Breaking News

ກົດດັນແຫຼະດີ! 8 ສິ່ງທີ່ໄດ້ຈາກການ “ຖືກກົດດັນ” ທີ່ຈະຊ່ວຍຊຸກຍູ້ໃຫ້ເຮົາໄປໄດ້ໄກຫຼາຍຂຶ້ນ!!!

ແບ່ງປັນ

ກົດດັນແຫຼະດີ! 8 ສິ່ງທີ່ໄດ້ຈາກການ “ຖືກກົດດັນ” ທີ່ຈະຊ່ວຍຊຸກຍູ້ໃຫ້ເຮົາໄປໄດ້ໄກຫຼາຍຂຶ້ນ!!!

ມາເບິ່ງ 8 ຂໍ້ດີຂອງແຮງກົດດັນກັນ! ກົດດັນບໍ່ແມ່ນມີແຕ່ຂໍ້ເສຍເດີ່

ໃຜທີ່ມີບັນຫາເລື່ອງຄວາມກົດດັນ ທັງໃນດ້ານການເຮັດວຽກ ການຮຽນ ແລະເລື່ອງຕ່າງໆໃນຊີວິດ… ນໍາມາທາງນີ້ເລີຍ ເພາະມື້ນີ້ເຮົາຈະມາເວົ້າເຖິງ ຂໍ້ດີ ຂອງຄວາມກົດດັນກັນ ຫຼັງຈາກທີ່ໃຜໆເບິ່ງວ່າເປັນອຸປະສັກໃນການເຮັດວຽກໃຫ້ສໍາເລັດ ຫຼືຍິ່ງຖືກກົດດັນຍິ່ງຕຶງຄຽດ! ມື້ນີ້ມາປ່ຽນຄວາມຄິດເຫັນ ແລ້ວເຈົ້າອາດຈະຮູ້ສຶດດີ່ດີກັບຄໍາວ່າ ຄວາມກົດດັນ ຂຶ້ນມາກໍໄດ້

  1. ເຈົ້າຈະມີຄວາມເປັນຜູ້ໃຫຍ່ຫຼາຍຂຶ້ນ

ເມື່ອພົບແຮງກົດດັນຫຼາຍໆ ເຈົ້າຈະເລີ່ມມີຄວາມເປັນຜູ້ໃຫຍ່ຂຶ້ນມາອີກຫຼາຍ ເລື່ອງແບບນີ້ບໍ່ໄດ້ເຝິກກັນໄດ້ພຽງມື້ສອງມື້ເດີ່ ຕ້ອງຜ່ານຊ່ວງເວລາທີ່ຍາກລໍາບາກໄປໄດ້ນີ້ແຫຼະ ແລ້ວຈະເຂົ້າໃຈ!!!

  1. ຮັບມືກັບບັນຫາ ແກ້ໄຂບັນຫາໄດ້ຢ່າງດີ

ຍິ່ງສະສົມປະສົບການມາຫຼາຍຍິ່ງແກ້ໄຂບັນຫາໄດ້ໄວ ແລະຄ່ອງແຄ້ວຫຼາຍຂຶ້ນກວ່າເກົ່າຫຼາຍ ດັ່ງນັ້ນ ເມື່ອເຈົ້າພົບບັນຫາໜັກ ແລະແຮງກົດດັນທີ່ທັບຖົມເຂົ້າມາ ຢ່າໄປຢ້ານມັນ ລຸຍເລີຍດີກວ່າ!

  1. ມີສະຕິ ສະມາທີຢູ່ຕະຫຼອດເວລາ

ເມື່ອມີແຮງກົດດັນຈາກຕົວເອງ ແລະຜູ້ຄົນໃນຄອບຄົວຫຼາຍປານໃດ ເຮົາກໍຫວັງວ່າຈະເຮັດສິ່ງນັ້ນໆໄດ້ສໍາເລັດຫຼາຍເທົ່ານັ້ນ ດັ່ງນັ້ນ ຈຶ່ງບໍ່ແປກເລີຍ ຖ້າເຮົາຈະມີສະຕິ ແລະສະມາທິຢູ່ກັບຕົວເອງຕະຫຼອດເວລາ ເພາະຖ້າເຜີເມື່ອໃດຄົນຖ້າຊໍ້າເຕີມຢູ່ຫຼາຍ

  1. ກ້າຕັດສິນໃຈ ມີຄວາມຄິດເປັນຂອງຕົວເອງ

ເມື່ອຕ້ອງຜະເຊີນບັນຫາ ກໍກ້າທີ່ຈະຕັດສິນໃຈທຸກໆຢ່າງດ້ວຍຕົວເອງຫຼາຍຂຶ້ນ ເລື່ອງເລັກໆນ້ອຍໆທີ່ເມື່ອກ່ອນບໍ່ກ້າຕັດສິນດ້ວຍຕົວເອງຄົນດຽວ ເມື່ອສະຖານະການບີບບັງຄັບແທ້​ໆ ເຈົ້າກໍຈະມີຄວາມຄິດເປັນຂອງຕົວເອງ ກ້າຕັດສິນໃຈຢ່າງເດັດດ່ຽວ

  1. ມີພູມຄຸ້ມກັນທີ່ແຂງແກ່ງຫຼາຍ

ທຸກໆບັນຫາທີ່ມີເມື່ອຜ່ານມັນໄປໄດ້ແລ້ວ ກໍຈະມີຄວາມແຂງແກ່ງເພີ່ມຂຶ້ນໄປອີກ! ແມ່ນຫຍັງທີ່ບໍ່ສາມາດຂ້າເຮົາໄດ້ ສິ່ງນັ້ນຈະເຮັດໃຫ້ເຮົາ Strong ຂຶ້ນຫຼາຍ ຈື່ຄໍານີ້ໄວ້ເດີ່ສາວແກ່ງທັງຫຼາຍ

  1. ເປັນການທ້າທາຍຄວາມສາມາດຂອງຕົນເອງອີກຮູບແບບໜຶ່ງ

ບາງເທື່ອເຮົາກໍບໍ່ເຄີຍຮູ້ດອກວ່າ ຄວາມສາມາດເປັນທີ່ສຸດຂອງເຮົາມັນຈະດີຂະໜາດໃດ ຈົນມາພົບກັບວຽກຫິນ ວຽກໂຫດ ວຽກທີ່ເຮັດໃຫ້ເຮົາຕ້ອງຕຶງຄຽດ! ບວກກັບພົບແຮງກົດດັນຕ່າງໆຫຼາກຫຼາຍ ກໍເປັນອີກທາງໜຶ່ງໃນການທົດສອບຕົວເອງຄືກັນວ່າ ເຮົານີ້ກະເກັ່ງຄືກັນເດ໊ະນີ້!!!

  1. ເຂົ້າໃຈຊີວິດຫຼາຍກວ່າຄົນຮຸ້ນດຽວກັນຫຼາຍ

ຄວາມຄິດໃຫຍ່ຂຶ້ນ ເກັ່ງຂຶ້ນ ກໍສ້າງມາຈາກຄວາມກົດດັນທີ່ພົບ! ການພົບວຽກທີ່ໜັກກວ່າຄົນຮຸ້ນດຽວກັນ ບໍ່ແມ່ນວ່າຊີວິດເຮົາຕົກຕໍ່າກວ່າໝູ່ ແຕ່ສິ່ງນັ້ນເປັນໂອກາດດີເລີຍແຫຼະ! ທີ່ຈະເຮັດໃຫ້ເຮົາເຕີບໃຫຍ່ ແລະກ້າວໜ້າກວ່າຄົນອື່ນ!

  1. ເຮັດໃຫ້ເຮົາມີຄວາມພະຍາຍາມຢ່າງຈິງຈັງ

ຄວາມກົດດັນນີ້ ເປັນການສ້າງພະລັງຄວາມພະຍາຍາມທີ່ດີທີ່ສຸດໃນຮູບແບບໜຶ່ງເລີຍແຫຼະ! ຖ້າເຮັດວຽກແບບເສີຍໆໄປໃນແຕ່ລະມື້ ໃຊ້ຊີວິດຊໍ້າຊາກໜ້າເບື່ອໜ່າຍ ບາງເທື່ອຄວາມກົດດັນນີ້ກະດີຄືກັນ ຖ້າເຮົາເບິ່ງໃນດ້ານດີຂອງມັນ!!!

ໄດ້ເບິ່ງອີກມຸມມອງໜຶ່ງກ່ຽວກັບດ້ານດີຂອງມັນແລ້ວ… ຫຼັງຈາກນີ້ສາວໆຄົງບໍ່ຕ້ອງຫວັ່ນກັບຄວາມກົດດັນຈາກຄົນອ້ອມຂ້າງອີກຕໍ່ໄປແລ້ວ!!!

ແບ່ງປັນ