Breaking News

ຂາເມົ້າລະວັງ! ການນິນທາ ໃສ່ຮ້າຍ ແລະ ປ້ອຍດ່າຄົນອື່ນມີໂທດທັງປັບໃໝ ແລະຈຳຄຸກ (ບໍ່ຢາກເດືອດຮ້ອນຄວນອ່ານ)

ແບ່ງປັນ

 “ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່”

ເມື່ອເວົ້າເຖິງການເວົ້າຂວັນ ນິນທາ ໃສ່ຮ້າຍ ຖືໄດ້ວ່າເປັນພະຍາດຕິດແປດຮ້າຍແຮງຂອງຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນຄົນບາງກຸ່ມ ທີ່ພໍແຕ່ມີເວລາວ່າງປຸ໊ບ ກໍມັກຈະຈັບກຸ່ມເມົ້າມອຍ ອັບເດດສະຖານະການຊາວບ້ານ ທັງເລື່ອງວົງນອກ ວົງໃນ ກ້ອງຕຽງ ເທິງຕຽງບໍ່ວ່າຂອງໃຜ ແມ່ນຮູ້ໝົດ ບາງຄົນຮູ້ດີກວ່າເລື່ອງຂອງຕົນເອງອີກ ໂອ້ຍ ຈັ່ງແມ່ນຊາດ!!!

ຕາມຫຼັກການທາງຈິດຕະວິທະຍາແລ້ວ ຜູ້ທີ່ມັກນິນທາ ໃສ່ຮ້າຍຄົນອື່ນ ຍຸແຍ່ໃຫ້ຄົນຊັງກັນ ແມ່ນຄົນທີ່ອ່ອນແອ ຂາດຄວາມພາກພູມໃຈໃນຕົນເອງ ພາຍໃນໃຈມີປົມດ້ອຍບາງຢ່າງແຝງຢູ່ ຫຼືເວົ້າອີກຢ່າງໜຶ່ງກໍແມ່ນພຶດຕິກຳຂອງຄົນຂີ້ອິດສານັ້ນເອງ ສະນັ້ນ ການໄດ້ນິນທາຄົນອື່ນ ເວົ້າທັບຖົມຄົນອື່ນ ຈຶ່ງເຮັດໃຫ້ຜູ້ເວົ້າຮູ້ສຶກວ່າຕົນເອງມີຄຸນຄ່າຂຶ້ນ ເໜືອກວ່າ ເກັ່ງກວ່າ ເດັ່ນກວ່າ ຜູ້ທີ່ເຂົາກຳລັງກ່າວເຖິງນັ້ນ

ຜູ້ທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ອາດຈະຮູ້ສຶກດີ ມ່ວນປາກຕອນເວົ້າ ຫຼືຕອນຂຽນດ່າ ດ້ວຍອາລົມ ຫຼືຄວາມສະໃຈບາງຢ່າງ ແຕ່ຜົນກະທົບທີ່ເກີດຂຶ້ນແມ່ນຮ້າຍແຮງ ເພາະມັນເຮັດໃຫ້ເສຍພາບພົດທີ່ດີຂອງຕົນເອງ ທຳລາຍຄວາມສາມັກຄີ ສ້າງຄວາມແຕກແຍກໃຫ້ບຸກຄົນອື່ນ ສ້າງຄວາມເຂົ້າໃຈຜິດໆ ອັນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ກຽດສັກສີຂອງບຸກຄົນອື່ນ ເຊິ່ງຖືໄດ້ວ່າລະເມີດສິດທິສ່ວນບຸກຄົນຂອງເຂົາເຈົ້ານຳອີກໃດ

ພຶດຕິກຳເຫຼົ່ານີ້ຈຶ່ງເປັນສິ່ງທີ່ບໍ່ດີທັງຕໍ່ຕົນເອງ ແລະຄົນອ້ອມຂ້າງ ສະນັ້ນ ຫາກຄົນໃດມີພຶດຕິກຳແບບນີ້ ກໍຂໍໃຫ້ພະຍາຍາມຫຼຸດຜ່ອນ ແລະເອົາຕົນເອງຫຼີກເວັ້ນ ອອກຈາກສະຖານະການ ບຸກຄົນ ຫຼືກຸ່ມຄົນທີ່ມັກເວົ້າຂວັນ ນິນທາ ໃສ່ຮ້າຍຜູ້ອື່ນ ເພາະການເຂົ້າໄປຮ່ວມວົງສົນທະນາແບບນັ້ນ ມັນອາດເຮັດໃຫ້ຊີວິດຕົກຕ່ຳລົງ ແລະຍັງດຶງດູດຕົວເຮົາໄປພົບກັບສະຖານະການຮ້າຍໆ ຊວຍໆ ອື່ນໆຕາມມາອີກເຊັ່ນ: ການຜິດຖຽງກັນ, ຊັງກັນ, ເຈົ້າເວົ້າໃຫ້ຂ້ອຍ ຂ້ອຍເວົ້າໃຫ້ເຈົ້າ ບໍ່ສິ້ນສຸດຈັກເທື່ອ ຫຼືບາງທີອາດເຖິງຂັ້ນຖືກແຈ້ງຄວາມ ຮ້ອງຟ້ອງ ດຳເນີນຄະດີ ຫາກການກະທຳດັ່ງກ່າວ ໄດ້ສ້າງຄວາມເສຍຫາຍຮ້າຍແຮງແກ່ບຸກຄົນອື່ນ ເນື່ອງຈາກບັນດາພຶດຕິກຳເຫຼົ່ານີ້ໄດ້ຖືກລະບຸໂທດໄວ້ໃນກົດໝາຍອາຍາ ຜູ້ກະທຳຜິດຕ້ອງໄດ້ຖືກລົງໂທດ ທັງປັບໃໝ ແລະຈຳຄຸກ ດັ່ງລາຍລະອຽດຕໍ່ໄປນີ້:

ອີງຕາມກົດໝາຍວ່າດ້ວຍອາຍາ (2005) ມາດຕາ 94. ການນິນທາ ແລະການໃສ່ຮ້າຍ: “ບຸກຄົນຜູ້ໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີສັກສີຢ່າງຮ້າຍແຮງ ດ້ວຍການຂຽນ, ການເວົ້າ ຫຼືດ້ວຍຮູບການອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາໜຶ່ງປີ ຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 50.000 ກີບ ຫາ 300.000 ກີບ.​

ບຸກຄົນຜູ້ໃດ ຫາກໄດ້ໃສ່ຮ້າຍປ້າຍສີຜູ້ອື່ນ ໂດຍບໍ່ມີຄວາມຈິງ ດ້ວຍການຂຽນ, ການເວົ້າ ຫຼື ດ້ວຍຮູບການອື່ນໆ ຊຶ່ງເຮັດໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 50.000 ຫາ 300.000 ກີບ”

ແລະ ມາດຕາ 95. ການປ້ອຍດ່າ: ບຸກຄົນຜູ້ໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫຼືກະທຳແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເສື່ອມເສຍກຽດສັກສີ ຢ່າງຮ້າຍແຮງ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫຼືດັດສ້າງ ໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 50.000 ກີບ ຫາ 300.000ກີບ.
ສ່ວນສາວໆຜູ້ໃດທີ່ກຳລັງໄດ້ຮັບຄວາມເດືອດຮ້ອນ ຫຼືຕົກເປັນເຫຍື່ອຂອງການຖືກນິນທາ ແລະໃສ່ຮ້າຍປ້າຍສີ ກໍສາມາດເອົາຜິດຜູ້ກະທຳໄດ້ ໂດຍການຮວບຮວມຫຼັກຖານ ພ້ອມດ້ວຍພະຍານຮູ້ເຫັນ ເຂົ້າແຈ້ງຕໍ່ນາຍບ້ານ ຫຼືເຈົ້າໜ້າທີ່ຕຳຫຼວດກຸ່ມໃກ້ບ້ານທ່ານ.

ຂໍຂອບໃຈຂໍ້ມູນຈາກ ວາລະສານ ຂວັນໃຈ ສະບັບທີ 117

ແບ່ງປັນ