Breaking News

ໜ້າຮັກແທ້ເດ້! ມິວ ນິດຖາ ນັກສະແດງຈາກເພື່ອນບ້ານ ນຸ່ງຊຸດໄໝລາວໃສ່ບາດ ແຖມນັ່ງຈຳໂບ້ຊິວໆ @ຫຼວງພະບາງ

ແບ່ງປັນ

ໜ້າຮັກແທ້ເດ້! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ນຸ່ງຊຸດໄໝລາວ ບ່ຽງແພໃສ່ບາດ ຕັ້ງແຕ່ເຊົ້າມືດທີ່ ຫຼວງພະບາງ ປະເທດລາວ ແລະ ມິວ ຍັງມີໂອກາດໄດ້ຂີ່ລົດຈຳໂບ້ອ້ອມຕົວເມືອງ ຫຼວງພະບາງ ເຊິ່ງເຮັດໃຫ້ນາງປະທັບໃຈຈົນຖ່າຍຮູບ ແລະ ໂພສລົງໃນອິນສະຕາແກຼມໃຫ້ໝູ່ເພື່ອນໃນວົງການ ແລະ ບັນດາແຟນຄລັບໄດ້ເຫັນເຖິງຄວາມຊິວຂອງນາງທີ່ ຫຼວງພະບາງ.

จัมโบ้​

A post shared by Mewnittha (@mewnittha) on

ສຳລັບ ມິວ ນິດຖາ ຈີຣະຢັ່ງຢືນ ເປັນອີກໜຶ່ງນັກສະແດງສາວທີ່ກຳລັງມາແຮງຂອງປະເທດເພື່ອນບ້ານ ອາຍຸ 27 ປີ, ເຊິ່ງສາວມິວເພິ່ນກໍມີຜົນງານການສະແດງມາແລ້ວຫຼາກຫຼາຍ ເລີ່ມກ້າວເຂົ້າສູ່ວົງການບັນເທິງດ້ວຍການຖ່າຍໂຄສະນາ ສະແດງເອັມວີ ກ່ອນທີ່ຈະກ້າວເຂົ້າເປັນນັກສະແດງໃນສັງກັດຂອງຊ່ອງ 3 ຜົນງານທາງດ້ານການສະແດງເລື່ອງທຳອິດທີ່ເຮັດໃຫ້ແຈ້ງເກີດນັ້ນກໍຄື ຄຸນຊາຍປະວອນຣຸດ ແລະ ຈາກນັ້ນກໍມີຜົນງານລະຄອນຕໍ່ເນື່ອງຢ່າງຫຼວງຫຼາຍ ແລະ ມີຜົນງານຮູບເງົາເລື່ອງທຳອິດຄື ແຟນເດ…ແຟນກັນແຄ່ວັນດຽວ ຈົນເຮັດໃຫ້ມິວໄດ້ຮັບລາງວັນ ນັກສະແດງນຳຍິງດີເດັ່ນ ປະຈຳປີ 2016 ແລະ ສຳລັບຜົນງານ ຫຼ້າສຸດກໍແມ່ນລະຄອນເລື່ອງ ດ້ວຍແຮງອະທິຖານ ປະກົບຄູ່ກັບ ພະເອກສຸດຫຼໍ່ຕະຫຼອດການ ຕິກ ເຈດສະດາພອນ ທີ່ຍົກກອງມາຖ່າຍທຳກັນເຖິງ ແຂວງ ຫຼວງພະບາງ ປະເທດລາວເຮົານັ້ນເອງ.

ຮູບພາບ: mewnittha

ແບ່ງປັນ