໃນໂມດປົກກະຕິ ແລະ ໄດ້ເຖິງ 10,000 ຊົ່ວໂມງໃນໂມດ Eco Mode ແລະ ພິເສດໄປກວ່ານັ້ນ ທັງ 7 ລຸ້ນສາມາດຮອງຮັບ ຄຸນສົມບັດໄຮ້ສາຍ Wireless.

ເຄື່ອງສະແກນເນີ້ ທີ່ນຳມາຍະເໜີແມ່ນ ເພື່ອທຸລະກິດ Workforce DS410. ດ້ວຍ Feeding Mode ອັດຕະໂນມັດ, ລຸ້ນນີ້ມີຄວາມໄວໃນການສະແກນເຖິງ 26 ໜ້າ ຫຼື 52 ຮູບຕໍ່ນາທີ, ສາມາດຈັດການໄດ້ເຖິງ 50 ໜ້າໃນແຕ່ລະຄັ້ງ. ຜູ້ໃຊ້ງານສາມາດສະແກນ, ແກ້ໄຂ,​ບັນທຶກ ແລະ ສົ່ງໄຟລ໌ໄປ Folder ຕ່າງໆໄດ້ງ່າຍດາຍ.

ແບ່ງປັນ