Breaking News

ແຟນໆກຽມເຮ…ບວງສວງຊີ່ຣີ່ລາວເລື່ອງໃໝ່ “ວຸ້ນວາຍ…ຮັກຫຼາຍເດີ້” (ເປັນອີກເລື່ອງໜຶ່ງທີ່ໜ້າຕິດຕາມ)

ແບ່ງປັນ

ບວງສວງກັນໄປຮຽບຮ້ອຍ ສຳລັບຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ໃນວັນທີ 28 ມັງກອນ 2018, ເຊິ່ງຊີຣີ່ເລື່ອງນີ້ຖືວ່າເປັນຊີ່ຣີ່ທີ່ລວມເອົານັກສະແດງທັງລາວ ແລະ ປະເທດເພື່ອນບ້ານໄວ້ຢ່າງຫຼວງຫຼາຍນຳສະແດງໂດຍ ປຸ້ຍ ສັນທະນີ, ຟໍຈູນ ການິການ (ນັກສະແດງຈາກປະເທດໄທ), ແບັງ ກິດສະດີ (ນັກສະແດງຈາກປະເທດໄທ), ເຟີດ ໄທທະນາ  (ນັກສະແດງຈາກປະເທດໄທ), Angles ເບວ, ວັນໃໝ່ ທຳມະວົງ, ເປ່ເລ່ ດວງສີວິໄລ, ຕໍ້າ (Take Guy Out Thailand) ແລະ ນອກຈາກນີ້ຍັງຈະມີນັກສະແດງທີ່ຈະມີການ Casting ນັກສະແດງອີກຫຼາຍບົດບາດອີກດ້ວຍ.

ສຳລັບ ຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ເປັນຊີ່ຣີ່ທີ່ເອີ້້ນໄດ້ວ່າມີຄົບທຸກລົດຊາດ ບໍ່ສາມາດຄາດເດົາໄດ້ເລີຍວ່າຈຸດຈົບຂອງຊີ່ຣີ່ຈະອອກມາເປັນແນວໃດ… ເນື້ອເລື່ອງໂດຍຫຍໍ້ແມ່ນເວົ້າເຖິງຄວາມຮັກຂອງໄວໜຸ່ມຫຼາຍຄູ່  ແລະ ໃນຊີ່ຣີ່ເລື່ອງນີ້ຍັງມີການເປີດກວ້າງດ້ານຄວາມຮັກບໍ່ວ່າຈະເປັນຄວາມຮັກຂອງ ຍິງ-ຊາຍ ແລະ ເພດທີ 3 ເພື່ອສື່ໃຫ້ເຫັນເຖິງຄວາມຮັກທີ່ເກີດຂຶ້ນຈິງໃນສັງຄົມປັດຈຸບັນ ແລະ ເພື່ອຕີແຜ່ໃຫ້ສັງຄົມໄດ້ເຂົ້າໃຈ ແລະ ຍອມຮັບພວກເຂົາເຫຼົ່ານີ້.

ເປັນແນວໃດແດ່… ເວົ້າພ໋ອດເລື່ອງຂອງ ຊີ່ຣີ່ເລື່ອງ “ວຸ້ນວາຍ…ຮັກຫຼາຍເດີ້” ແລ້ວໜ້າສົນໃຈແມ່ນບໍ່ ຊີ່ຣີ່ດັ່ງກ່າວຈະມີຄວາມ ວຸ້ນວາຍ ຄືກັບຊື່ເລື່ອງຫຼືບໍ່? ແຟນໆຢ່າລືມຕິດຕາມກັນເດີ້ ເພາະກຳລັງຈະມີການຖ່າຍທຳ ແລະ ອອກສາຍທາງສື່ອອນລາຍໃນບໍ່ຊ້ານີ້ ຫຼື ສາມາດເຂົ້າໄປເບິ່ງຂໍ້ມູນເພີ່ມຕື່ມໄດ້ເລີຍທີ່ເພສ SSS Agency

ແບ່ງປັນ