Breaking News

5 ວິທີຮັກສາແຜໃຈ ຫຼັງຖືກຖິ້ມ! ແຄ່ອົກຮັກບໍ່ເຖິງຕາຍດອກ…

ແບ່ງປັນ

5 ວິທີຮັກສາແຜໃຈ ຫຼັງຖືກຖິ້ມ! ແຄ່ອົກຮັກບໍ່ເຖິງຕາຍດອກ…

ໃຜຫາກະຖືກຖິ້ມມາອ່ານເບິ່ງ!!!

ເຊື່ອວ່າທຸກຄົນເວລາມີຄວາມຮັກ ກໍຍ່ອມຢາກມີຮັກທີ່ຍືດຍາວ ຢາກຈະຄົບກັນໄປດົນໆ ບໍ່ມີຄູ່ໃດຢາກຄົບແລ້ວເລີກແມ່ນບໍ່? ແຕ່ໃນຄວາມຈິງແລ້ວການຄົບກັນຂອງຄົນສອງຄົນມີປັດໃຈຫຼາຍໆຢ່າງ ທີ່ເປັນຕົວຕັດສິນວ່າຈະຄົບກັນໄດ້ຕໍ່ ຫຼືບໍ່? ແຕ່ຫາກຄວາມສໍາພັນຈໍາເປັນທີ່ຈະຕ້ອງຈົບລົງເຮົາຄວນເຮັດແນວໃດຕໍ່ໄປ… ມື້ນີ້ Kuanjai ຈຶ່ງຂໍແນະນໍາ 5 ວິທີຮັກສາແຜໃຈ ຫຼັງຈາກທີ່ຖືກຖິ້ມມາຝາກກັນ

  1. ນອນໃຫ້ຫຼັບ

ໃນຍາມທີ່ສະພາບຈິດໃຈອ່ອນແອ ຫາກເຮົາຍິ່ງບໍ່ນອນຫຼັບພັກຜ່ອນ ຫຼືນອນບໍ່ພຽງພໍ ຍິ່ງເປັນການສ້າງຄວາມຄຼຽດໃຫ້ສະພາວະຈິດໃຈ ແລະຮ່າງກາຍຍິ່ງຂຶ້ນ ເຊິ່ງສົ່ງຜົນຕໍ່ການຟື້ນຟູສະພາບຈິດໃຈ ແລະຍັງສົ່ງຜົນສ່ຽງຕໍ່ສຸຂະພາບນໍາອີກ ດັ່ງນັ້ນ ຕ້ອງນອນໃຫ້ຫຼັບ ເມື່ອຕື່ນມາຄວາມຮູ້ສຶກຈະເບົາບາງລົງຢ່າງບໍ່ໜ້າເຊື່ອ…

  1. ອອກໄປພົບຜູ້ຄົນ

ແນ່ນອນວ່າໃນຍາມທີ່ເຮົາຮູ້ສຶກເສົ້າເສຍໃຈ ຍ່ອມຮູ້ສຶກວ່າບໍ່ຢາກຈະພົບໃຜ ຢາກນັ່ງຮ້ອງໄຫ້ແບບມິດໆ ເຊິ່ງຫາກຮູ້ສຶກບໍ່ດີຫຼາຍໆ ສາມາດໄຫ້ໄດ້ ແຕ່ຫາກຈະຈົມຢູ່ກັບຄວາມທຸກດົນໆ ຍ່ອມສົ່ງຜົນສ່ຽງຕໍ່ສຸຂະພາບ ດັ່ງນັ້ນ ພະຍາຍາມອອກໄປພົບປະຜູ້ຄົນແນ່ ຈະເປັນໝູ່ສະນິດ ຫຼືຄົນທີ່ເຮົາໄວ້ໃຈ ຫຼືຈະຫັນມາໃສ່ໃຈກັບຄົນທີ່ຮັກເຮົາເຊັ່ນ ຄອບຄົວເປັນຕົ້ນ ການໄດ້ພົບປະໂອ້ລົມກັບຄົນອື່ນ ເປັນການດຶງຕົວເອງອອກຈາກຄວາມເສົ້າໄດ້

  1. ຍອມຮັບຄວາມຈິງ ບໍ່ຕ້ອງດຶງ ຕ້ອງຄົ້ນ ຫຼືຊອກເຫດຜົນໃດໆ

ເມື່ອເຂົາຕັດສິນໃຈອອກຈາກຊີວິດເຮົາແລ້ວ ຈະດ້ວຍເຫດຜົນໃດໆກໍຕາມ ແຕ່ສຸດທ້າຍແລ້ວກໍຄືເຂົາໝົດຮັກເຮົາແລ້ວນັ້ນເອງ ດັ່ງນັ້ນ ຈະໄປດຶງແນວໃດກໍບໍ່ມີປະໂຫຍດ ບໍ່ຕ້ອງເສຍເວລາຜິດຫວັງກັບຕົວເອງ ຫຼືຊອກເຫດຜົນວ່າ ຂ້ອຍບໍ່ດີບ່ອນໃດເປັນຫຍັງເຂົາຈຶ່ງຖີ້ມເຮົາໄປ ເພາະສຸດທ້າຍຜົນກໍຄື ເຂົາຈາກເຮົາໄປແລ້ວ ຈຶ່ງເຮັດໄດ້ພຽງຍອມຮັບຄວາມຈິງແລ້ວເດີນໜ້າຕໍ່ໄປ

  1. ຊອກແຮງບັນດານໃຈ/ເປົ້າໝາຍຊີວິດ

ລອງຮື້ຟື້ນຄວາມຮູ້ສຶກເກົ່າໆ ວ່າຕົວເອງເຄີຍຢາກເຮັດຫຍັງແລ້ວບໍ່ໄດ້ເຮັດແດ່ ແລ້ວລົງມືເຮັດຊະ! ຢາກຮຽນພາສາ ຢາກໄປທ່ຽວຕ່າງປະເທດ ຢາກລອງເຮັດຂະໜົມ ຢາກເຮັດອາຫານ ໄລຍະນີ້ເປັນໄລຍະທີ່ເໝາະສົມໃນການຕາມລ່າຫາເປົ້າໝາຍຂອງຊີວິດ

  1. ຮຽນຮູ້ການຢູ່ຄົນດຽວ

ບາງຄັ້ງການທີ່ເຮົາຄົບໃຜຈັກຄົນໜຶ່ງອາດເຮັດໃຫ້ເຮົາສູນເສຍຄວາມເປັນຕົວຂອງຕົວເອງໄປ ເພື່ອປັບຈູນໃຫ້ຄວາມສໍາພັນລາບລື່ນ ແຕ່ເມື່ອເຮົາກັບມາຢູ່ກັບຕົວເອງອີກຄັ້ງ ເຮົາຕ້ອງເລີ່ມປັບການໃຊ້ຊີວິດໃໝ່ອີກຄັ້ງ ຫຼາຍຄົນອາດຮູ້ເຊເພາະຍັງປັບຕົວບໍ່ທັນ ເຊິ່ງຕ້ອງໃຊ້ເວລາຄ່ອຍໆຮຽນຮູ້ໄປ ບໍ່ຕ້ອງຮີບຮ້ອນຊອກຄົນໃໝ່ມາກໍາຈັດຄວາມເຫງົາ ເພາະເມື່ອຄວາມຮູ້ສຶກເຮົາຍັງບໍ່ເຂົ້າທີ່ເຂົ້າທາງ ອາດຈະຫຼົງໄປຮັບຄົນທີ່ບໍ່ດີເຂົ້າມາໃນຊີວິດກໍໄດ້

ເລື່ອງຄວາມຮັກຄວາມຮູ້ສຶກຕ່າງໆ ເຮົາບໍ່ສາມາດບັງຄັບໃຫ້ຄົນໝົດໃຈມາຮັກເຮົາໄດ້ ແຕ່ສິ່ງທີ່ເຮົາເຮັດໄດ້ ແລະຕ້ອງເຮັດຄືຢ່າລືມຮັກຕົວເອງເດີ່! ຮັກຕົວເອງໃຫ້ຫຼາຍໆແລ້ວສະພາບຈິດໃຈຈະດີຂຶ້ນເອງຈ່າ…

ແບ່ງປັນ