Breaking News

ລູກນໍ້າ ທິດາລັດ ໄປຮ່ວມລາຍການເລືຶອກຄູ່ “Show Me Your Son ລູກແມ່ຫຼໍ່ມາກ” ທີ່ປະເທດໄທ (ມີຄລິບ)

ແບ່ງປັນ

ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງຂອງລາວເຮົາ ມີໂອກາດໄດ້ເດີນທາງໄປຮ່ວມລາຍການເລືອກຄູ່ຊື່ດັ່ງຂອງຝັ່ງປະເທດເພື່ອນບ້ານ ນັ້ນກໍຄືລາຍການ “Show Me Your Son ລູກແມ່ຫຼໍ່ມາກ” ເຊິ່ງອອກອາກາດທາງຊ່ອງ ເວີກພ້ອຍ ໃນຕອນບ່າຍຂອງວັນເສົາ ວັນທີ 27 ມັງກອນ 2018 ທີ່ຜ່ານມາ, ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະໄດ້ເບິ່ງກັນແດ່ແລ້ວ ເພາະລາຍການດັ່ງກ່າວໃນຊ່ວງທ້າຍອາທິດທີ່ຜ່ານມາຖືກແຊຣທາງສື່ອອນລາຍກັນຢ່າງຫຼວງຫຼາຍ.

ສຳລັບລາຍການ “Show Me Your Son ລູກແມ່ຫຼໍ່ມາກ”  ເປັນລາຍການທີ່ມີແມ່ຂອງໜຸ່ມໆ 4 ຄົນມາພີເຊັ້ນລູກຊາຍຂອງຕົວເອງໃຫ້ສາວທີ່ມາຮ່ວມລາຍການໄດ້ເລືອກ ແລະ ເສົາທີ່ຜ່ານມາກໍເປັນຄິວຂອງ ສາວ ລູກນໍ້າ ທິດາລັດ ມາຮ່ວມໃນລາຍການ ແລະ ກໍໄດ້ເລືອກ ໜຸ່ມ ຮິມ ເຊິ່ງເປັນໜຸ່ມຫຼໍ່ ຕີ໋ ຍິ້້ມມີສະເໜ່ ແຖມອາລົມດີ ຜຸ້ເຂົ້າແຂ່ງຂັນໝາຍເລກ 2 ເປັນໜຸ່ມຜູ້ທີ່ໂຊກດີຖືກ ສາວ ລູກນໍ້າ ກົດໄຟໃຫ້.

(ສ່ວນຄວາມສຳພັນຂອງທັງສອງຈະເປັນແນວໃດ ກໍຂຶ້ນຢູ່ກັບທັງສອງ ແລະ ຕິດຕາມຕອນຕໍ່ໄປ ຢ່າງໃດຄວາມຮັກກໍງົດງາມສະເໜີ…)

ຮູບພາບ: Louknum Vongsili

ແບ່ງປັນ