Breaking News

ຫຼິງຫຼິງ ປິຍະດາ HOT ເວີ້…ທະລຸອົງສາ ອວດຮູບຮ່າງສຸດເຊັກຊີ່ທີ່ເກາະບາຫລີ ງານນີ້ທະເລມີເດືອດ!!!

ແບ່ງປັນ

ອ໊າຍໆໆໆ! ເລີດໄປອີກ… ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ຄືດັ່ງກັບທີ່ແຟນໆທຸກຄົນໄດ້ຮູ້ວ່າສາວຄົນນີ້ຈະມັກການເດີນທາງທ່ອງທ່ຽວເປັນຊີວິດຈິດໃຈ ແລະ ເທື່ອນີ້ກໍເຊັ່ນເຄີຍ ນາງເດີນທາງທ່ອງທ່ຽວອີກແລ້ວ… ແຕ່ເທື່ອນີ້ແມ່ນບໍ່ໄດ້ໄປໄກ ນາງເດີນທາງໄປເກາະທີ່ຂຶ້ນຊື່ວ່າມີຄວາມງາມອີກໜຶ່ງສະຖານທີ່ນັ້ນກໍຄື ເກາະບາຫລີ ປະເທດ ອິນໂດເນເຊຍ.

ແນ່ນອນຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວ໋າ? ທີ່ນາງຈະເຮັດໃຫ້ແຟນໆຜິດຫວັງ ຂໍບອກວ່າງານນີ້ທະເລມີລຸກເປັນໄຟ ອົງສາຄວາມ HOT ຕ້ອງມີທະລຸ 100% ແນ່ນອນ ເພາະນາງຫຼິ້ນອວດຮູບຮ່າງສຸດເຊັກຊີ່ດ້ວຍການໃສ່ຊຸດລອຍນໍ້າ ແຖມໂພສທ່າທີ່ເບິ່ງແລ້ວຕ້ອງຍອມຮັບວ່າ HOT ຮ້ອນແຮງອີ່ຫລີ!!!

ບໍ່ໄຫວໆ… ຕ້ອງຂໍບອກວ່າ ຫຼິງຫຼິງ ນາງມີຄວາມເລີດອີ່ຫລີ… ຊະນີIndy ຍອມບໍ່ໄດ້ເດີ້… ຕ້ອງຂໍໂຕໄປເຂົ້າ Gym ຟິດຮູບຮ່າງເພື່ອມານຸ່ງຊຸດລອຍນໍ້າໃຫ້ງາມໆຄືກັບສາວຄົນນີ້ຈັກບາດຈັກໄດ໋ກ່ອນ (ອິອິ)

ຮູບພາບ: Pitadar Lingling Inthavong

 

ແບ່ງປັນ