Breaking News

ແຟນຄລັບກຣີດໆໆໆ! ຕິກ ເຈດສະດາພອນ ພະເອກຊື່ດັງເພື່ອນບ້ານ (ສາຍາສາມີແຫ່ງຊາດ) ເດີນທາງມາຫຼວງພະບາງ

ແບ່ງປັນ

ຕິກ ເຈດສະດາພອນ ຜົນດີ ພະເອກສຸດຫຼໍ່ຊື່ດັງຈາກປະເທດເພື່ອນບ້ານ ຫຼື (ສາຍາສາມີແຫ່ງຊາດ) ເດີນທາງມາແຂວງ ຫຼວງພະບາງ ປະເທດລາວ ຕັ້ງແຕ່ວັນທີ 27 ມັງກອນ 2018, ເຊິ່ງການເດີນທາງມາປະເທດລາວຂອງ ອ້າຍ ຕິກ ໃນເທື່ອນີ້ແມ່ນເພິ່ນໄດ້ມາຖ່າຍທຳລະຄອນ ດ້ວຍແຮງອະທິຖານ ພ້ອມດ້ວຍນັກສະແດງ ແລະ ທີມງານຈາກປະເທດໄທເຊິ່ງຍົກກອງມາຖ່າຍທຳທີ່ ແຂວງ ຫຼວງພະບາງ ປະເທດລາວເຮົານັ້ນເອງ.

ສຳລັບ ຕິກ ເຈດສະດາພອນ ຜົນດີ ປັດຈຸບັນອາຍຸ 40 ປີ ຜ່ານມາມີຜົນງານການສະແດງທັງຮູບເງົາ ແລະ ລະຄອນຢ່າງຫຼວງຫຼາຍ ແຈ້ງເກີດມາຈາກຮູບເງົາເລື່ອງ 2499 ອັນທະພານຄອງເມືອງ ເຊິ່ງແຟນໆຈົດຈຳກັບດີໃນບົດ ແດງ ໄບເລ່ ແລະ ສ່ວນຜົນງານຫຼ້າສຸດ ລະຄອນ ດ້ວຍແຮງອະທິຖານ ທີ່ຍົກກອງກັນມາຖ່າຍທຳເຖິງ ແຂວງ ຫຼວງພະບາງ ປະເທດລາວ, ສ່ວນຊີວິດສ່ວນຕົວຂອງ ຕິກ ເຈດສະດາພອນ ເພິ່ນໄດ້ແຕ່ງງານມີພັນລະຍາ ແລະ ລູກຊາຍທີ່ໜ້າຮັກແລ້ວເຖິງ 2 ຄົນ ແຕ່ເຖິງຢ່າງໃດກໍຕາມດ້ວຍຄວາມທີ່ເປັນຄົນທີ່ມີບຸກຂະລິກດີ ແລະ ມີໜ້າຕາທີ່ຫຼໍ່ບໍ່ມີປ່ຽນ ເຂົ້າວົງການໜ້າຕາແນວໃດ ປັດຈຸບັນໜ້າຕາກໍຍັງຄືເກົ່າ ແຟນຄລັບຫຼາຍໆຄົນຈື່ງຕັ້ງໃຫ້ ຕິກ ເຈດສະດາພອນ ຜົນດີ ເປັນດາລາທີ່ມີສາຍາ ສາມີແຫ່ງຊາດອີກຄົນໜຶ່ງຂອງປະເທດເພື່ອນບ້ານນັ້ນເອງ.

#ຢ່າງໃດກໍຍິນດີຕ້ອນຮັບເຂົ້າສູ່ປະເທດລາວເດີ້ອ້າຍຕິກ

ຮູບພາບ: navigatortiktun_ , goolgle

 

ແບ່ງປັນ