Breaking News

ດາລາດັງຈາກເພື່ອນບ້ານ ແຫ່ກັນມາທ່ອງທ່ຽວປະເທດລາວ ມາເບິ່ງວ່າມີໃຜແດ່?

ແບ່ງປັນ

ປະເທດລາວຂອງເຮົາກຳລັງຢູ່ໃນຊ່ວງ ປີທ່ອງທ່ຽວລາວ 2018 ແລະ ບັນດານັກທ່ອງທ່ຽວກໍຫຼັ່ງໄຫຼເຂົ້າມາທ່ອງທ່ຽວປະເທດເຮົາກັນຢ່າງຫຼວງຫຼາຍ ບໍ່ເວັ້ນແມ້ແຕ່ຄົນດັງ ດາລາ ພິທີກອນ ເຊເລບບີຕີ້ຈາກຝັ່ງປະເທດເພື່ອນບ້ານຫຼາຍຕໍ່ຫຼາຍຄົນທີ່ເດີນທາງມາທ່ອງທ່ຽວປະເທດລາວຂອງເຮົາ, ຍ້ອນກັບໄປໄລຍະກ່ອນໆທີ່ເຮົາຕ້ອງນັ່ງລົດ ນັ່ງຍົນ ເພື່ອເດີນທາງໄປຕິດຕາມສິລະປິນໃນດວງໃຈກັນທີ່ປະເທດຂອງພວກເຂົາ ມາຮອດປັດຈຸບັນຄົນດັງທີ່ເຮົາເຄີຍເຫັນແຕ່ຢູ່ໃນໂທລະພາບກັບເດີນທາງມາທ່ອງທ່ຽວ ແລະ ມາປະກົດຕົວໃຫ້ເຮົາເຫັນ ມາໃຫ້ເຮົາກຣີດໆໆໆ ແບບວ່າຕົວຈິງສຽງຈິງມາເອງ.

ເລີ່ມຕົ້ນເດືອນ ມັງກອນ 2018 ກໍຖືວ່າມີ ດາລານັກສະແດງ ພິທີກອນ ມາທ່ອງທ່ຽວບ້ານເຮົາຫຼາຍຄົນ ລອງມາເບິ່ງກັນວ່າມີໃຜແດ່?

ແຕ້ວ ນັດຖະພອນ ເຕມີຣັກ ດາລາ-ນັກສະແດງ ຫຼື ທີ່ແຟນໆຮູ້ກັນໃນນາມ (ຄຳແກ້ວ/ເຈົ້າແມ່ນາຄີ) ເດີນທາງມາທີ່ ນະຄອນຫຼວງວຽງຈັນ

ກາລະແມ ພິທີກອນຊື່ດັງ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ

ອັ້ມ ອະທິຊາດ ຊຸມມານົນ ນັກສະແດງໜຸ່ມສຸດຫຼໍ່ ເດີນທາງມາ ນະຄອນຫຼວງວຽງຈັນ

ຕົ້ນຫອມ ສະກຣຸນຕະລາ ທຽນໄພໂລດ ພິທີກອນ-ດີເຈ ເດີນທາງມາ ນະຄອນຫຼວງວຽງຈັນ

ມອສ ປະຕິພານ ນັກຮ້ອງ-ນັກສະແດງ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ມາພ້ອມກັບຄອບຄົວຂອງເພິ່ນເບິ່ງແລ້ວໜ້າຮັກ ແລະ ອົບອຸ່ນຫຼາຍໆ

Dj ມະຕູມ ເດີນທາງມາ ນະຄອນຫຼວງວຽງຈັນ

ວູດດີ້ ມິລິນທະຈິນດາ ພິທີກອນ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ

ຢ່າຢ່າ ອຸຣັດສະຍາ ສະເປີເບີນ ດາລາ-ນັກສະແດງ ເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ເວົ້າໄດ້ວ່າເປັນທີ່ຮືຮາຂອງບັນດາແຟນຄລັບອີ່ຫລີ ສຳລັບການເດີນທາງມາຂອງສາວຄົນນີ້.

ເປັນຢ່າງໃດກັນແດ່ແຟນໆ ຍິ່ງເບິ່ງໄປຍິ່ງເພີນແມ່ນບໍ່? ນີ້ເປັນພຽງສ່ວນໜຶ່ງເທົ່ານັ້ນຂອງສິລະປິນຄົນດັງຈາກຕ່າງຊາດທີ່ມາຢ້ຽມຢາມປະເທດລາວ ຈະຍົກເອົາມາໃຫ້ແຟນໆໄດ້ເບິ່ງໝົດກໍຄົງຈະເປັນໄປບໍ່ໄດ້ເພາະມີຫຼາຍອີ່ຫລີ, ແຕ່ທັງໝົດທັງມວນນີ້ທີ່ ຊະນີIndy ຕ້ອງການຍົກຂຶ້ນມາເວົ້າກໍຍ້ອນວ່າ ລອງສັງເກດເບິ່ງແຕ່ລະສິລະປິນທີ່ມາຢ້ຽມຢາມລາວພວກເຂົາລ້ວນແຕ່ທີ່ຈະມັກໃນຄວາມເປັນລາວ ສັງເກດດາລາຍິງກໍຈະມີການລອງນຸ່ງຊຸດລາວ ນຸ່ງສິ້ນ ບ່ຽງແພ ລອງເຮັດຫຍັງທີ່ເປັນລາວໆ ແບບ Local ຫຼືບາງຄົນເຖິງຂັ້ນຫຼົງໄຫຼໃນຄວາມເປັນລາວ ມັກວັດທະນະທຳ ມັກທຳທະຊາດທີ່ຍັງອຸດົມສົມບູນ ມັກການນຸ່ງຖືທີ່ເປັນເອກະລັກ ມັກອາຫານການກິນແບບພື້ນບ້ານ ມັກຮອຍຍິ້ມ ມັກໃນຄວາມໃຈດີເປັນກັນເອງຂອງຄົນລາວ ກາຍເປັນສຽງຊ່າລືໄປທົ່ວໂລກ ຈົນດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາປະເທດເຮົາຢ່າງຫຼວງຫຼາຍ ແລະ ຊະນີIndy ຫວັງວ່າແຟນໆທຸກຄົນກໍພ້ອມແລ້ວທີ່ຈະເປັນເຈົ້າບ້ານທີ່ດີ ຕ້ອນຮັບແຂກບ້ານແຂກເມືອງຢ່າງເປັນມິດທີ່ສຸດ. #ຂໍກຳລັງໃຈໃຫ້ຊະນີIndyໄດ້ສ້າງບົດຄວາມດີໆດ້ວຍການແຊຣໄປ

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ