Breaking News

ສຸຂະພາບ ແລະຫຸ່ນທີ່ດີເລີ່ມຕົ້ນຈາກການກິນ! ບໍ່ມີຄໍາວ່າຕຸ້ຍແນ່ນອນ! ຖ້າເຈົ້າເລືອກກິນອາຫານແບບນີ້!!!

ແບ່ງປັນ

ສຸຂະພາບ ແລະຫຸ່ນທີ່ດີເລີ່ມຕົ້ນຈາກການກິນ! ບໍ່ມີຄໍາວ່າຕຸ້ຍແນ່ນອນ! ຖ້າເຈົ້າເລືອກກິນອາຫານແບບນີ້!!!

ດຽວນີ້ຫຼາຍຄົນເລີ່ມຫັນມາເຮັດອາຫານກິນເອງ ເພາະບໍ່ໝັ້ນໃຈວ່າອາຫານທີ່ຊື້ມາແຕ່ທາງນອກ ຈະປອດໄພຕໍ່ສຸຂະພາບເຮົາຫຼາຍໜ້ອຍພຽງໃດ ແຕ່ຫຼາຍຄົນກໍຍັງມີຂໍ້ສົງໄສວ່າ ຕ້ອງເລືອກຊື້ ຫຼືເຮັດອາຫານແບບໃດ ເຖິງຈະໝັ້ນໃຈ ປອດໄພ ສະອາດ ບໍ່ຕຸ້ຍງ່າຍ ມື້ນີ້ມີເຄັດລັບດີໆສໍາລັບຄົນຮັກສຸຂະພາບມາຕ້ອນກັນ…

Vegetable41746430 – group of thai fruit on white background,isolate

  1. ຊີ້ນສັດ

ເລືອກກິນຊີ້ນປາໃຫ້ຫຼາຍ ອາຫານທະເລກິນໄດ້ ແຕ່ຄວນຫຼີກລ່ຽງປາໝຶກ ຫອຍ ເພາະມີຄໍເລສຕໍລ່ອນສູງ ສ່ວນຊີ້ນໝູ ຊີ້ນໄກ່ ແລະຊີ້ນງົວ ຕ້ອງເລືອກສ່ວນທີ່ຕິດມັນ ແລະລອກໜັງອອກທຸກຄັ້ງ ເນັ້ນຊີ້ນສັດທີ່ສົດມາປຸງອາຫານ ເພາະຊີ້ນສັດທີ່ຜ່ານກະບວນການອົບແຫ້ງແລ້ວມີໂຊດ່ຽມສູງ ແຕ່ຖ້າເບື່ອຊີ້ນສັດ ກໍປ່ຽນມາກິນເຕົ້າຮູ້ ຖົ່ວ ເພາະມີໂປຼຕີນທົດແທນກັນ

  1. ແປ້ງ

ອາຫານຈໍາພວກຄາໂບຮາຍເດຼດເຊັ່ນ ເຂົ້າ ຂະໜົມປັງຄວນເລືອກໂຕທີ່ຜ່ານກະບວນການຂັດສີມາໃຫ້ໜ້ອຍທີ່ສຸດ ເຂົ້າທີ່ດີຄືເຂົ້າກ່ອງ ຫຼືເຂົ້າທີ່ບໍ່ໄດ້ຜ່ານກະບວນການຂັດຈະມູກເຂົ້າອອກໄປ ສ່ວນຂະໜົມປັງຄວນເລືອກແບບໂຮມວິດ ເພາະອຸດົມໄປດ້ວຍສານອາຫານ ແລະແຄລໍລີ່ໜ້ອຍກວ່າ ສ່ວນອາຫານປະເພດເສັ້ນໃຫ້ເລືອກແບບທີ່ບໍ່ຜະສົມໄຂ່ ເສັ້ນທີ່ໃຫ້ແຄລໍລີ່ໜ້ອຍທີ່ສຸດ

  1. ນໍ້າມັນ

ໃນການປະກອບອາຫານຖ້າຫຼີກລ່ຽງນໍ້າມັນໄດ້ຈະດີທີີ່ສຸດ ແຕ່ເມນູຈໍາເປັນເຊັ່ນພວກຂົ້ວ ພວກທອດ ໃນແຕ່ລະຄາບຊບໍ່ຄວນໃສ່ນໍ້າມັນເກີນ 2 ບ່ວງ ແລະເລືອກຊະນິດທີ່ມີກົດໄຂມັນອີ່ມຕົວສູງເຊັ່ນ ນໍ້າມັນພືດ ຈະດີກວ່ານໍ້າມັນຈາກສັດ ນໍ້າມັນທີ່ແນະນໍາຄື ນໍ້າມັນລໍາເຂົ້າ ນໍ້າມັນຖົ່ວເຫຼືອງ ນໍ້າມັນສາລີ ນໍ້າມັນແກ່ນຕາເວັນ ສ່ວນທີ່ຄວນຫຼີກລ່ຽງເພາະມີໄຂມັນອີ່ມຕົວຫຼາຍຄື ນໍ້າມັນໝູ ເນີຍ ນໍ້າມັນປາມ ກະທິ

  1. ຜັກ

ໃນແຕ່ລະມື້ຄວນຮັບປະທານຜັກໃຫ້ໄດ້ປະລິມານຫຼາຍໆ ໂດຍສະເພາະຜັກໃບຂຽວ ເພາະອຸດົມໄປດ້ວຍວິຕາມິນທີ່ຈະເປັນຫຼາຍຢ່າງ ຄວນເລືອກຮັບປະທານຜັກທີ່ຫຼາກຫຼາຍ ແລະເສີມດ້ວຍທັນຍາພືດຕ່າງໆເຊັ່ນ: ລູກເດືອຍ ງາດໍາ

  1. ໝາກໄມ້

ເລືອກິນໝາກໄມ້ທີ່ບໍ່ມີລົດຫວານແຮງເຊັ່ນ ແອັບເປີ່ນ ສີດາ ກີວີ່ ເພື່ອບໍ່ໃຫ້ຮ່າງກາຍຮັບນໍ້າຕານຫຼາຍເກີນໄປ ສ່ວນໝາກໄມ້ລົດຫວານເຊັ່ນ ຖົ່ວລຽນ ໝາກມີ້ ໝາກມ່ວງສຸກ ໝາກເງາະ ລໍາໄຍ ກິນໄດ້ແຕ່ໃຫ້ໜ້ອຍກໍພໍ

ທັງນີ້ນອກຈາກເລືອກກິນອາຫານທີ່ດີຕໍ່ສຸຂະພາບແລ້ວ ການອອກກໍາລັງກາຍກໍເປັນສິ່ງສໍາຄັນຄືກັນເດີ່ ເພາະມັນບໍ່ໄດ້ຊ່ວຍພຽງເລື່ອງຂອງຫຸ່ນພຽງຢ່າງດຽວ ແຕ່ມັນຍັງເຮັດໃຫ້ຮ່າງກາຍຂອງເຮົາຟິດແອນເຟີມ ແຖມຍັງຮູ້ສຶກສົດຊື່ນ ເຮັດຫຍັງບໍ່ເມື່ອຍງ່າຍນໍາອີກ.

ແບ່ງປັນ